Ad

Ad

25 August 2016

ຕໍາແລ້ວໜີຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ

           ເຈົ້າໜ້າທີ່ໜ່ວຍປາບປາມພິເສດໄດ້ໃຊ້ລົດກະບະໄລ່ຕິດຕາມລົດເກງຄັນໜຶ່ງ ແລະ ໃຊ້ເວລາຫລາຍນາທີກ່ອນຈະສາມາດສະກັດລົດຄັນດັ່ງກ່າວຍອມຈອດໃນທີ່ສຸດ, ພາຍຫລັງລົດເກງດັ່ງກ່າວຕໍາລົດຈັກຢ່າງຮຸນແຮງແລ້ວພະຍາຍາມຂັບຂີ່ຫລົບໜີຄະດີ.
           ເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນເວລາປະມານ 17:30 ໂມງຂອງວັນທີ 23 ສິງຫານີ້ຢູ່ເສັ້ນທາງ 450 ປີເຂດບ້ານໂຊກໃຫຍ່, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໂດຍມີລົດເກງສີດໍາຍີຫໍ້ເກຍໝາຍທະບຽນ ກຄ 4382 ກໍາແພງນະຄອນ ຂັບຂີ່ໂດຍທ້າວ ໃບ ອາຍຸ 56 ປີຢູ່ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ຕໍາເອົາທ້າຍລົດຈັກໝາຍເລກທະບຽນ ດຈ 2333 ຂັບຂີ່ໂດຍນາງ ອ່ອນຈັນ ອາຍຸ 29 ປີພັກເຊົາ ຢູ່ບ້ານຈອມມະນີ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ຈົນເສຍຊີວິດຄາທີ່, ແລ້ວລົດ
ເກງຄັນດັ່ງກ່າວໄດ້ພະຍາຍາມຂັບຂີ່ລົບໜີ, ແຕ່ມີປະຊາຊົນທີ່ເຫັນເຫດການໄດ້ຂັບລົດໄລ່ຕິດຕາມ ແລະ ໃນຂະນະນັ້ນພໍດີມີລົດກະບະຂອງເຈົ້າໜ້າທີ່ໜ່ວຍພິເສດພວມເຄື່ອນໄຫວໃນເຂດເສັ້ນທາງດັ່ງກ່າວມາພົບເຫດການຈຶ່ງໄດ້ໄລ່ຕິດຕາມຈົນເຮັດໃຫ້ຜູ້ຂັບລົດເກງຄັນດັ່ງກ່າວຕ້ອງຍອມຈອດໃນທີ່ສຸດ, ຊຶ່ງຫ່າງຈາກຈຸດເກີດເຫດປະມານ 3-4 ກິໂລ ແມັດ.

             ຜ່ານການນໍາຕົວໄປສືບສວນ-ສອບສວນ ທ້າວ ໃບ ຮັບສາລະພາບວ່າ: ຕົນໄດ້ຂັບລົດມາແຕ່ເສັ້ນທາງ 450 ປີເພື່ອມຸ້ງໜ້າໄປທາງໄຟແດງດົງໂດກດ້ວຍຄວາມໄວ, ແຕ່ມາຮອດຈຸດເກີດເຫດເຊິ່ງເປັນຈຸດກັບລົດຈຶ່ງມີລົດຈັກຂອງຜູ້ຕາຍໄດ້ລ້ຽວເຂົ້າມາເສັ້ນທາງເບື້ອງຕົນຢ່າງກະທັນຫັນຈຶ່ງໄດ້ຕໍາເອົາທ້າຍລົດຈັກດັ່ງກ່າວຢ່າງແຮງ, ຫລັງຈາກນັ້ນກໍໄດ້ຂັບລົດໜີໄປໄດ້ໄລຍະໜຶ່ງກໍຖືກເຈົ້າໜ້າທີ່ໄລ່ຕິດຕາມໄດ້ທັນເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment