Ad

Ad

22 January 2013

ກອງປະຊຸມລັດຖະມົນຕີທ່ອງທ່ຽວອາ ຊຽນ +3 ຄັ້ງທີ 12 ໄຂຂຶ້ນຢ່າງເປັນທາງ ການຢູ່ນະຄອນຫລວງວຽງຈັນ



    ກອງປະຊຸມລັດຖະມົນຕີທ່ອງທ່ຽວ ອາຊຽນ+3 ຄັ້ງທີ 12 ໄຂຂຶ້ນຢ່າງເປັນ ທາງການ ໃນວັນທີ 21 ມັງກອນນີ້ ຢູ່ ນະຄອນຫລວງວຽງຈັນ ໂດຍການເປັນ ປະທານຂອງ ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາລັດຖະມົນຕີທ່ອງ ທ່ຽວແຫ່ງປະເທດສະມາຊິກອາຊຽນ ພ້ອມຄະນະເຂົ້າຮ່ວມຢ່າງພ້ອມພຽງ.
    ໃນວາລະກອງປະຊຸມ ໄດ້ທົບທວນ ຄືນການຮ່ວມມືດ້ານການທ່ອງທ່ຽວລະ ຫວ່າງບັນດາປະເທດອາຊຽນ ແລະ ປະເທດຄູ່ຮ່ວມ ມືໃນປີຜ່ານມາ ແລະ ພ້ອມກັນຕົກ ລົງແຜນການໃນຕໍ່ໜ້າ ເພື່ອເຮັດ ໃຫ້ການທ່ອງທ່ຽວໄດ້ຮັບຜົນດີ ຂຶ້ນ ໂດຍສະເພາະໃນບັນດາປະ ເທດອາຊຽນ ແລະ ຄູ່ຮ່ວມເຈລະ ຈາ ເຊິ່ງຜ່ານມາກໍມີຫລາຍກິດຈະ ກຳທີ່ເຮັດໄດ້ດີ ແລະ ໃນຕໍ່ໜ້າຈະ ໄດ້ເພີ່ມທະວີການຮ່ວມມືໃຫ້ດີຂຶ້ນ ໂດຍສະເພາະຈະໄດ້ອາໄສສູນອາ ຊຽນທີ່ສ້າງຂຶ້ນແລ້ວເຊັ່ນ: ສູນອາ ຊຽນ-ຈີນ, ສູນອາຊຽນ-ຍີ່ປຸ່ນ ແລະ ສູນອາຊຽນ-.ເກົາຫລີ ໃຫ້ ອຳນວຍຄວາມສະດວກໃຫ້ແກ່ ການພັດທະນາການຮ່ວມມືໃນ ວຽກງານການທ່ອງທ່ຽວໃຫ້ ຫລາຍຂຶ້ນ.

    ພ້ອມນີ້, ທ່ານ ສຈ. ດຣ. ບໍ່ແສງ ຄຳ ວົງດາລາ ໄດ້ກ່າວໃນກອງ ປະຊຸມວ່າ: ຈຳນວນຕົວເລກທີ່ ເພີ່ມຂຶ້ນຂອງນັກທ່ອງທ່ຽວ ຕ່າງ ປະເທດທັງໝົດທີ່ເຂົ້າມາຢ້ຽມ ຢາມບັນດາປະເທດອາຊຽນ +3 ຈາກ 95,7 ລ້ານຄົນ ໃນປີ 2010 ເພີ່ມຂຶ້ນເປັນຫລາຍກວ່າ 102,9 ລ້ານຄົນ ໃນປີ 2011 ເຊິ່ງອັນນີ້ໄດ້ ປະກອບສ່ວນຢ່າງສຳຄັນຕໍ່ການ ເຕີບໃຫຍ່ທາງເສດຖະກິດຂອງ ພາກພື້ນຂອງພວກ ເຮົາ. ຈຳນວນ ນັກທ່ອງທ່ຽວທັງໝົດທີ່ມາຈາກ ປະເທດ ສປ ຈີນ, ຍີ່ປຸ່ນ ແລະ . ເກົາຫລີ ກໍໄດ້ເພີ່ມຂຶ້ນເຊັ່ນດຽວ ກັນ ຈາກ 12 ລ້ານຄົນ ໃນປີ 2010 ເປັນຫລາຍກວ່າ 14,8 ລ້ານຄົນ ໃນປີ 2011, ຂະນະທີ່ຈຳນວນນັກທ່ອງທ່ຽວຈາກອາຊຽນທີ່ໄປ ຢ້ຽມ ຢາມປະເທດ ສປ ຈີນ, ຍີ່ປຸ່ນ ແລະ .ເກົາຫລີ ກໍໄດ້ເພີ່ມຂຶ້ນ ຈາກ 7 ລ້ານຄົນ ໃນປີ 2010 ຂຶ້ນ ເປັນ 7,4 ລ້ານຄົນ ໃນປີ 2011.
     ສຳລັບປະເທດລາວ ເຊິ່ງມີ ຄວາມອຸດົມຮັ່ງມີທາງຮີດຄອງ ປະເພນີ, ມູນເຊື້ອວັດທະນະທຳ ແລະ ປະຫວັດສາດ ທັງມີ ຄວາມອຸດົມສົມບູນ ແລະ ສວຍສົດງົດງາມ ທາງທຳມະຊາດໃຫ້ຄວາມສຳຄັນ ຢູ່ສະເໝີຕໍ່ການສົ່ງເສີມວັດທະນະ ທຳ, ປະຫວັດ ສາດ ແລະ ການອະ ນຸລັກສິ່ງແວດລ້ອມ ໂດຍຜ່ານ ການພັດທະນາບັນດາພື້ນຖານ ໂຄງລ່າງດ້ານການທ່ອງທ່ຽວທີ່ ກ່ຽວ ຂ້ອງ. ຈາກການປະຕິບັດຄື ດັ່ງກ່າວ ໄດ້ຊ່ວຍເຮັດໃຫ້ຈຳນວນ ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າ ມາລາວເພີ່ມຂຶ້ນຈາກ 2,7 ລ້ານ ຄົນ ໃນປີ 2011 ເປັນຫລາຍກວ່າ 3,2 ລ້ານຄົນ ໃນປີ 2012 ທັງໄດ້ ຊ່ວຍສ້າງກາລະໂອກາດໃຫ້ແກ່ ການສ້າງວຽກ          ເຮັດງານທຳ ແລະ ສ້າງລາຍຮັບເພີ່ມຂຶ້ນຢ່າງຫລວງຫລາຍໃຫ້ແກ່ປະຊາຊົນລາວ.

No comments:

Post a Comment