ເຈົ້າໜ້າທີ່ພະແນກສືບສວນ- ສອບສວນ ນະຄອນຫຼວງວຽງຈັນ
ໃຫ້ຮູ້ວ່າ: ໃນທ້າຍອາທິດ ຜ່ານມາ ໄດ້ເກີດເຫດຄົນແຂນຄໍຕາຍ 2 ຄົນ
ຊຶ່ງເຫດການທີໜຶ່ງເກີດຂຶ້ນໃນວັນທີ 10 ມັງກອນນີ້ ຢູ່ບ້ານ ໂພນເຄັງ ເມືອງ ໄຊເສດຖາ
ນະຄອນຫຼວງວຽງ ຈັນ ໂດຍເຈົ້າໜ້າທີ່ ປກສ ເມືອງ ໄຊເສດຖາ ໄດ້ຮັບແຈ້ງຈາກປະຊາ ຊົນ
ໄດ້ພົບເຫັນຍິງສາວແຂນຄໍຕາຍ ຢູ່ເຮືອນຂອງທ້າວ ຄຳຫຼ້າ ຊຶ່ງຜູ້ ຕາຍຊື່ວ່າ: ນາງ ນາດ ອາຍຸ
20 ປີ ປະ ຊາຊົນ ຢູ່ບ້ານ ຈະລວຍໃໝ່ ເມືອງ ພິນ ແຂວງ ສະຫວັນນະ ເຂດ ເຊິ່ງຜູ້
ກ່ຽວໄດ້ມາສະໝັກເປັນແມ່ເຮືອນ ຢູ່ເຮືອນຂອງ ທ້າວ ຄຳຫຼ້າ ເອງ. ທ່ານ ພັນຕີ ອຳໄອ່
ຮອງຫົວໜ້າກອງສືບສວນ-ສອບ ສວນ, ຫົວໜ້າກອງ ນິຕິວິທະຍາ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:
ພາຍຫຼັງໄດ້ຮັບແຈ້ງຄວາມກໍໄດ້ ຮີບຮ້ອນລົງກວດກາຈຸດເກີດ ເຫດເພື່ອສັນນະສູດ ແລະ ພົບເຫັນ
ຜູ້ເສຍຊີວິດໄດ້ໃຊ້ເຊືອກນິລົງຜູກ ໄວ້ກັບຕາງໜ່າງປ່ອງຢ້ຽມ ແຂນ ຄໍເສຍຊີວິດ
ຄາດວ່າຜູ້ກ່ຽວເສຍຊີ ວິດ ມາແລ້ວ 4 ຊົ່ວໂມງ ຊຶ່ງສາ ເຫດທາງເຈົ້າໜ້າທີ່ຍັງສືບສວນ-
ສອບ ສວນ,ສ່ວນຄະດີທີສອງ ເກີດ ຂື້ນໃນວັນທີ 12 ມັງກອນນີ້ ຢູ່ ບ້ານດົງໝາກຄາຍເວລາປະ ມານ
7 ໂມງ ເຈົ້າໜ້າທີ່ປກສ ເມືອງ ໄຊທານີ ໄດ້ຮັບແຈ້ງຄວາມ ວ່າ: ພົບເຫັນຄົນແຂນຄໍຕາຍ ຈາກ
ນັ້ນຈຶ່ງໄດ້ລົງ ກວດກາຈຸດເກີດ ເຫດ ແລະ ຮູ້ວ່າ:ຜູ້ເສຍຊີວິດ ແມ່ນ ນາງ ພິດສະໄໝ ອາຍຸ 18
ປີ ຢູ່ບ້ານດົງໝາກຄາຍ ເມືອງ ໄຊ ທານີ ນະຄອນຫຼວງວຽງຈັນ ຊຶ່ງ ຜູ້ກ່ຽວໄດ້ໃຊ້ສາຍແອວ 2
ເສັ້ນ ຜູກໝັດເທີງຂື່ເຮືອນຂອງຕົນ ແລ້ວແຂນ ຄໍຕາຍຊຶ່ງສາເຫດ ແມ່ນຍ້ອນບັນຫາຊູ້ສາວ.
No comments:
Post a Comment