Ad

Ad

18 April 2016

ລາວສາມາດດຶງດູດການລົງທຶນເຂົ້າໃນເຂດເສດຖະກິດພິເສດ ແລະ ສະເພາະໄດ້ຫລາຍກວ່າ 5 ຕື້ໂດລາສະຫະລັດ

ກອງປະຊຸມ ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ໄດ້ໄຂຂື້ນໃນວັນທີ 11  ເມສາ 2016  ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ ທັງເປັນປະທານ ຄຂພສ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າຄອງ ໃນນາມຮອງປະທານ ແລະ ກຳມະການ ຄຂພສ ພ້ອມທັງ ກອງເລຂາ ຜູ້ປະຈຳການ ແລະ ຄະນະບໍລິຫານ-ສະພາບໍລິຫານ ແລະ ຜູ້ພັດທະນາ ຂພສ ເຂົ້າຮ່ວມ.
ເພື່ອສະຫຼຸບຜົນການຈັດຕັ້ງປະຕິບັດການພັດທະນາ ແລະ ຄຸ້ມຄອງ ເຂດເສດຖະກິດພິເສດ ແລະ ສະ ເພາະປະຈຳສົກປີ 2014-2015 ແລະ ທິດທາງແຜນການປະຈໍາສົກປີ 20152016 ຊຶ່ງໃນໄລຍະຜ່ານມາ ການພັດທະນາ ແລະ ຄຸ້ມຄອງ ຂພສ ຢູ່ລາວ ແມ່ນມີຜົນສໍາເລັດຫຼາຍດ້ານ, ປັດຈຸບັນ ມີ ຂພສ ທັງໝົດ 12 ແຫ່ງ ໃນນີ້ເປັນເຂດເສດຖະກິດພິເສດ 4 ແຫ່ງ ແລະ ເຂດເສດຖະກິດສະເພາະ 8 ແຫ່ງ ທີ່ນຳໃຊ້ເນື້ອທີ່ດິນສຳປະທານ 19 ພັນກວ່າເຮັກຕາ ສາມາດດຶງດູດການລົງທຶນຕາມສັນຍາໄດ້ຫຼາຍກວ່າ 5 ຕື້ໂດລາ
ສະຫະລັດ ໃນນີ້ໄດ້ລົງທຶນຕົວຈິງແລ້ວ 1 ຕື້ກວ່າໂດລາສະຫະລັດ ສາມາດດຶງດູດເອົານັກທຸລະກິດເຂົ້າມາຈົດທະບຽນ ແລະ ລົງທຶນ ເພື່ອດຳເນີນກິດຈະການຂອງຕົນໄດ້ 500 ກວ່າບໍລິສັດ ແລະ ຫ້າງຮ້ານເຊັ່ນ:ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ມີບໍລິສັດທີ່ມີຊື່ສຽງລະດັບສາກົນ ເປັນຕົ້ນ ບໍລິສັດ ນິກອນ, ໂຕໂຍຕາ, ເອັສຊີລໍ (ຜະລິດເລນແວນຕາ), ແອໂລເວີກ (ຜະລິດສີ້ນສ່ວນປະກອບເຮືອນບິນ); ສ່ວນ ຂພສ ນິຄົມອຸດສາຫາກຳ ແລະ ການຄ້າວຽງຈັນ-ໂນນທອງ  ກໍ່ສາມາດດຶງດູດການລົງທຶນ ບໍລິສັດ ຈາກປະເທດຍີປຸ່ນ ແລະ ເອີຣົບໄດ້ເຊັ່ນດຽວກັນ ເຊັ່ນ: ມິຊູມິຊິ, ມັສຄອດ, ໄດອິຈິເດັນຊຶ ຊຶ່ງບັນດາບໍລິສັດເຫຼົ່ານີ້ລ້ວນແຕ່ ໄດ້ເລີ່ມທຳການຜະລິດ ແລະ ສົ່ງອອກສິນຄ້າຂອງຕົນໄປຕ່າງປະເທດແລ້ວ; ສໍາລັບເຂດເສດຖະກິດພິເສດ ສາມຫຼຽມຄຳ ທີ່ດຳເນີນກິດຈະການດ້ານການຄ້າ, ການບໍລິການ, ການທ່ອງທ່ຽວວັດທະນະທຳ ອາຊຽນ-ຈີນ ຜູ້ພັດທະນາ ໄດ້ລົງທຶນເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບການລົງທຶນ ແລະ ດຳເນີນກິດຈະການຂອງຕົນແລ້ວຈຳນວນໜຶ່ງ ມີມູນຄ່າຫຼາຍລ້ານໂດລາສະຫະລັດຄື: ການສ້າງເສັ້ນ ທາງເບຕົ້ງ ແຕ່ບ້ານນ້ຳເກິ່ງ ຫາ ບ້ານມອມ (ເຂດສາມຫຼ່ຽມຄຳ) ທີ່ມີຄວາມຍາວປະມານ 40 ກິໂລແມັດ, ສ້າງກັນຕາຝັ່ງເຈື່ອນລຽບແຄມແມ່ນ້ຳຂອງ ທີ່ມີຄວາມຍາວປະມານ 6,3 ກິໂລແມັດ, ສ້າງລະບົບພື້ນຖານໂຄງລ່າງ ແລະ ຕຶກອາຄານຕ່າງໆ ເຮັດໃຫ້ ເຂດສາມຫຼຽມຄຳ ທີ່ເຄີຍເປັນເຂດຊົນນະບົດ ຫ່າງໄກສອກຫຼີກ ໄດ້ມີໃບໜ້າໃໝ່ ແລະ ກາຍເປັນຕົວເມືອງໃໝ່ທີ່ທັນສະໄໝ; ນອກຈາກນີ້ ຂພສ ອື່ນໆກໍ່ມີຄວາມຄືບໜ້າ ແລະ ພົ້ນເດັ່ນເຊັ່ນກັນ ຊຶ່ງສາມາດສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 15 ພັນຕຳແໜ່ງງານ ແລະ ປະກອບ ສ່ວນໃນການສ້າງຖານເກັບແຫຼ່ງລາຍຮັບທີ່ຍືນຍົງ ເຂົ້າງົບປະມານແຫ່ງຊາດໄດ້ນັບມື້ນັບຫຼາຍຂື້ນ. ປັດຈຸບັນ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 12 ລ້ານກວ່າໂດລາສະຫະລັດ. ຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ ການພັດທະນາ ແລະ ຄຸ້ມຄອງ ຂພສ ຢູ່ ສປປ ລາວ ຍັງຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂສິ່ງທ້າທາຍ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ເປັນຕົ້ນແມ່ນ ບັນຫາການຊົດເຊີຍທີ່ດິນ, ລະບຽບການຄຸ້ມຄອງເຂດ, ການກຳນົດ ແລະ ສ້າງແຜນການ ເພື່ອສະໜອງແຮງງານລາວ ໃຫ້ສາມາດຕອບສະໜອງໄດ້ກັບຄວາມຕ້ອງການທາງດ້ານປະລິມານ ແລະ ຄຸນນະພາບຂອງແຕ່ລະ ຂພສ, ການສ້າງໂຄງ ການທີ່ມີສ່ວນຮ່ວມກັບປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການພັດທະນາໂຄງການ, ການເຂົ້າຫາແຫ່ງທຶນ ແລະ ບັນຫາອື່ນອີກຈຳນວນໜຶ່ງ.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນເຂົ້າໃນຮ່າງກົດໝາຍວ່າດ້ວຍ ຂພສ ຢູ່ ສປປ ລາວ ທີ່ກອງປະຊຸມລັດຖະບານ ໄດ້ຮັບຮອງເອົາແລ້ວແຕ່ຕົ້ນປີ 2015 ແລະ ລໍຖ້າຜ່ານການຮັບຮອງຈາກສະພາແຫ່ງຊາດ, ຊຶ່ງຮ່າງກົດໝາຍສະບັບນີ້ ແມ່ນເປັນການປັບປຸງ ແລະ ຖອດຖອນເອົາບົດຮຽນຈາກການຈັດຕັ້ງປະຕິບັດດຳລັດ 443/ນຍ, ລົງວັນທີ 26 ຕຸລາ 2010 ແລະ ບົດ ຮຽນການພັດທະນາ ແລະ ຄຸ້ມຄອງ ຂພສ ຂອງບັນດາປະເທດອ້ອມຂ້າງ ເພື່ອເຮັດໃຫ້ນະໂຍບາຍສົ່ງ ເສີມ ຂພສ ຢູ່ ສປປ ລາວ ມີລັກສະນະສະເພາະ ສາມາດດຶງດູດ ແລະ ຍາດແຍ່ງການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໄປຄຽງຄູ່ກັບການຮັບປະກັນໃຫ້ ຂພສ ກາຍເປັນ ແຫຼ່ງລາຍຮັບອັນສຳຄັນໃນການປະກອບສ່ວນເຂົ້າໃນງົບປະມານແຫ່ງຊາດ ກໍ່ຄືການປະກອບສ່ວນສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ.

No comments:

Post a Comment