Ad

Ad

28 March 2016

ກອງປະຊຸມປຶກສາຫາລືໂບອ່າວເພື່ອອາຊີ ຈັດຂຶ້ນທີ່ຮ່າຍ ນານ ສປ ຈີນ

ກອງປະຊຸມປຶກສາຫາລື ໂບອ່າວເພື່ອອາຊີພາຍໃຕ້ຫົວຂໍ້: ອະນາຄົດໃໝ່ຂອງອາຊີ ຄວາມຫຼາກຫຼາຍແລະວິໄສທັດໃໝ່”, ໄດ້ຈັດຂຶ້ນໃນວັນທີ 24 ມີນານີ້, ທີ່ເມືອງໂບອ່າວ ແຂວງຮ່າຍນານ ສປ ຈີນ, ໂດຍການເປັນປະທານຂອງ ທ່ານ ຫຼີ່ ເຄີ້ຊຽງ, ນາຍົກລັດຖະມົນຕີ ສປ ຈີນ, ມີບັນດາຜູ້ນໍາຂອງທະວີບອາຊີ ລວມທັງໝົດ 11 ປະເທດ ແລະ ບັນດານັກທຸລະກິດ, ນັກຄົ້ນຄວ້າ ທີ່ມີຊື່ສຽງໃນອາຊີ ແລະ ທະວີບອື່ນໆເຂົ້າຮ່ວມກວ່າ 2.000 ຄົນ.ຄະນະຜູ້ແທນລາວເຮົານໍາໂດຍ ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ກອງປະຊຸມປຶກສາຫາລືຄັ້ງນີ້ແມ່ນເປັນເວທີໜຶ່ງທີ່ເບິ່ງໄປຂ້າງໜ້າ ໂດຍມີຈຸດປະສົງເພື່ອຂັບເຄື່ອນກົນໄກການຮ່ວມມືທີ່ມີປະສິດທິຜົນໃນພາກພື້ນອາຊີ ເຊິ່ງຈະນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນໃນປະເທດສະມາຊິກ ກໍຄື ປະເທດຕ່າງໆໃນອາຊີ, ເປັນຕົ້ນແມ່ນຂົງເຂດການເມືອງ-ຄວາມໝັ້ນຄົງ, ການ
ຮ່ວມມືທາງດ້ານເສດຖະກິດ, ການພັດທະນາແບບຍືນຍົງ ແລະ ການພົວພັນ ລະຫວ່າງ ປະຊາຊົນດ້ວຍກັນ. ກົນໄກການຮ່ວມມືດັ່ງກ່າວ ຈະເຮັດໃຫ້ພວກເຮົາສາມາດສ້າງຄວາມເຊື່ອໝັ້ນເຊິ່ງກັນແລະກັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ເຫັນອົກເຫັນໃຈກັນຫຼາຍຂຶ້ນ.ຄຽງຄູ່ກັນນັ້ນ, ກໍເພື່ອຕ້ອງການສ້າງຂົງເຂດອາຊີໃຫ້ມີສັນຕິພາບ, ມີປະຊາທິປະໄຕ ແລະ ມີຄວາມປອດໄພພາຍໃນພາກພື້ນນັ້ນເອງ.
ໃນໂອກາດດັ່ງກ່າວ, ທ່ານ ທອງສິງ ທໍາມະວົງ, ນາຍົກລັດຖະມົນຕີກໍໄດ້ຊົມເຊີຍລັດຖະບານ ສປ ຈີນ ທີ່ໄດ້ຕົກລົງປ່ອຍນໍ້າຈາກເຄື່ອນຂອງຈີນ ເພື່ອຫຼຸດຜ່ອນຜົນກະທົບຂອງໄພແຫ້ງແລ້ງໃນບັນດາປະເທດຢູ່ລຸ່ມແມ່ນໍ້າຂອງ. ພ້ອມດຽວກັນນີ້, ເພິ່ນກໍໄດ້ຍໍ້າເຖິງວ່າລາວກໍຕົກລົງປ່ອຍນໍ້າ 1100ແມັດກ້ອນ ຕໍ່ວິນາທີ ຈາກບັນດາເຂື່ອນຕ່າງໆ ຢູ່ຕາມສາຂາຂອງແມ່ນໍ້າຂອງໃນ ສປປ ລາວ, ເພື່ອແນໃສ່ແກ້ໄຂບັນຫາໄພແຫ້ງແລ້ງທີ່ບັນດາປະເທດໃນອ່າວແມ່ນໍ້າຂອງກໍາລັງປະເຊີນຢູ່ໃນປະຈຸບັນ.

ທ່ານ ນາຍົກລັດຖະມັນຕີ ໄດ້ແຈ້ງຕໍ່ທີ່ປະຊຸມວ່າ: ປີນີ້ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນ, ຊຶ່ງລາວໄດ້ຖືບູລິມະສິດໃນການຮ່ວມມືກັບທຸກປະເທດສະມາຊິກອາຊຽນປະກອບສ່ວນເຂົ້າໃນການປັບປຸງປະຊາຄົມອາຊຽນໃຫ້ນັບມື້ເຂັ້ມແຂງແລະຈະຮ່ວມມືກັບບັນດາປະເທດຄູ່ຮ່ວມຂອງອາຊຽນບົນພື້ນຖານ ແປດບູລິມະສິດ ທີ່ ສປປ ລາວ ເຮົາກໍານົດໄວ້, ພ້ອມນັ້ນທ່ານນາຍົກລັດຖະມັນຕີ ຍັງໄດ້ຊີ້ແຈງວ່າ: ລັດຖະບານລາວພວມມີຄວາມພະຍາຍາມເປີດກວ້າງ ແລະ ດຳເນີນການເຊື່ອມໂຍງ ແລະເຊື່ອມຈອດກັບບັນດາປະເທດເພື່ອນບ້ານຢ່າງຕັ້ງໜ້າໂດຍໄດ້ລົງທຶນປັບປຸງເສັ້ນທາງເຊື່ອມຕໍ່ກັບປະເທດໃກ້ຄຽງເພື່ອຈະເຮັດໃຫ້ປະເທດສາມາດກາຍເປັນປະເທດທາງຜ່ານໃນການເຊື່ອມຕໍ່ກັບປະເທດຕ່າງໆເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນ, ການຈໍລະຈອນສິນຄ້າ, ການໂທລະຄົມມະນາຄົມກໍຄືການໄປມາຫາສູ່ກັນລະຫວ່າງປະຊາຊົນພາຍໃນຂົງເຂດໃຫ້ນັບມື້ນັບຫຼາຍຂຶ້ນ. 

No comments:

Post a Comment