Ad

Ad

6 September 2016

ມີຫລາຍກວ່າຮ້ອຍບໍລິສັດຈະເຂົ້າຮ່ວມງານມະຫະກໍາເຕັກໂນໂລຊີ

            ງານມະຫາກໍາເຕັກໂນໂລຊີ 2016 ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ຕຸລານີ້, ທີ່ສູນການຄ້າລາວ-ໄອເຕັກ, ເຊິ່ງຈະມີຜູ້ປະກອບການ, ຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດທາງດ້ານເຕັກໂນໂລຊີ, ເຄື່ອງໄອທີຕ່າງໆຈາກພາຍໃນ ແລະ ຕ່າງປະເທດຫລາຍກວ່າຮ້ອຍບໍລິສັດເຂົ້າຮ່ວມງານມະຫາກໍາດັ່ງກ່າວ.

            ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ບໍ່ວຽງຄໍາ ວົງດາລາ ໃຫ້ຮູ້ວ່າ: ງານດັ່ງກ່າວແມ່ນເວທີການຮ່ວມມື ແລະ ແລກປ່ຽນບົດຮຽນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ແນ່ໃສ່ເຮັດໃຫ້ວຽກງານດັ່ງ ກ່າວກາຍເປັນກໍາລັງແຮງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ການຫັນເປັນອຸດສະຫະກໍາທັນສະໄໝເທື່ອລະກ້າວ ແລະ ນໍາໄປສູ່ການເອົາປະເທດຊາດຫລຸດພົ້ນອອກຈາກຄວາມດ້ອຍພັດທະ ນາ. ງານດັ່ງກ່າວຍັງແມ່ນຍຸດທະສາດໜຶ່ງເພື່ອສົ່ງເສີມການຄົ້ນຄວ້າ, ການປະດິດສ້າງ ແລະ ນໍາໃຊ້ເຕັກໂນໂລຊີທີ່ກ້າວໜ້າເຂົ້າໃນການຜະລິດສີນຄ້າ ແລະ ບໍລິການຂອງລາວໃຫ້ມີປະສິດທິຜົນສູງ, ທັງສາມາດແຂ່ງຂັນກັບສາກົນໄດ້ໃນຕໍ່ໜ້າ.

No comments:

Post a Comment