Ad

Ad

21 January 2013

ບໍລິສັດ​ມະນິຍົມ​ໄດ້​ເປັນ​ຕົວ​ແທນຈຳໜ່າຍ​ລົດ​ກົນ​ຈັກ​ໜັກຍີ່​ຫໍ້ SOOSAN HEAVY ຢູ່​ລາວ.



              ບໍລິສັດ ມະ​ນິຍົມກົນ​ຈັກ​ໜັກ ແລະ ກໍ່ສ້າງ ຈຳກັດ ​ເຊິ່ງ​ເປັນ​ບໍລິ ສັດ​ໃນ​ເຄືອ​ຂອງ​ກຸ່ມ​ບໍລິສັດ ມະ​ນິ ຍົມ​ກຣຸບ ​ໄດ້​ເຊັນ​ສັນຍາ​ເປັນ​ຕົວ​ແທນ​ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ​ແຕ່​ພຽງ​ຜູ້​ດຽວ​ໃນ ສປປ ລາວ ຂອງ​ລົດ​ເຈາະ​ພື້ນຫີນ-ດິນ​ສຳລັບ​ງານ​ເໝືອງ​ແຮ່ ​ແລະ ​ເຄນ ຍີ່​ຫໍ້ Soosan Heavy ​ເຊິ່ງພິທີ​ເຊັນ​ສັນຍາ​ໄດ້​ຈັດ​ຂຶ້ນຢູ່​ຫ້ອງ​ປະຊຸມ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ ມະ​ນິຍົມ​ກຣຸບ (ອາຄານ Chevrole-Lao) ຖະໜົນ T2 ບ້ານ​ໜອງ​ດ້ວງ​ເໜືອ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນ ຫລວງ​ວຽງ​ຈັນ ລະຫວ່າງ​ທ່ານ ສຸກ​ສະໝອນ ສີ​ຫາ​ເທບ ປະທານ​ຄະນະ​ຜູ້​ບໍລິຫານ ບໍລິສັດ ມະນິ ຍົມ​ ​ແລະ ທ່ານ Seok Hyun Jung ຜູ້​ຈັດການ​ປະຈຳ​ພາກພື້ນອາຊີ ແລະ ​ໂອ​ຊີ​ອາ​ນີ ຂອງ​ບໍລິສັດ Soosan Heavy Industries Co., Ltd.
             ບໍລິສັດ Soosan Heavy Industries Co., Ltd. ​ເປັນ​ຜູ້​ຜະ ລິດ​ຕະພັນ ​ເບັກ​ເກີ້​​ໄຮ​ໂດຣລຣິກ, ປັ້ນຈ່ານ, ລົດ​ເຈາະ​ພື້ນຫີນ-ດິນ ແລະ ຜະລິດ​ຕະພັນ​ອື່ນໆ ມາ​ແຕ່​ປີ 1984 ​ແລະ ​ເປັນ​ບໍລິສັດ​ເກົາຫລີ​​ໃຫຍ່​ສຸດ​ທີ່​ໄດ້​ນຳ​ຄວາມ​ກ້າວໜ້າ​ຂອງ​
ອຸດສາຫະກຳ​ອຸປະກອນ​ເສີມ​ສຳລັບ​ກົນ​ຈັກ​ໜັກ​ມາ​ຈົນ​ປັດ ຈຸບັນ ​ເຊິ່ງມີ​ໂຕ​ແທນ​ຈຳໜ່າຍ​ຢ່າງ​ເປັນ​ທາງ​ການ​ຫລາຍ​ກວ່າ 70 ປະ​ເທດ​ທົ່ວ​ໂລກ ​ແລະ ​ໄດ້​ມອບ​ຄວາມ​ໄວ້​ວາງ​ໃຈ​ເປັນ​ຢ່າງ​ສູງ​ ທີ່​ໄດ້​ແຕ່ງຕັ້ງຕົວ​ແທນ​ຈຳ ໜ່າຍ​ຢ່າງ​ເປັນ​ທາງ​ການ​ແຕ່​ພຽງ​ຜູ້​ດຽວ​ໃນ ສປປ ລາວ ​ໂດຍ​ແມ່ນ​ບໍລິສັດ ມະ​ນິຍົມ​ກົນ​ຈັກ​ໜັກ ​ເຊິ່ງ​ເປັນ​ບໍລິສັດ​ ບຸກ​ເບີກ ​ແລະ ​ເປັນ​ຜູ້ນຳ​ຕະຫລາດ​ກົນ​ຈັກ​ໜັກ​ລົດ​ບັນທຸກ ​ແລະ ອຸປະກອນ​ເສີມ​ສຳລັບ​ກົນ​ຈັກ​ໜັກ​ໃນ ສປປ ລາວ ທີ່​ໄດ້​ຮັບ​ຄວາມ​​ໄວ້​ວາງ​ໃຈ​ຈາກ​ບັນດາ​ກຸ່ມ​ນັກທຸລະກິດ ​ແລະ ຜູ້​ປະກອບ​ການ​ເປັນ​ຢ່າງ​ດີ.
             ທັງ​ສອງ​ບໍລິສັດ​ມີ​ຄວາມ​ຕັ້ງ​ໃຈ​ເປັນ​ຢ່າງ​ສູງ​ທີ່​ຈະ​ສະໜອງ​ລົດ​ເຈາະ​ພື້ນຫີນ-ດິນ​ທີ່​ມີ​ຄຸນ​ນະ ພາ​ບມາດຕະຖານ​ໂລກ​ໃນ​ລາຄາ​ທີ່​ຊ່ວຍ​ແບ່ງ​ເບົາ​ພາລະ​ການ​ເງິນ​ຂອງ​ນັກທຸລະກິດ​ກຸ່ມ​ບໍລິສັດ​ເໝືອງ​ແຮ່ ​ແລະ ຂຸດ​ຄົ້ນ ລວມທັງ​ບໍລິສັດ​ສຳ​ປະທານ​ເໝືອງ​ຫີນ​ທັງ ຫລາຍ ​ແລະ ຜະລິດ​ຕະພັນ​ເຄນ​ຍົກ​ທີ່​ມີ​ຄວາມ​ແຂງ​ແຮງ​ປອດ​ໄພ ພ້ອມ​ທັງ​ວຽກ​ບໍລິການ​ຫລັງ​ການ​ຂາຍ​ທີ່​ພ້ອມ​ຈະ​ບໍລິການ​ລູກ​ຄ້າ ເຖິງສະຖານທີ່ໃນທົ່ວປະເທດ.

No comments:

Post a Comment