ລັດຖະບານລາວໄດ້ວາງແຜນຈັດຕັ້ງປະຕິບັດໂຄງການໃຫຍ່
ຫລາຍໂຄງການ ເພື່ອສູ້ຊົນບັນລຸ ເປົ້າໝາຍສະຫັດສະວັດດ້ານການພັດທະນາໃນປີ 2015 ເປັນຕົ້ນໂຄງການກໍ່ສ້າງທາງລົດໄຟຈາກລາວໄປຈີນ,
ກໍ່ສ້າງສາຍສົ່ງໄຟ ຟ້າແຮງສູງທົ່ວປະເທດ, ກໍ່ສ້າງທາງດ່ວນໄປສູ່ທະເລຫວຽດນາມ,
ກໍ່ສ້າງສະໜາມບິນສາກົນໃໝ່, ກໍ່ ສ້າງທາງຫລວງແຫ່ງຊາດ (1D), ໂຄງການກໍ່ສ້າງເຂື່ອນໄຟຟ້າ
ແລະ ໂຄງການຂຸດຄົ້ນບໍ່ແຮ່ອີກຫລາຍແຫ່ງ. ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ບັນລຸຕາມເປົ້າໝາຍມີຄວາມຕ້ອງການການລົງທຶນຫລາຍກວ່າ
40 ຕື້ໂດລາສະຫະລັດ, ແຕ່ມາຮອດປັດຈຸບັນສາມາດຈັດຫາແຫລ່ງທຶນໄດ້ປະ ມານ 15
ຕື້ໂດລາສະຫະລັດ ເຊິ່ງໃນນັ້ນ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ກວມອັດຕາສ່ວນ
65% ເທົ່າກັບ 8,3 ຕື້ໂດລາສະຫະລັດ, ທຶນຊ່ວຍເຫລືອລ້າປະມານ 26% ເທົ່າກັບ 4 ຕື້ໂດລາສະຫະລັດ
ແລະ ງົບປະ ມານຂອງລັດກວມພຽງ 10% ເທົ່າກັບ 1,4 ຕື້ໂດລາສະຫະລັດ ແລະ ຍັງມີການລົງທຶນຈາກທະ
ນາຄານພາຍໃນກວມ 12% ເທົ່າກັບ 1,8 ຕື້ໂດລາສະຫະລັດ.
ໂຕເລກຄາດໝາຍສູ້ຊົນດັ່ງ ກ່າວໄດ້ລະບຸໄວ້ໃນແຜນພັດທະ
ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ສົກປີ 2011-2015, ລັດຖະ ບານລາວ ທີ່ຈະສູ້ຊົນເຮັດໃຫ້ອັດ
ຕາເຕີບໃຫຍ່ດ້ານເສດຖະກິດບັນລຸຫລາຍກວ່າ 8% ຕໍ່ປີຂຶ້ນໄປ, ສູ້ຊົນແກ້ໄຂຄວາມທຸກຍາກຂອງປະຊາ
ຊົນ ແລະ ປະຕິບັດສຳເລັດເປົ້າ ໝາຍສະຫັດສະວັດດ້ານການພັດ ທະນາ ໃນປີ 2015. ເພື່ອບັນລຸເປົ້າ
ໝາຍດັ່ງກ່າວຈະມີການຫັນປ່ຽນໂຄງປະກອບເສດຖະກິດຕາມທິດຫັນເປັນອຸດສາຫະກຳທັນສະໄໝ,
ເຊິ່ງຂະແໜງອຸດສາຫະກຳຈະຕ້ອງກວມອັດຕາສ່ວນປະມານ 39% ຂອງລວມຍອດຜະລິດຕະ ພັນພາຍໃນ,
ການບໍລິການ 38% ແລະ ກະສິກຳ 23% ເຊິ່ງໃນນັ້ນ ຄາດໝາຍການຂະຫຍາຍຕົວ ຂອງຂະແໜງອຸດສາຫະກຳແມ່ນຈະໄດ້ມາຈາກຂະແໜງພະລັງ
ງານໄຟຟ້າ, ບໍ່ແຮ່ ແລະ ອຸດສາ ຫະກຳປຸງແຕ່ງ.
No comments:
Post a Comment