Ad

Ad

22 January 2013

ໄຂພິທີວາງສະແດງຜະລິດຕະພັນການທ່ອງທ່ຽວອາຊຽນຢູ່ສູນການຄ້າ ລາວ-ໄອເຕັກ



    ໃນຕອນແລງຂອງວັນທີ 21 ມັງກອນ 2013, ທ່ານ ອາຊາງ ລາວລີ, ຮອງນາຍົກລັດຖະມົນຕີ ໄດ້ເປັນກຽດເຂົ້າຮ່ວມ ແລະ ຕັດແຖບຜ້າໄຂ ຕະຫຼາດນັດວາງສະແດງຜະລິດຕະພັນການທ່ອງທ່ຽວອາຊຽນຄັ້ງທີ 32 ຢູ່ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ໂດຍມີທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ, ລັດຖະມົນຕີວ່າການກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຸກັນ ມະຫາລາດ ເຈົ້າຄອງນະ ຄອນຫລວງວຽງຈັນ ພ້ອມດ້ວຍບັນດາລັດຖະ ມົນຕທ່ອງທ່ຽວອາຊຽນ  ແລະ ແຂກ ຖືກເຊີນເຂົ້າ ຮ່ວມຈຳນວນຫຼາຍ.
         ການຈັດງານຕະຫຼາດນັດ ວາງສະແດງຜະລິດຕະພັນການທ່ອງທ່ຽວຂອງບັນດາປະເທດ ສະມາຊິກອາຊຽນຄັ້ງນີ້ ມີທັງ ໝົດ 500 ຮ້ານທີ່ມາຈາກ 10 ປະ ເທດອາຊຽນ, ໃນນີ້ຮ້ານວາງ ສະແດງການທ່ອງທ່ຽວຂອງ ສປປ ລາວ ກໍມີຫລາຍສົມຄວນ.  ພ້ອມນີ້ຍັງມີການວາງສະແດງ ຮູບຈຳລອງຫໍຫລັກເມືອງ ເພື່ອ ໃຫ້ມີສັນຍາລັກ ແລະ ຄວາມ
ໝາຍຄວາມສຳຄັນຂອງວຽກ ງານທ່ອງທ່ຽວລາວ ເພື່ອໂຄ ສະນເຜີຍແຜ່, ແລກປ່ຽນບົດ ຮຽນດ້ານການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຮ່ວມກັນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດເຊື່ອມໂຍງເປັນ ອັນໜຶ່ງອັນດຽວກັນທັງພາຍໃນ ອາຊຽນ, ພາກພື້ນ ແລະ ສາກົນ. ສິ່ງສຳຄັນແມ່ນເປັນການໂຄສະ ນາວຽກງານທ່ອງທ່ຽວ ຂອງ ສປປ ລາວ ຊຶ່ງພວມໄດ້ຮັບການ ພັດທະນາ ແລະ ເຕີບໂຕຂຶ້ນ ເລື້ອຍໆ.
    ອາຊຽນແມ່ນວົງຄະນາຍາດ ໃຫຍ່ໃນພາກພື້ນອາຊີ-ອາຄະເນ ແລະ ມີຄວາມຫລາກຫລາຍ ທາງດ້ານພາສາ, ວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ໄດ້ ສືບທອດຈາກບັນພະບູລຸດມາ ເປັນເວລາຫລາຍພັນປີ, ພ້ອມ ດຽວກັນນັ້ນອາຊຽນຍັງມີຊັບ ພະຍາກອນທຳມະຊາດທີ່ອຸດົມສົມ ບູນ ແລະ ສວຍສົດງົດງາມ, ມີປະ ຫວັດສາດຮຸ່ງເຮືອງສີວິໄລ ແລະ ປູສະນີຍະສະຖານທີ່ມີ ຊື່ສຽງ, ຫນ້າຮັກ ແລະ ດູດດື່ມ, ອັນເຮັດ ໃຫ້ອາຊຽນກາຍເປັນຂົງເຂດທີ່ມີທ່າແຮງສູງ ດ້ານການທ່ອງທ່ຽວ ຢູ່ໃນທະວີບອາຊີ. ມີການຮ່ວມມື ແລະ ປະສານງານກັນຢ່າງສະ ຫນິດແຫນ້ນໃນໄລຍະຜ່ານມາ ໄດ້ເຮັດໃຫ້ການທ່ອງທ່ຽວອາ ຊຽນມີການຂະ ຫຍາຍຕົວແຮງ, ເຊັ່ນ: ໃນປີ 2011 ມີນັກທ່ອງ ທ່ຽວສາກົນມາທ່ອງທ່ຽວຢ້ຽມ ຢາມປະເທດອາຊຽນເຖິງ 81,2 ລ້ານຄົນອັນໄດ້ ປະກອບສ່ວນສຳຄັນເຂົ້າໃນການພັດະນາເສດຖະ ກິດ - ສັງຄົມຂອງປະເທດ, ຊ່ວຍ ສ້າງວຽກເຮັດງານທຳ ແລະ ຊ່ວຍລຶບ ລ້າງຄວາມທຸກຍາກ ເທື່ອລະກ້າວ, ພ້ອມທັງຊ່ວຍ ຫລຸດຜ່ອນຄວາມແຕກໂຕນກັນ ໃນລະດັບການພັດທະນາລະ ຫວ່າງບັນດາ ປະເທດສະມາຊິກ ເກົ່າ ແລະ ໃຫມ່. ສຳລັບ ສປປ ລາວກໍມີລັກສະນະຄ້າຍຄືກັບບັນດາປະເທດສະມາຊິກອາຊຽນອື່ນໆ, ມີຮີດຄອງປະເພນີ ແລະ ຂະນົບທຳນຽມຂອງປະຊາຊົນ ບັນດາເຜົ່າທີ່ແຕກຕ່າງກັນ, ມີບູ ຮານສະຖານ ແລະ ສະຖານທີ່ປະ ຫວັດສາດທີ່ຫນ້າສົນໃຈຫລາຍ ແຫ່ງເຊັ່ນ:ຫລວງພະບາງເມືອງປະຫວັດສາດ ແລະ ວັດທະນະ ທຳທີ່ກາຍເປັນມໍລະດົກໂລກ, ວັດພູຈຳປາສັກທີ່ກວມເອົາເມືອງເສດຖາປູຣະບູຮານເປັນມໍລະ ດົກໂລກ, ທົ່ງໄຫຫີນຊຽງຂວາງ ເຊິ່ງຄາດວ່າຈະໄດ້ຮັບເປັນ ມໍລະດົກໂລກໃນອີກບໍ່ດົນ. ພ້ອມດຽວ ກັນ ສປປ ລາວ ກໍມີແຫລ່ງທຳ ມະຊາດທີ່ອຸດົມສົມບູນຫລາຍ ແຫ່ງທີ່ເຫມາະສົມແກ່ ການພັດ ທະນາເປັນແຫລ່ງທ່ອງທ່ຽວອະນຸລັກ ເຊິ່ງເອື້ອອຳນວຍໃຫ້ ສປປ ລາວ ສາມາດພັດທະນາການ ທ່ອງທ່ຽວທຳ ມະຊາດເປັນອຸດ ສາຫະກຳຂຽວປາສະຈາກຄວັນໄຟ ແລະ ອາຍພິດ ແລະ ເປັນ ບ່ອນພັກຜ່ອນຢ່ອນໃຈແຫ່ງໃຫມ່ຂອງພາກພື້ນ. ໂດຍເຫັນໄດ້ທ່າ ແຮງ ແລະ ເງື່ອນໄຂພູມມີປະ ເທດ ແລະ ທີ່ຕັ້ງພູມສາດຄືດັ່ງ ກ່າວ, ລັດຖະບານແຫ່ງ ສປປ ລາວໄດ້ມີນະໂຍ ບາຍສົ່ງເສີມ ການທ່ອງທ່ຽວທຳມະຊາດ, ວັດ ທະນະທຳ ແລະ ປະຫວັດສາດ, ພັດທະນາປະເທດໃຫ້ກາຍເປັນຈຸດຜ່ານ ແລະ ຈຸດທ່ອງທ່ຽວທີ່ ຫນ້າສົນໃຈ ແລະ ດຶງດູດນັກ ທ່ອງທ່ຽວຈາກພາກພື້ນ, ຈາກ ທົ່ວໂລກໃຫ້ມາທ່ອງທ່ຽວຢ້ຽມຢາມນັບມື້ນັບ ຫລາຍຂຶ້ນ.

No comments:

Post a Comment