Ad

Ad

15 January 2013

ທະນາຄານການຄ້າຕ່າງປະເທດ ລາວມະຫາຊົນສະຫລອງວັນເຂົ້າ ຕະຫລາດຫລັກຊັບລາວ ຄົບຮອບ 2 ປີ


    ຕອນຄ່ຳວັນທີ 11 ມັງກອນນີ້ ຢູ່ ນະຄອນຫລວງວຽງຈັນ, ທະນາ ຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຈັດພິທີສະ ເຫລີມສະຫລອງຜົນງານ ແລະ ວັນຄົບຮອບ 2 ປີ ທີ່ທະນາຄານ ດັ່ງກ່າວໄດ້ເຂົ້າຈົດ ທະບຽນຢູ່ໃນ ຕະຫລາດຫລັກຊັບລາວ ໂດຍ ການເຂົ້າຮ່ວມຂອງທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດ, ທ່ານ ສົມພາວ ໄຟ ສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ມີບັນດາ ຄະນະຜູ້ບໍລິ ຫານ ພ້ອມແຂກຖືກເຊີນ ແລະ ພະ ນັກງານທະນາຄານການຄ້າຕ່າງ ປະເທດລາວມະຫາຊົນເຂົ້າຮ່ວມ.
    ທ່ານ ວັນຄຳ ວໍລະວົງ ຜູ້ອຳ ນວຍການໃຫຍ່ທະນາຄານການ ຄ້າຕ່າງປະເທດລາວມະຫາຊົນ ກ່າວວ່າ: ພາຍຫລັງສຳເລັດການ ຫັນເປັນທະນາຄານມະຫາຊົນ ແລະ ຈົດທະບຽນໃນຕະຫລາດ ຫລັກຊັບລາວ (10 ມັງກອນ 2011) ແມ່ນໜຶ່ງໃນການປ່ຽນ ແປງເທື່ອໃຫຍ່ຂອງ ທຄຕລ ຄື ການປ່ຽນແປງຈາກຮູບແບບທະ ນາຄານລັດທີ່ດຳເນີນ
ທຸລະກິດ ແບບກຸ້ມຕົນເອງ ມາເປັນຮູບແບບ ທະນາຄານມະຫາຊົນແຫ່ງທຳອິດ ຂອງລາວ. ຕະຫລອດໄລຍະ 2 ປີ ຜ່ານມາ, ທຄຕລ ໄດ້ເຄື່ອນ ໄຫວ ດຳເນີນທຸລະກິດພາຍໃຕ້ລະບຽບ ການໃໝ່, ການປັບປຸງໂຄງຮ່າງ ການຈັດຕັ້ງ ພາຍໃນໄດ້ ຖືກປັບປຸງ ຢ່າງສອດຄ່ອງ ແລະ ເຮັດໃຫ້ໄດ້ ຮັບການປັບປຸງພັດທະນາຢ່າງບໍ່ຢຸດຢັ້ງ, ສະພາບທຶນ ຮອນກໍເພີ່ມ ຫລາຍຂຶ້ນ, ລະບົບບໍລິການໄດ້ຮັບການປັບປຸງດີຂຶ້ນ, ລະບົບຂໍ້ມູນ ຂ່າວສານໄດ້ຮັບ ການຍົກລະດັບ ໄປສູ່ຄວາມທັນສະໄໝຍິ່ງຂຶ້ນ, ໄດ້ ສ້າງຄວາມໜ້າເຊື່ອຖືໃຫ້ຜູ້ຊົມໃຊ້ ບໍລິການທັງ ພາຍໃນ ແລະ ຕ່າງ ປະເທດຫລາຍຂຶ້ນ ເຮັດໃຫ້ພາບ ພົດຊື່ສຽງ ທຄຕລ ພາຍໃນປະເທດ, ໃນພາກ ພື້ນ ແລະ ສາກົນ ພົ້ນເດັ່ນສູງຂຶ້ນ.
    ປັດຈຸບັນ, ທຄຕລ ມີ 18 ສາຂາ, 44 ໜ່ວຍບໍລິການ, ມີຕູ້ ATM ທັງ ໝົດ 195 ໜ່ວຍ, ພະນັກ ງານທັງ ໝົດ 1.269 ຄົນ, ສ້າງ ແລະ ນຳ ສະເໜີຜະລິດຕະພັນໃໝ່ເຊັ່ນ: ບັດ ATM ນັກສຶກສາ 2.895 ບັດ, ບັດ ປີໂຕຣເຕຣດ, ຜະລິດຕະພັນ BillPaymen ເຊິ່ງເປັນຜະລິດຕະ ພັນທີ່ໃຊ້ຊຳລະ ຄ່າໄຟຟ້າ, ໄດ້ພົວ ພັນຮ່ວມມືກັບທະນາຄານ ແລະ ສະຖາບັນການເງິນຕ່າງ ປະເທດ ຫລາຍແຫ່ງ. ນອກນີ້ຍັງໄດ້ສຸມໃສ່ ການຈັດຕັ້ງປະຕິບັດພັດທະນາ ແລະ ປ່ຽນລະບົບ Core Banking ຈາກ Smart Bank ມາເປັນລະບົບ Flex Cube ໄດ້ສຳເລັດຕາມລຳ ດັບຄາດໝາຍ. ພ້ອມກັນນີ້ ຍັງໄດ້ ຮັບລາງວັນດີເດັ່ນ 2 ລາງວັນໃນ ປີ ຄືລາງວັນດີເດັ່ນໃນ ການບໍລິການດ້ວຍລະບົບເຕັກໂນໂລຊີທີ່ ທັນສະໄໝ ແລະ ລາງວັນດີເດັ່ນ ໃນການພັດ ທະນາລະບົບ Core Banking ທີ່ທັນສະໄໝ.

No comments:

Post a Comment