Ad

Ad

15 January 2013

ປີ 2012 ທາດຫລວງ, ຫໍພະແກ້ວ ແລະ ວັດສີສະເກດ ມີນັກທ່ອງທ່ຽວເຂົ້າຊົມ 4 ແສນກວ່າຄົນ


      ສະຖານທີ່ທ່ອງທ່ຽວບູຮານ ຢູ່ນະຄອນຫຼວງວຽງຈັນ ໂດຍ ສະເພາະແມ່ນພະທາດຫຼວງ ວຽງຈັນ, ຫໍພະແກ້ວ ແລະ ວັດ ສີສະເກດ ພຽງປີ 2012 ຜ່ານມາ ໄດ້ມີຈຳນວນນັກທ່ອງທ່ຽວເຂົ້າ ມາທ່ຽວຊົມ 4 ແສນກວ່າຄົນ ໂດຍສ່ວນຫລາຍແມ່ນນັກທ່ອງ ທ່ຽວຈາກອາຊີ ແລະ ເອີລົບ.
      ທ່ານ ໂຄຈອນ ແກ້ວມະນີວົງ ຫົວໜ້າອຳນວຍການຫໍພິພິທະ ພັນສະຖານບູຮານ ນະຄອນຫຼວງວຽງຈັນ ( ພະທາດຫຼວງ, ຫໍພະ ແກ້ວ ແລະ ວັດສີສະເກດ ) ໄດ້ໃຫ້ ສຳພາດຕໍ່ ນັກຂ່າວລາວພັດທະ ນາ ວ່າ: ເນື່ອງຈາກວ່າຍັງຢູ່ໃນ ໄລຍະລະດູການ ທ່ອງທ່ຽວ ແລະ ລາວ ໄດ້ເປີດປີທ່ອງທ່ຽວ ສະນັ້ນ ເຮັດໃຫ້ສະພາບການທ່ອງທ່ຽວ ມີທ່າຂະຫຍາຍຕົວດີ ໂດຍສະ ເພາະ ນະຄອນຫຼວງວຽງຈັນ ເຫັນວ່າ ບັນຍາກາດການທ່ອງທ່ຽວມີຄວາມຄືກຄັກເປັນພິເສດຈຳນວນ
ນັກທ່ອງທ່ຽວຈາກ ອາ ຊີ ແລະ ເອີຣົບ ໄດ້ເຂົ້າມາຊົມ ສະຖານທີ່ທ່ອງທ່ຽວບູຮານສະ ຖານຫຼາຍແຫ່ງ ເນື່ອງຈາກນະ ຄອນຫຼວງວຽງຈັນ ມີປະຫວັດຄວາມເປັນມາທາງດ້ານ ວັດທະນະທຳ, ມີສະຖານທີ່ທ່ອງທ່ຽວ ສຳຄັນທາງປະ ຫວັດສາດ ແລະ ບູຮານຄະດີທີ່ເກົ່າແກ່ ໄດ້ເປັນ ທີ່ສົນໃຈຂອງນັກທ່ອງທ່ຽວເຂົ້າ ມາທ່ຽວຊົມ ຄວາມງາມ ແລະ ນຳໄປສຶກສາ ເປັນຕົ້ນ ແມ່ນສະຖານທີ່ບູຮານພະທາດຫຼວງວຽງຈັນ, ຫໍພະແກ້ວ ແລະ ວັດສີສະ ເກດໂດຍສະເລ່ຍມື້ໜຶ່ງ ຈະມີນັກ ທ່ອງທ່ຽວເຂົ້າຊົມປະມານ 1 ພັນກ່ວາຄົນ.

        ຫົວໜ້າອຳນວຍການຫໍພິພິທະພັນສະຖານບູຮານ ນະຄອນ ຫຼວງວຽງຈັນ ກ່າວວ່າ: ການ ທີ່ນັກທ່ອງທ່ຽວເຂົ້າມາຊົມສະຖານທີ່ດັ່ງກ່າວຖືສາສະໜາພຸດສ່ວນໜຶ່ງແມ່ນເຂົ້າມາກາບໄຫວ້ ບູຊາຕາມຄວາມເຊື່ອຖືເປັນຕົ້ນທາດຫຼວງວຽງຈັນຊຶ່ງເປັນບ່ອນທີ່ປະດິດສະຖານກະດູກຂອງພະພຸດທະເຈົ້າ, ວັດສີສະເກດເປັນ ວັດທີ່ເກົ່າແກ່ບໍ່ຖືກທຳລາຍໃນ ປາງສົງຄາມ ແລະ ຫໍພະແກ້ວກໍ ເຄີຍເປັນບ່ອນປະດິດສະສະຖານ ພະແກ້ວມໍລະກົດທີ່ສັກສິດ, ຂະນະທີ່ນັກທ່ອງທ່ຽວຈາກຕາ ເວັນຕົກທີ່ເຂົ້າມາທ່ຽວກໍເພື່ອສຶກສາ  ສະຖາປະນິກການອອກແບບ ລວດລາຍແກະສະລັກຕ່າງໆ ທີ່ເປັນເອກະລັກຂອງຊາດລາວ, ແຕ່ໂດຍລວມແລ້ວຕ້ອງເອົາໃຈໃສ່ພັດທະນາແຫຼ່ງທ່ອງ ທ່ຽວໃຫ້ ຫຼາຍຂຶ້ນເພື່ອສາມາດດຶງດູດນັກທ່ອງທ່ຽວໃຫ້ຫຼາຍຂຶ້ນພວກເຮົາຕ້ອງໄດ້ເອົາໃຈໃສ່ພັດທະນາ ແລະ ປັບປຸງສິ່ງຮອງຮັບຕ່າງໆ ເພື່ອອຳນວຍຄວາມສະດວກເປັນຕົ້ນສະຖານທີ່ຈອດລົດທີ່ຍັງບໍ່ ເໝາະສົມ ລວມທັງຫ້ອງນ້ຳຊຶ່ງ ເຫັນວ່າຍັງບໍ່ພຽງພໍຊຶ່ງຈະຕ້ອງໄດ້ຮີບຮ້ອນແກ້ໄຂ.

No comments:

Post a Comment