Ad

Ad

3 August 2016

ປະທານປະເທດຈະຢ້ຽມຢາມທາງລັດຖະກິດ ສ.ມຽນມາ ໃນວັນທີ 5 ສິງຫານີ້

          ຕາມແຈ້ງການຂອງສຳນັກງານປະທານປະເທດ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງພະນະທ່ານ ອູ ຕິນ ຈໍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຈະເດີນທາງໄປຢ້ຽມຢາມທາງລັດຖະກິດ ທີ່ສາທາລະນະລັດ ສະຫະພາບ ມຽນມາ ໃນວັນທີ 5 ສິງຫາ 2016, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດລາວ ແລະ ມຽນມາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

No comments:

Post a Comment