ນັບແຕ່ມື້ກຳເນີດຂອງສື່ມວນຊົນເປັນຕົ້ນມາ,
ນັກຖ່າຍຮູບຍາມໃດກໍໄດ້ຢືນຢູ່ຄຽງບ່າຄຽງໄຫລ່ນັກຂ່າວຕະຫລອດມາ ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ
ແລະ ການໃກ້ຊິດສະໜິດແໜ້ນດັ່ງກ່າວ ຈົນເຮັດໃຫ້ຫລາຍຄົນມີຄວາມຮູ້ສຶກວ່າ:
“ເອກະລັກຂອງນັກຂ່າວມັນແມ່ນກ້ອງຖ່າຍ ຮູບແລະບໍ່ແມ່ນປາກກາອີກແລ້ວ” ລະດັບຄວາມສຳຄັນຂອງນັກຖ່າຍ
ຮູບໃນວົງການສື່ມວນຊົນທີ່ທັນ ສະໄໝໃນປັດຈຸບັນມັນແທດເໝາະກັບຄຳສຸພາສິດບູຮານຂອງຈີນເຄີຍເວົ້າກັນມາວ່າ:“ຮູບພາບແຜ່ນ
ໜຶ່ງທໍ່ກັບຄຳເວົ້າຫລາຍພັນຄຳ”.
ໃນປັດຈຸບັນນີ້, ແຕ່ລະມື້ພວກເຮົາຍິ່ງໄດ້ເບິ່ງໄດ້ຊົມບໍ່ຈັກວ່າໜ້ອຍຫລາຍປານໃດຜ່ານຮູບພາບຕ່າງໆໃນລາຍການໂທລະພາບ,
ໃນໜ້າໜັງສືພິມ ແລະ ວາລະສານຕ່າງໆນັບມື້ຫລາຍຂຶ້ນ ອັນໄດ້ເຮັດໃຫ້ພວກເຮົາໄດ້ຮັບຜົນສະທ້ອນບໍ່ໜ້ອຍຕໍ່ບັນດາຮູບພາບເຫລົ່ານັ້ນ
ແລະ ມັກຈື່ນຳພາບດັ່ງກ່າວໄວ້ໄດ້ດີກວ່າບົດຮຽນ, ບົດຂ່າວ ຫລື ບົດວິເຄາະວິຈານໃດໜຶ່ງທີ່ເລິກເຊິ່ງ
ປານໃດກໍຕາມ.ມັນມີພຽງຮູບພາບ ເທົ່ານັ້ນທີ່ຈະຄົງຢູ່ໃນຄວາມຊົງຈຳຂອງພວກເຮົາຕະຫລອດໄປ.
ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ: ຕາກ້ອງນັກຂ່າວແມ່ນຫລັກຖານພະຍານອັນດີທີ່ສຸດ,ຮູບພາບທີ່ດີໃບໜຶ່ງມັນບັນຈຸຫລາຍຂໍ້ມູນຂ່າວສານ
ສາ ມາດຊ່ວຍໃຫ້ຜູ້ເບິ່ງຮັບຮູ້ໄດ້ສ່ວນໃດໜຶ່ງຂອງໂລກອ້ອມຮອບພວກເຮົາ. ແຕ່ຢາກໄດ້ຮູບພາບທີ່ດີໃບໜຶ່ງ,ກ່ອນອື່ນໝົດນັກຖ່າຍຮູບຜູ້ນັ້ນຕ້ອງຮູ້
ຊອກໃຫ້ເຫັນເນື້ອເລື່ອງຂອງມັນໃນສາຍຕາຂອງຕົນເອງ.
ການຊອກເຫັນເລື່ອງໃດເລື່ອງໜຶ່ງນັ້ນ ແມ່ນຄຸນລັກສະນະອັນປະເສີດຂອງນັກຖ່າຍຮູບ
ເພື່ອສາມາດຕອບສະ ໜອງໃຫ້ຜູ້ເບິ່ງຜູ້ຊົມເຫັນໄດ້ເນື້ອໃນອັນມີຄວາມໝາຍຂອງມັນ
ແລະ ຄຸນລັກສະນະດັ່ງກ່າວໄດ້ປາກົດມີຂຶ້ນໃນຫລາຍແບບຕ່າງກັນ ເຊິ່ງມັນຮຽກຮ້ອງໃຫ້ມີການເຝິກຝົນຫລໍ່ຫລອມ,
ຕ້ອງຮູ້ຖອດຖອນບົດຮຽນ,ມີຄວາມຮັກມັກ ແລະ ຕ້ອງເປັນຜູ້ມີຄວາມຮູ້ຄວາມສາ ມາດໃນລະດັບໃດໜຶ່ງທີ່ແນ່ນອນ
ແລະ ພ້ອມນັ້ນ ກໍຕ້ອງຮູ້ໝູນໃຊ້ທຸກເງື່ອນໄຂໃນໄລຍະເວລາອັນສັ້ນໆໃດໜຶ່ງ
ເພື່ອສາມາດສ້າງໃຫ້ໄດ້ຮູບພາບທີ່ສາມາດສ່ອງແສງໃຫ້ສັງຄົມຮູ້ໄດ້ຕື່ມອີກໃນສິ່ງທີ່ເຂົາເຈົ້າຍັງບໍ່ທັນຮູ້.
ແຕ່ສິ່ງນີ້ໃນຜ່ານມາ ບັນດານັກຖ່າຍຮູບພວກເຮົາກໍຍັງເຮັດໄດ້ໜ້ອຍ ແລະ ກໍຍັງບໍ່ທັນມີໃຜທີ່ຈະມີຄວາມສົມບູນແບບດັ່ງກ່າວ
ຍ້ອນວ່າຢູ່ໃນໄລຍະເວລາປະຕິບັດງານຂອງພວກເຮົາກໍມັກຈະມີສິ່ງທ້າທາຍຕ່າງໆຕາມມາໃນທຸກສະຖານະການທີ່ເກີດຂຶ້ນ
ເຊິ່ງນັກຖ່າຍຮູບພວກເຮົາມັກຈະຜະເຊີນຢູ່ສະເໝີ. ແຕ່ນັກຖ່າຍຮູບ (ນັກຂ່າວພາບ)
ຜູ້ດີເດັ່ນທີ່ສຸດແມ່ນຈະສາມາດພິສູດໃຫ້ພວກເຮົາເຫັນວ່າ: ສິ່ງໂຊກດີແມ່ນຈະມີຕໍ່ຜູ້ໃດທີ່ຢູ່ໃນທ່າກຽມພ້ອມສະເໝີ.
No comments:
Post a Comment