Ad

Ad

24 January 2013

ຜົນກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນມັງກອນ 2013



           ໃນວັນທີ 21-23 ມັງກອນນີ້,  ກອງປະຊຸມລັດຖະບານ ສະໄໝ ສາມັນ ປະຈຳເດືອນ ມັງກອນ 2013 ໄດ້ດຳເນີນທີ່ຫ້ອງ ວ່າການລັດ ຖະບານ ພາຍໃຕ້ການເປັນປະທານ ຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ  ໂດຍການເຂົ້າຮ່ວມຂອງບັນ ດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາ ຊິກລັດຖະບານ. ພິເສດ ກອງປະ ຊຸມໃນ ຄັ້ງນີ້ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ຄຳໄຕ ສີພັນດອນ, ອະ ດີດປະທານພັກ, ປະທານປະເທດ. ກອງປະຊຸມໄດ້ປຶກສາຫາລື ແລະ ຕົກ ລົງຫຼາຍບັນຫາທີ່ສຳຄັນ ດັ່ງນີ້:  
           ໄດ້ຮັບຟັງລາຍງານ ແລະ ຮັບຮອງເອົາບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນເງິນ ຕາ ແລະ ແຜນງົບປະມານແຫ່ງ ລັດ ປະຈຳສົກປີ  2011-2012 ແລະ ສະພາບການຈັດຕັ້ງປະຕິ ບັດແຜນພັດທະ ນາເສດຖະກິດ- ສັງຄົມ, ແຜນເງິນຕາ, ງົບປະ ມານ ແຫ່ງລັດ ໄຕມາດ I ແລະ ຄາດຄະເນທ່າອ່ຽງ ແລະ ຄວາມ ອາດສາມາດ ໃນການປະຕິບັດ ແຜນ ໄຕມາດ II ສົກປີ 2012- 2013.    

            ໄດ້ປຶກສາຫາລື ແລະ ໃຫ້ ການຊີ້ນໍາຕໍ່ການຈັດສັນການຈາ ລະຈອນ ໃນນະຄອນຫຼວງວຽງ ຈັນໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ ໂດຍກໍານົດມາດຕະການ, ວິທີການແກ້ໄຂໃນສະເພາະ ໜ້າ ແລະ ຍາວນານ ໂດຍຈະໄດ້ສຸມ ໃສ່ສຶກສາອົບຮົມ ສະຕິການຈາ ລະ ຈອນໃຫ້ທຸກພາກສ່ວນ ດ້ານ ລະ ບຽບການ ແລະ ພຶດຕິກຳໃນ ການຂັບຂີ່, ປະຊາສຳພັນຜ່ານສື່ ຕ່າງໆດ້ວຍຫຼາຍຮູບຫຼາຍສີ, ດຶງ ເອົາການເຂົ້າມາມີສ່ວນຮ່ວມ ຂອງສັງຄົມ ແລະ ເພີ່ມທະວີກວດ ກາ ການປະຕິບັດລະບຽບສຳລັບ ການຈາລະຈອນ, ປະຕິບັດກົດ ໝາຍຜັງເມືອງ ຢ່າງເຂັ້ມງວດ, ສ້າງບັນດານິຕິກຳ ແລະ ລະບຽບ ການຮອງຮັບແກ່ການແກ້ໄຂ ບັນ ຫາການຈາລະຈອນແອອັດ, ປັບ ປຸງ ແລະ ພັດທະນາອຸປະກອນ ແລະ ເຄື່ອງມື ສໍາລັບການຈາລະ ຈອນ,ກຳນົດບ່ອນຈອດລົດ, ການ ປຸກສ້າງຫ້າງຮ້ານ, ສາງ ໃຫ້ ເໝາະສົມ, ກໍານົດ ແລະ ຈັດສັນ ເສັ້ນທາງເດີນລົດດ້ວຍການກຳ ນົດ ລະບົບ ແລະ ເວລາ ໃນການ ນຳໃຊ້ຖະໜົນ, ຈັດສັນເວລາ ສຳ ລັບການເດີນ ລົດປະເພດຕ່າງໆ ແລະພັດທະນາລະບົບຂົນສົ່ງ ມວນ ຊົນ. ກຳນົດເວລາເຂົ້າຮຽນ ຂອງນັກຮຽນ ແລະ ເວລາເຮັດ ວຽກ ຂອງພາກລັດຄືນໃໝ່.     
        ກອງປະຊຸມເຫັນດີຮັບຮອງ ເອົາ ທິດທາງ, ໜ້າທີ່ຈຸດສຸມ ໃນ ການພັດທະນາ ເມືອງຮົ່ມ ແລະ ເມືອງໄຊ ສົມບູນ, ແຂວງວຽງ ຈັນ ແຕ່ນີ້ຮອດປີ 2015 ເພື່ອສ້າງ ສະພາບແວດລ້ອມທີ່ອຳນວຍ, ສ້າງໃຫ້ ເປັນເມືອງທີ່ເຂັ້ມແຂງ ຮອບດ້ານ, ພັດທະນາພື້ນຖານ ໂຄງລ່າງ ແລະ ຫັນປ່ຽນໂຄງປະ ກອບເສດຖະກິດ, ພັດທະນາດ້ານ ສັງຄົມ, ໃຫ້ສົມຄູ່ຢູ່ຂົງເຂດດັ່ງ ກ່າວ ໃຫ້ໄດ້ຮັບການພັດທະນາ ຢ່າງຮອບດ້ານ, ເຮັດໃຫ້ປະຊາ ຊົນບັນດາເຜົ່າ ມີຊີວິດທີ່ດີຂຶ້ນ ຢ່າງຈະແຈ້ງກວ່າທຸກໄລຍະທີ່ ຜ່ານມາ ຊຶ່ງບັນດາຂະແໜງການ ທັງສູນ ກາງ ແລະ ທ້ອງຖິ່ນ ຈະ ຕ້ອງສຸມທຸກກຳລັງຂອງຕົນ ໃສ່ ພາກປະຕິບັດຕົວຈິງ ຢ່າງເອົາຈິງ ເອົາຈັງ ໃນທຸກ ດ້ານ.  
       ໄດ້ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການແຈ້ງຊັບສິນ ແລະ ໜີ້ສິນ ເພື່ອກຳນົດ ຫຼັກການ, ລະ ບຽບການ ແລະ ມາດຕະການ ກ່ຽວກັບການແຈ້ງຊັບສິນ ແລະ ໜີ້ສິນ ສຳລັບພະນັກງານ ນຳພາ- ຄຸ້ມຄອງແຕ່ລະຂັ້ນ ແນໃສ່ສະກັດ ກັ້ນ ຕ້ານການສໍ້ລາດບັງຫຼວງ ແລະ ສ້າງຄວາມໂປ່ງໃສໃນກົງ ຈັກການຈັດຕັ້ງຂອງພັກ-ລັດ ກໍ່ຄື ໃນຖັນແຖວພະນັກງານ, ລັດຖະ ກອນ ແລະ ປະກອບສ່ວນໃນການ ສ້າງສາ ແລະ ພັດທະນາລັດແຫ່ງ ກົດໝາຍເທື່ອລະກ້າວ.     
           ໄດ້ຮັບຮອງເອົາບົດລາຍ ງານ ກ່ຽວກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ສະ ບັບທີ 2 ເພື່ອຈັດຕັ້ງປະ ຕິບັດສົນ ທິສັນຍາວ່າດ້ວຍການປ່ຽນແປງ ດິນຟ້າອາກາດທີ່ປະເທດເຮົາ ເປັນ ພາຄີ ແລະ ສອດຄ່ອງກັບສະ ພາບ ການພັດ ທະນາເສດຖະກິດ- ສັງຄົມ ຕົວຈິງ ຊຶ່ງໄດ້ສຶກສາ ແລະ ສຳຫຼວດ ສະພາບການປ່ອຍ ອາຍພິດເຮືອນແກ້ວໃນປະເທດ, ຕີລາຄາ ແລະ ປະເມີນຂີດຄວາມ ສາມາດ ການເຄື່ອນໄຫວວຽກ ງານດັ່ງກ່າວ, ປັບປຸງນະໂຍບາຍ ແລະ ຍົກລະດັບວິຊາການ ແນໃສ່ ວາງມາດຕະ ການລະອຽດ, ສ້າງ ແຜນຮັບມືຜົນກະທົບ ແລະ ການ ປັບຕົວໃຫ້ທັນກັບສະພາບການ ປ່ຽນ ແປງຂອງສະພາບດິນ ຟ້າ ອາກາດ. ທັງໝົດນີ້ ເພື່ອຮັບປະ ກັນໃຫ້ແກ່ການພັດທະນາເສດຖະ ກິດ ແລະ ສັງຄົມ ມີຄວາມຍືນ ຍົງ.   
        ກອງປະຊຸມເຫັນ ດີດ້ານ ຫຼັກ ການຮັບຮອງເອົາ ຮ່າງດຳລັດ ວ່າດ້ວຍສັງຄົມສົງເຄາະ ແລະ   ບົດລາຍງານຜົນການຈັດຕັ້ງປະຕິ ບັດດຳລັດ 70/ນຍ ວ່າດ້ວຍລະ ບອບປະກັນສັງຄົມພາກລັດ. ຊຶ່ງ ຈຸດ ປະສົງຂອງຮ່າງດໍາລັດດັ່ງ ກ່າວ ເພື່ອກຳນົດຫຼັກການ, ລະ ບຽບການ ແລະ ມາດຕະການ ກ່ຽວກັບການ ຈັດຕັ້ງປະຕິບັດນະ ໂຍບາຍສັງຄົມສົງເຄາະ ໃຫ້ແກ່ ຜູ້ປະສົບໄພ ແລະ ຜູ້ດ້ອຍໂອກາດ ໃຫ້ໄດ້ຮັບການ ຊ່ວຍເຫຼືອ ແລະ ການບໍລິການ ຢ່າງມີປະສິດທິ ພາບ, ເປັນທຳ ແລະ ທົ່ວເຖິງ ແນ ໃສ່ແກ້ໄຂຊີວິດການ ເປັນຢູ່ທາງ ດ້ານວັດຖຸ ແລະ ຈິດໃຈ ໃນຂັ້ນ ພື້ນ ຖານ ປະກອບສ່ວນເຂົ້າໃນ ການ ລຶບລ້າງຄວາມທຸກຍາກ ຂອງລັດຖະບານ.    
        ກອງປະຊຸມເຫັນດີຮັບຮອງ ເອົາ ຮ່າງດຳລັດ ວ່າດ້ວຍກອງ ທຶນຢາສູບ ເພື່ອກຳນົດຫຼັກການ, ລະບຽບການ ແລະ ການຄຸ້ມຄອງ ການນຳໃຊ້ແຫຼ່ງທຶນ ແລະ ການ ກວດກາກອງທຶນຢາສູບ ເພື່ອລະ ດົມ ທຶນພາຍໃນ ແລະ ຕ່າງປະ ເທດ ຮັບໃຊ້ວຽກງານຄວບຄຸມ ຢາສູບ ແນໃສ່ສົ່ງເສີມປະຊາຊົນ ສາມາດເຂົ້າ ເຖິງການບໍລິການ ແລະ ມີສຸຂະພາບ ທີ່ແຂງແຮງ.     
         ໃນຕອນທ້າຍທ່ານປະທານ ກອງປະຊຸມ ໄດ້ຮຽກຮ້ອງໃຫ້ສະ ມາຊິກລັດຖະບານ ເອົາໃຈໃສ່ ຈັດຕັ້ງປະ ຕິບັດວຽກງານຈຸດສຸມ ຈຳນວນໜຶ່ງ ໃນເດືອນ ກຸມພາ 2013 ດັ່ງນີ້: 
         ເອົາໃຈໃສ່ວຽກງານ ປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ , ວຽກງານກໍ່ສ້າງຮາກຖານ ແລະ ອື່ນໆ. ພ້ອມນັ້ນ, ກໍ່ແກ້ໄຂ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນ ບັນຫາເຄັ່ງຮ້ອນ;
      ຍູ້ແຮງຂະບວນການຈັດຕັ້ງ ປະຕິບັດວຽກງານ 3 ສ້າງ ຕິດ ພັນກັບການຊີ້ນຳບັນຊາ ແລະ ກວດ ກາ ຢ່າງແທດເຖິງ ແລະ ເອົາໃຈໃສ່ຍູ້ແຮງການຜະລິດລະ ດູແລ້ງ ຕິດພັນກັບການຊຸກຍູ້ກ ານຜະລິດເປັນສິນຄ້າ ຂອງປະ ຊາຊົນ.

No comments:

Post a Comment