Ad

Ad

15 January 2013

ໄຊວິເດດ ຄອງສາຍແອວແຊ໋ມ ສຸດຍອດມວຍລາວ


    ທ້າວ ​ໄຊ​ວິ​ເດດ ກະຊວງ ປກສ ມາ​ແຮງ ​ເອົາ​ຊະນະ ທ້າວ ສິງ​ໂຕ​ທອງ ​ໄດ້​ຄອງ​ແຊ໋ມການ​ແຂ່ງ ຂັນ​ຊົກມວຍ​ລາຍການສຸດ​ຍອດ​ມວຍ​ລາຍ​ລາວ (ມວຍ​ຮອບ), ການ​ແຂ່ງຂັນ​ໄດ້​ເລີ່​ມມາ​ແຕ່ວັນ​ທີ 20 ຕຸລາ 2012 ເປັນຕົ້ນ​ມາ, ບັນ ດາ​ນັກ​ມວຍ​ທັງ 10 ຄົນ ໄດ້​ແຂ່ງ ຂັນແບບ​ໝູນວຽນ ຈົນ​ມາ​ຮອດ​ວັນ​ທີ 12 ມັງກອນ ຢູ່​ເວທີ​ມວຍ​ຊົ່ວ​ຄາວ ​ໂຮງ​ກາ​ຍະ​ສິ​ນແຫ່ງ​ຊາດ ຈຶ່ງ​ໄດ້​ສຳ​ເລັດ​ລົງ. ​
    ຄູ່​ຊີງ​ຊະນະ​ເລີດ ລະຫວ່າງ ທ້າວ ​ໄຊ​ວິ​ເດດ ກະຊວງ ປກສ ກັບ ທ້າວ ສິງ​ໂຕ​ທອງ ສິດ​ຊຽນ ນິຍົມ ປາກົດ​ວ່າ: ທ້າວ ​ໄຊ​ວິ​ເດດ ກະຊວງ ປກສ ຊົກ​ໄດ້​ດີ ​ແລະ ເຂົ້າ​ເປົ້າ​ຫລາຍ​ກວ່າ ຈຶ່ງ​ໄດ້​ແຊ໋ມ​ໄປ​ຄອງ ພ້ອມ​ຮັບ​ສາຍ​ແອວ​ແຊ໋ມ, ​ເງິ​ນ 10 ລ້ານ​ກີບ ​ແລະ ຂັນ​ລາງວັນ 1 ໜ່ວຍ, ອັນ​ດັບ​ທີ 2 ໄດ້​ແກ່ ທ້າວ ສິງ​ໂຕ​ທອງ ສິດ​ຊຽນ ນິຍົມ ​ໄດ້​ຮັບ​ເງິນສົດ 5 ລ້ານ​ກີບ ພ້ອມ​ຂັນ​ລາງວັນ, ທີ 3 ໄດ້​ແກ່ ທ້າວ
ສິນ​ໄຊ​ນ້ອຍ ສໍ​ກຸນ​ລະ​ວົງ ໄດ້​ຮັບ​ເງິນສົດ 3 ລ້ານ​ກີບ ພ້ອມ​ຂັນ​ລາງວັນ ແລະ ທີ 4 ໄດ​້​ແກ່ ທ້າວ ຟ້າ​ໃສ ສິດ​ຫົງ​ຄຳ ​ໄດ້​ຮັບ​ເງິນສົດ 2 ລ້ານ​ກີບ ​ພ້ອມ​ຂັນ​ລາງວັນ.
      ​ເປັນ​ກຽດ​ມອບ​ລາງວັນ ໂດຍ​ ທ່ານ ພັນ​ໂທ ແສ​ນອາ​ໄລ ບົວ​ອາພອນ ຫົວໜ້າ​ກົມ​ກິລາກະຊວງ ປກສ, ທ່ານ ຄຳ​ຜອງ ພັນ​ວົງສາ ຮອງ​ປະທານ​ສະມາຄົມ​ວິທະຍາ ສາດ ​ແລະ ວິ​ສະວະ​ກຳ​ແຫ່ງ​ຊາດ.  

No comments:

Post a Comment