ໃນວັນທີ 1 ກຸມພາ 2013, ທ່ານ ບົວເງິນ ຊາພູວົງ
ລັດຖະມົນ ຕີຊ່ວຍວ່າການ ກະ ຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານນາງ
ບຸນເຮືອງ ລິດດັງ ຮອງປະທານກຸ່ມບໍລິສັດດາວເຮືອງ ໄດ້ຮ່ວມລົງນາມໃນສັນຍາ ການກໍ່ສ້າງຕຶກໃໝ່ກະຊວງຖະແຫລງຂ່າວ,
ວັດທະ ນະທຳ ແລະ ທ່ອງທ່ຽວ ໂດຍມີທ່ານ ສຈ.ດຣ ບໍ່ແສງຄຳ ວົງດາ ລາ ລັດຖະມົນຕີວ່າການ
ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສຸກັນ ມະ ຫາລາດ ເຈົ້າຄອງນະຄອນຫລວງວຽງຈັນ,ບັນດາລັດຖະມົນຕີຊ່ວຍວ່າການ
ແລະ ແຂກຖືກເຊີນ ເຂົ້າຮ່ວມເປັນສັກຂີພິຍານ.
ຕຶກໃໝ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ ຈະໄດ້ຮັບການກໍ່ສ້າງພາຍ ຫລັງເຊັນສັນຍາເປັນຕົ້ນໄປ ມີ ກຳນົດການກໍ່ສ້າງ
2 ປີໃຫ້ສຳເລັດສົມບູນ, ຕັ້ງຢູ່ຖະໜົນ 450 ປີ, ມີເນື້ອທີ່ 20.000 ຕາແມັດ, ເປັນອາຄານ
5 ຊັ້ນ,ມີມູນຄ່າ 100 ຕື້ ກີບ. ຕຶກຫລັງໃໝ່ນີ້ ເປັນການແລກປ່ຽນກັບຕຶກອົງການທ່ອງທ່ຽວແຫ່ງຊາດຫລັງເກົ່າ.ໂອກາດນີ້,ທ່ານ
ສຈ.ດຣ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມດີໃຈ ແລະ ຊົມເຊີຍ ຕໍ່ກຸ່ມບໍລິສັດດາວເຮືອງ
ທີ່ໄດ້ເປັນຜູ້ຮັບເໝົາ ກໍ່ສ້າງ ເຊື່ອໝັ້ນວ່າ: ຈະມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ
ເພື່ອໃຫ້ມີຄວາມສະດວກໃນການດຳເນີນໂຄງການໃຫ້ມີຜົນສຳເລັດຕາມຄາດໝາຍ.
No comments:
Post a Comment