Ad

Ad

22 April 2013

ເຜີຍແຜ່ບົດລາຍງານການສຳ ຫລວດສະພາບເສດຖະກິດ-ສັງຄົມຢູ່ພາກພື້ນອາຊີ-ປາຊີຟິກ ປະຈຳສົກປີ 2013



       ກະຊວງ​ການ​ຕ່າງປະ​ເທດ ​ຮ່ວມ​ກັບ​ຄະນະ​ກຳ​ມາ​ທິການ​ເສດຖະກິດ-​ສັງຄົມ ອົງການ​ສະຫະ​ປະຊາ​ຊາດ ສປຊ ປະ​ຈຳ​ພາກພື້ນອາຊີ-ປາຊີ​ຟິກ​ United Nation Economic and Social commission for Asia and the pacific  (UNESCAP) ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ສຳຫລວດ​ສະພາບ​ເສດຖະ ກິດ-ສັງຄົມ​ຢູ່​ພາກພື້ນອາຊີ​-ປາຊີ​ຟິກປະ​ຈຳປີ 2013 ຂຶ້ນ​ໃນ​ວັນ​ທີ 19 ເມສາ 2013 ຢູ່​ທີ່​ໂຮງ​ແຮມ​ລາວ​ພລາຊາ ນ​ະຄອນ​ຫລວງ​ວຽງ​ຈັນ ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ພ້ອມ​ດ້ວຍພະ ນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ ເຂົ້າຮ່ວມ.
         ທ່ານ ອາ​ລຸນ​ແກ້ວ ກິດ​ຕິ​ຄຸນ ກ່າວ​ວ່າ: ການ​ເຜີຍ​ແຜ່​ຜົນ​ການ​ສຳ​ຫລວດ​ສະພາບ​ລວມຂອງ​ການ​ພັດທະນາ​ເສດຖະກິດ- ສັງຄົມ​, ສິ່ງ​ທ້າ​ທາຍ,ທາງ​ເລືອກ​ດ້ານ​ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເພື່ອ​ເຮັດ​ໃຫ້ການ ​ພັດທະນາ​ໃນ​ຂົງ​ເຂດ​ທີ່​ມີ​ລັກ​ສະ​ນະ​ຕໍ່​ເນື່ອງ ​ແລະ ຍືນ​ຍົງ, ບົດ​ສຳ​ຫລວດ​ສະຖິ​ຕິ-ສັງຄົມ​ດັ່ງກ່າວ​ຖື​ວ່າ​ເປັນ​ເຄື່ອງມື​ທີ່​ສຳຄັນ​ໃນ​ການ​ປະ​ເມີນ​ສະພາບ​ການ​ພັດທະນາ, ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ ​ແລ​ະ ການ​ລົງທຶນ​ຢູ່​ບັນດາ​ປະ​ເທດ​ໃນ​ພາກພື້ນອາຊີ-ປາຊີ​ຟິກ​ແນ​ໃສ່​ສະໜອງ​ຂໍ້​
ມູນ​ທີ່​ເປັນ​ປະ​ໂຫຍ​ດ​ໃຫ້​ແກ່​ສະມາຊິກ​ຂອງ​ອົງການ  UNESSCAP ເພື່ອ​ກຳ​ນົດນະ​ໂຍບາຍ​​ການ​ພັດທະນາ​ປະ​ເທດ​ໃຫ້​ສອດ ຄ່ອງ​ກັບ​ສະພາບ​ການ​ຂອງ​ພາກພື້ນກໍ​ຄື​ຂອງ​ສາກົນ,ແນ​ໃສ່​ສ້າງ​ຄວາມ​ຍືນ​ຍົງ​ດ້ານ​ການ​ພັດທະນາ ​ແລະ ການ ຈະ​ເລີ​ນ​ເຕີບ​ໃຫຍ່​ທາງ​​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ​ຂອງ​ບັນດາ​ປະ​ເທດ​​ໃນ​ຂົງ​ເຂດ.ບົດ​ສຳ​ຫລວດ​ສະ ພາບ​ເສດຖະກິດ-ສັງຄົມ​ປະ​ຈຳ​ພາກ​ພື້ນອາ ຊີ-ປາ ຊີ​ຟິກ​ນີ້ແມ່ນ​ຈັດ​ພິມ​​ທຸກໆ​ປີ​ເຊິ່ງ​ປີນີ້ໄດ້ຈັດຕັ້ງ​ເຜີຍ​ແຜ່​ພ້ອມ​ກັນ​ຢູ່ 37 ປະ​ເທດ​ໃນ​ພາກພື້ນ​ເຊິ່ງ ສປປ ລາວ​ກໍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ຖືກ​ເລືອກ​ຈາກ​ອົງການ ສປຊ ​ເພື່ອ​ຈັດຕັ້ງ​ເຜີຍ​ແຜ່​ຮ່ວມ​ກັບ​ອົງການ  UNESSCAP.

No comments:

Post a Comment