Ad

Ad

28 January 2013

ສານປະຊາຊົນເປີດເຜີຍການຂໍຢ່າຮ້າງໃນສັງຄົມມີເພີ່ມຂຶ້ນ



         ການຂໍຢ່າຮ້າງໃນປັດຈຸບັນ ພວມ ມີລັກສະນະເພີ່ມຂຶ້ນ ເນື່ອງຈາກ ສັງຄົມມີການພັດທະນາ ແລະ ບັນຫາ ໄພສັງຄົມໄດ້ເຮັດໃຫ້ເກີດຄວາມແຕກ ແຍກໃນຄອບຄົວ ຊຶ່ງສານປະຊາຊົນ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນປີ ຜ່ານມາ ໄດ້ຕັດສິນຄະດີຢ່າຮ້າງຂອງ ປະຊາຊົນຫຼາຍກວ່າ 50 ເລື່ອງ ຊຶ່ງ ເຫັນວ່າເພີ່ມຂຶ້ນຫລາຍແລະກາຍ ເປັນ ປາກົດການຫຍໍ້ທໍ້ທາງສັງຄົມ.
     ທ່ານ ແສງສຸວັນ ຈັນທະລຸນນະວົງ ຮັກສາການປະທານສານປະຊາຊົນ ນະຄອນ ຫຼວງວຽງຈັນ ໃຫ້ສຳພາດຕໍ່ນັກ ຂ່າວລາວພັດທະນາ ໃນວັນທີ 24 ມັງກອນ ວ່າ:ປີ 2012 ຜ່ານມາ, ສານປະຊາຊົນ ນະຄອນຫຼວງ ວຽງຈັນ ໄດ້ຮັບສຳ ນວນຄະດີ 2 ພັນກວ່າເລື່ອງ ຊຶ່ງສານໄດ້ຕັດສິນ ແລ້ວ 1 ພັນກວ່າເລື່ອງ, ສ່ວນ ໃຫຍ່ແມ່ນຂໍ້ຫາຢາເສບຕິດ, ລັກ ຊັບພົນ ລະເມືອງ ແລະ ພົ້ນເດັ່ນ ແມ່ນ ຄະດີສາຍພົວພັນຄອບຄົວ ຜົວເມຍຂໍຢ່າຮ້າງ ຊຶ່ງເປັນປາ ກົດການຫຍໍ້ທໍ້ທາງສັງຄົມ ແລະ ມີລັກສະນະເພີ່ມຂື້ນໂດຍສາເຫດ ຂອງການຢ່າຮ້າງແມ່ນຍ້ອນຜົວ ຫຼື ເມຍ ທຳມິດສາຈານ, ຕິດການພະນັນ ແລະ ບັນຫາຫຼິ້ນກິນຟຸມ ເຟືອຍ ໃນສັງຄົມ.

        ທ່ານ ແສງສຸວັນ ຈັນທະ ລຸນ ນະວົງ ກ່າວວ່າ: ການຂໍຢ່າງຮ້າງ ແມ່ນເກີດຈາກຄວາມບໍ່ເຂົ້າໃຈ ກັນຂອງຜົວເມຍ ຍ້ອນສັງຄົມ ມີການພັດທະນາຫຼາຍແລະຄວາມ ຮັບຮູ້ຕໍ່ກົດໝາຍຂອງສັງຄົມຍັງບໍ່ ສູງເທົ່າທີ່ຄວນເນື່ອງຈາກຄວາມ ນິຍົມໃນປະເທດ ທີ່ມີວັດທະນະ ທຳແຕກຕ່າງເຮັດໃຫ້ຜູ້ເປັນຝ່າຍ ຍິງກໍຮ້ອງຂໍປະຮ້າງຝ່າຍຊາຍ ຫຼື ຈ້າງໃຫ້ປະຮ້າງກໍມີ ຊຶ່ງຈາກປາ ກົດການທີ່ເກີດຂຶ້ນນີ້ ຫາກສັງຄົມ ບໍ່ຊ່ວຍກັນສຶກສາອົບຮົມໂດຍສະ ເພາະສະຖາບັນຄອບຄົວ ແລະ ອົງ ການຈັດຕັ້ງສັງຄົມຕ່າງໆຫາກ ບໍ່ ຕັກເຕືອນສຶກສາອົບຮົມໃຫ້ ຜົວ ເມຍມີຄວາມເຂົ້າໃຈກັນກໍຈະເຮັດ ໃຫ້ການຢ່າງຮ້າງ ໃນສັງ ຄົມເພີ່ມ ຂຶ້ນເນື່ອງຈາກປັດຈຸບັນສ່ວນໃຫຍ່ ການຂໍຢ່າງຮ້າງຈະຮ້ອງມາສານ ໂດຍບໍ່ໄດ້ມີການໄກ່ເກ່ຍຢູ່ ຂັ້ນ ບ້ານ ແລະ ພາຍໃນຄອບຄົວ ຈຶ່ງ ເຮັດໃຫ້ສານໄດ້ຮັບເລື່ອງ ແລະ ໃຫ້ເວລາໄກ່ເກ່ຍກັນ 3 ເດືອນ ຫາກຍັງບໍ່ມີການ ຍອມຮັບ,ສານ ກໍຈະໄດ້ຕັດສິນໃຫ້ປະຮ້າງຕາມ ຄຳ ຮ້ອງ.
        ການຂໍຢ່າງຮ້າງນອກຈາກ ເປັນປາກົດການຫຍໍ້ທໍ້ໃນສັງຄົມ ແລ້ວຍັງເຮັດໃຫ້ສະຖາບັນຄອບ ຄົວ ແລະ ວັດທະນະ ທຳຂອງສັງຄົມມີການປ່ຽນແປງຊຶ່ງເປັນໄພສັງຄົມ ເພາະ ເມື່ອມີການຢ່າງ ຮ້າງແລ້ວຕ້ອງມີຝ່າຍໃດໜຶ່ງຕ້ອງຮັບພາ ລະລ້ຽງດູລູກຊຶ່ງເຮັດໃຫ້ຄອບຄົວຂາດຄວາມອົບອຸ່ນ ແລະ ມີບັນຫາອື່ນໆຕາມມາ .

No comments:

Post a Comment