Ad

Ad

6 May 2016

ເພີ່ມຄວາມຮູ້ວຽກສະຖິຕິໃຫ້ຜູ້ບໍລິຫານຂັ້ນສູງ

          ໃນວັນທີ 5 ພຶດສະພານີ້,ທີ່ກະຊວງແຜນການ ແລະ ການລົງທຶນ,ໄດ້ຈັດກອງປະຊຸມຂັ້ນສູງກ່ຽວກັບການພັດທະນາລະບົບສະຖິຕິແຫ່ງຊາດໃຫ້ແກ່ຜູ້ບໍລິຫານລະດັບສູງຂອງບັນດາກະຊວງ ແລະ ອົງການຕ່າງໆໃຫ້ມີຄວາມເຂົ້າໃຈເລິກຕໍ່ວຽກງານສະຖິຕິ ເພື່ອຊີ້ນຳການພັດທະນາວຽກງານດັ່ງກ່າວໃຫ້ມີມາດຕະຖານສາກົນເທື່ອລະກ້າວ.

    ທ່ານ ສະໃໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກ່າວວ່າ: ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລືກ່ຽວກັບການປະສານງານ ແລະ ການຮ່ວມມືຂອງບັນດາຄູ່ຮ່ວມງານທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມສາມາດໃຫ້ແກ່ລະບົບສະຖິຕິແຫ່ງຊາດຮອງຮັບວຽກງານຕິດຕາມການຈັດຕັ້ງ
ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8,ໂດຍສະເພາະຕ້ອງໄດ້ຜະລິດຂໍ້ມູນສະຖິຕິທາງການເພື່ອຕິດຕາມຕົວຊີ້ບອກທີ່ລະບຸຢູ່ໃນເປົ້າໝາຍການພັດທະນາແບບຢືນຍົງ (SDGs) ທີ່ອົງການສະຫະປະຊາຊາດໄດ້ວາງອອກ ແລະ ເປັນການປຶກສາຫາລືກ່ຽວກັບການຮ່ວມມືສະໜັບສະໜຸນແຜນຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດຈາກບັນດາອົງການຈັດຕັ້ງສາກົນ,ຜູ້ໃຫ້ທຶນທີ່ພວມດຳເນີນການທາງດ້ານເຕັກນິກ-ການເງິນ ເພື່ອຮັບປະກັນຄວາມດຸ່ນດ່ຽງດ້ານການສະໜອງ ແລະ ຄວາມຕ້ອງການຂອງຕົວເລກສະຖິຕິ.

No comments:

Post a Comment