Ad

Ad

22 July 2016

ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນຄັ້ງທີ 11

          ໃນວັນທີ 21 ກໍລະກົດ 2016 ນີ້, ທີ່ສູນປະຊຸມແຫ່ງຊາດ (NCC), ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ຄັ້ງທີ 11 (11/2016 CPR Meeting) ພາຍໃຕ້ການເປັນປະທານຂອງທ່ານ ລັດສະໝີ ແກ້ວມະນີ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ໂດຍມີບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຖາວອນຂອງ 10 ປະເທດສະມາຊິກອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ຝ່າຍການເມືອງ-ຄວາມໝັ້ນຄົງ ແລະ ພະນັກງານການທູດທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
          ກອງປະຊຸມຄັ້ງນີ້ ແມ່ນເລັ່ງໃສ່ກະກຽມດ້ານເນື້ອໃນໃຫ້ແກ່ບັນດາກອງປະຊຸມເຈົ້າໜ້າທີ່ອາວຸ ໂສ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ລວມທັງບັນດາກອງປະຊຸມອາຊຽນກັບປະ ເທດຄູ່ເຈລະຈາ ເຊັ່ນ: ກອງປະຊຸມ ພີເອັມຊີ (Post Ministerial Conference), ອາຊຽນ+3 (ASEAN Plus Three), ຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕະເວັນອອກ ຫລື ອີເອເອັສ (East Asia
Summit) ແລະ ເວທີພາກພື້ນອາຊຽນ ຫລື ເອອາຣເອັຟ (ASEAN Regional Forum), ເຊິ່ງຈະມີຂຶ້ນໃນລະຫວ່າງວັນທີ 21-26 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ.

          ກອງປະຊຸມຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ແມ່ນກົນໄກໜຶ່ງຂອງອາຊຽນ, ເຊິ່ງມີພາລະບົດບາດຫລັກ ໃນການເປັນເສນາທິການໃຫ້ແກ່ກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາ ຊຽນ, ລະດັບລັດຖະມົນຕີ ແລະ ລະດັບສຸດຍອດ. ກອງປະຊຸມຄັ້ງຕໍ່ໄປ ຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ຢູ່ ສປປ ລາວ ແມ່ນຈະຈັດຂຶ້ນໃນວັນທີ 10 ສິງຫາ 2016 ເພື່ອກະກຽມໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມປຶກສາຫາລືຮ່ວມ (Joint Consul tative Meeting (JCM)) ໃນລະຫວ່າງວັນທີ 10-13 ສິງຫາ 2016 ທີ່ນະຄອນຫລວງວຽງຈັນເຊັ່ນດຽວກັນ.

No comments:

Post a Comment