Ad

Ad

22 January 2013

ລັດຖະບານໄອແລນ ມອບເງິນ 2 ລ້ານເອີໂຣ ເພື່ອສະຫນັບສະຫນູນການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ



            ໃນວັນທີ 21 ມັງກອນນີ້ ຢູ່ ຫ້ອງການຄະນະກຳມະການ ຄຸ້ມຄອງແຫ່ງຊາດເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກບ້ານ ສີສັງວອນ ເມືອງໄຊເສດຖະ ນະ ຄອນຫຼວງວຽງຈັນ ໄດ້ມີພິທີ ເຊັນສັນຍາມອບ-ຮັບເງິນຊ່ວຍ ເຫຼືອລ້າລະຫວ່າງລັດຖະບານ ໄອແລນ ແລະ ອົງການສະຫະ ປະຊາຊາດ ເພື່ອການພັດທະນາ, ເພື່ອສະໜັບສະໜູນວຽກງານ ການເກັບກູ້ລະເບີດ ຢູ່ ສປປ ລາວ ໃນມູນຄ່າ 2 ລ້ານເອີໂຣ ໃຫ້ຄະນະ ກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງຢູ່ໃນ ສປປ ລາວ. ລະຫວ່າງ ທ່ານ ເດມຽນ ໂຄລ ເອກອັກຄະລັດຖະທູດ ຜູ້ມີອຳ ນາດເຕັມແຫ່ງປະເທດໄອແລນ ປະຈຳ ສສ ຫວຽດນາມ, ສປປ ລາວ ແລະ ລາດຊະອານາຈັກກຳ ປູເຈຍ ແລະ ທ່ານ ມິນ ຟາມ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳ ລາວ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເຮືອງ ດວງພະຈັນ ລັດ ຖະມົນຕີປະຈຳຫ້ອງວ່າການລັດ ຖະບານ ແລະ ແຂກຖືກເຊີນເຂົ້າ ຮ່ວມ.

          ທ່ານ ໂຄລ ກ່າວວ່າ: ການ ປົດອາວຸດ ແມ່ນບູລະມະສິດສຳ ລັບນະໂຍບບາຍດ້ານການຕ່າງ ປະເທດ ແລະ ດ້ານຄວາມ ໝັ້ນຄົງ ຂອງລັດຖະບານໄອແລນ ເພື່ອ ປະຕິບັດໃຫ້ສອດຄ່ອງກັບກົດ ໝາຍສາກົນດ້ານມະນຸດສະທຳ ແລະ ການປົກປ້ອງສິດ ທິມະນຸດ. ຂ້າພະເຈົ້າຫວັງວ່າ ໂຄງການ ດັ່ງກ່າວຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ໃຫ້ຫຼຸດພົ້ນອອກຈາກໄພ ຄຸກຄາມຈາກບັນ ຫາລະເບີດທີ່ບໍ່ ທັນແຕກ ແລະ ຫຼຸດຜ່ອນຜົນກະທົບຈາກລະເບີດເຫລົ່ານີ້ເຊິ່ງມັນກໍໃຫ້ເກີດຜົນເສຍຫາຍຕໍ່ການພັດທະນາເສດ ຖະກິດ ແລະ ສັງຄົມ ຂອງລາວ.
           ທ່ານ ມິງ ຟາມ ກ່າວວ່າ: ຂໍຂອບໃຈຕໍ່ລັດຖະບານ ໄອແລນ ເປັນຢ່າງສູງທີ່ໃຫ້ການສະໜັບ ສະໜູນໃນຄັ້ງນີ້ເພາະວ່າໃນ ປັດ ຈຸບັນນີ້ອົງການ UNDP ກຳລັງ ຮ່ວມມືກັບລັດຖະບານໃນການ ສ້າງ ແລະ ອະນຸມັດໂຄງການ ໃໝ່ເພື່ອຊ່ວຍເຫຼືອໃນ ການເກັບກູ້ລະເບີດໃນໄລຍະ 3 ປີຕໍ່ໜ້າ. ຊຶ່ງ ໂຄງການໃໝ່ນີ້ ຈະເນັ້ນໃສ່ການ ສ້າງຄວາມເຂັ້ມແຂງຂັ້ນສະຖາ ບັນ, ໃຫ້ການ ຊ່ວຍເຫຼືອຜູ້ເຄາະ ຮ້າຍຈາກລະເບີດບໍ່ທັນແຕກ, ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງກັບລະເບີດບໍ່ ທັນແຕກ ໃຫ້້ດີກວ່າເກົ່າ ແລະ ເລັ່ງບຸກເບີກພື້ນທີ່ດິນທີ່ປາສະ ຈາກລະເບີດບໍ່ທັນແຕກໃຫ້ສອດຄ່ອງກັບບູລິມະສິດການພັດທະ ນາແຫ່ງ ຊາດ. ການແກ້ໄຂບັນ ຫາລະເບີດບໍ່ທັນແຕກແມ່ນມີ ຄວາມສຳຄັນຫຼາຍຕໍ່ກັບການພັດ ທະນາແບບຍືນຍົງ ແລະ ການ ຊ່ວຍເຫຼືອ ຢ່າງຕໍ່ເນື່ອງຈາກປະ ຊາຄົມໂລກແມ່ນມີຄວາມຈຳ ເປັນເພື່ອຊ່ວຍປະຊາຊົນລາວໃຫ້ ໄດ້ຮັບສິດໃນການດຳລົງຊີວິດ ໂດຍບໍ່ມີ ໄພອັນຕະລາຍ ຫຼື ຄວາມ ຢ້ານກົວຕໍ່ລະເບີດບໍ່ທັນແຕກ ແລະ ເພື່ອບັນລຸເປົ້າໝາຍໃນ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາ ຊົນລົງເທື່ອລະກ້າວ.
          ໃນໄລຍະຜ່ານມາ, ລັດຖະ ບານໄອແລນໄດ້ເປັນຄູ່ຮ່ວມງານທີ່ໃຫ້ການສະໜັບສະໜູນຢ່າງສະໝ່ຳສະເໝີໃນຂະແໜງ ການລະ ເບີດບໍ່ທັນແຕກ ໃນ ສປປ ລາວ ໂດຍໄດ້ປະກອບສ່ວນງົບປະ ມານຫຼາຍກວ່າ 4,7 ລ້ານໂດລາ ສະຫະລັດນັບແຕ່ປີ 2006 ເປັນ ຕົ້ນມາ. ນອກນີ້ ຍັງໄດ້ເຮັດໜ້າ ທີ່ນຳພາໃນການພັດທະນາ ແລະ ການສົ່ງເສີມສົນທິສັນຍາສາກົນວ່າດ້ວຍ ານ ເກືອດຫ້າມລະເບີດລູກຫວ່ານໃນບໍ່ດົນມານີ້. ໃນປັດ ຈຸບັນ, ສປປ ລາວ ແລະ ປະເທດ ໄອແລນໂດຍເປັນປະທານຮ່ວມຂອງ ຄະນະກຳມະການກຳຈັດ ແລະ ຫຼຸດຜ່ອນຄວາມສ່ຽງຂອງ ລະເບີດບໍ່ທັນແຕກພາຍໃຕ້ສົນທິສັນຍາດັ່ງກ່າວ.

No comments:

Post a Comment