Ad

Ad

1 April 2013

ລັດຖະບານຍີ່່ປຸນໃຫ້ການຊ່ວຍເຫລືອລ້າປະຕິບັດ 3 ໂຄງການ



        ລັດຖະບານ​ຍີ່ປຸ່ນ ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫລືອ​ລ້າ​ ​ລັດຖະ ບານ ສປປ ລາວ ໂດຍສືບຕໍ່ຈັດ ຕັ້ງປະຕິບັດເນື້ອໃນຂອງ ຈົດໝາຍ ແລກປ່ຽນ ລະຫວ່າງ ລັດຖະບານ ລາວ 2 ປະເທດໃຫ້ປາກົດຜົນເປັນ ຈິງ. ມາໃນວັນທີ 29 ມີນາ 2013, ທີ່ກະ ຊວງແຜນການ ແລະ ການ ລົງທຶນໄດ້ມີພິທີລົງ ນາມຮັບເອົາ ການຊ່ວຍເຫລືອລ້າ​ຂອງລັດຖະ ບານຍີ່ປຸ່ນ ລະຫວ່າງທ່ານນາງ ສີສົມບູນ ອຸນາວົງ ຮັກສາການ ຫົວໜ້າກົມຮ່ວມມືສາກົນ ກະ ຊວງແຜນການ ແລະ ການລົງທຶນ ແລະ ທ່ານ ກອຍຊິ ທາເກະ (koichi TAKEI) ຫົວໜ້າ ອົງການຮ່ວມສາກົນຍີ່ປຸ່ນ (JICA) ເພື່ອປະຕິບັດ 3 ໂຄງການ​ຄື ​ໂຄງການ​ພັດທະນາ​ເຂື່ອນຂະ ໜາດນ້ອຍ, ມູນ​ຄ່າ 1.775 ລ້ານ​ເຢນ; ​ໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ ການ​ບໍລິການ​ເຄືອ​ຂ່າຍ​ສາ ທາລະນະ​ສຸກບັນດາ​ແຂວງ​ພາກ​ໃຕ້ຂອງ​ລາວ ມູນ​ຄ່າ 741 ລ້ານ​ເຢນ ​ແລະ ​ໂຄງການ​ຈັດ​ຊື້-ສະ ໜອງອຸປະກອນ​ທີ່​ທັນ​ສະ​ໄໝ ​ໃນ​ລະບົບ​ການ​ຂົນ​ສົ່ງ​ທາງ​ອາກາດ ມູນ​ຄ່າ 533 ລ້ານ​ເຢນ ລວມທັງ ໝົດ 3.049 ລ້ານ​ເຢນ ຫລື ປະ ມານ 32,2 ລ້ານ​ໂດ​ລາ​ສະຫະລັດ.
         ໂຄງການ​ຊ່ວຍ​ເຫລືອ​ລ້າ ຂອງ​ລັດຖະບານ​ຍີ່ປຸ່ນ ​ໃນ​ຄັ້ງນີ້ ​ແມ່ນ​ນອນ​ຢູ່​ໃນ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ​ຂອງ​ລັດຖະບານ ສປປ. ລາວ ທີ່​ໄດ້​ສະ​ເໜີຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ລັດຖະ ບານ​ຍີ່ປຸ່ນ. ສຳລັບໂຄງການ​ພັດ ທະນາ​ເຂື່ອນໄຟຟ້າ ນ້ຳຕົກຂະໜາດນ້ອຍ ຈະເຮັດໃຫ້ປະຊາຊົນ ຢູ່ເມືອງຍອດອູ ແຂວງຜົ້ງສາລີ ສາມາດນຳ ໃຊ້ໄຟຟ້າຈຳນວນ 22 ບ້ານ, ກວມເອົາ
200 ຄອບຄົວ ທີ່ ຢູ່ເຂດຊົນນະບົດຫ່າງໄກສອກ ຫລີກ, ສົ່ງເສີມ ການຜະລິດພາຍ ໃນຫລຸດຜ່ອນການນຳເຂົ້າໄຟຟ້າ ແລະ ປະກອບສ່ວນຍົກລະດັບຊີ ວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ; ໂຄງການ​ສ້າງ​ຄວາມ​ເຂັ້ມ​ແຂງ ການ​ບໍລິການ​ເຄືອ​ຂ່າຍ​ສາ ທາລະນະ​ສຸກບັນດາ​ແຂວງ​ພາກ​ໃຕ້ຂອງ​ລາວ ຈະໄດ້ຍົກລະດັບການ ບໍລິການດ້ານສາທາລະ ນະສຸກຢູ່ 4 ແຂວງ ໃຫ້ມີຄຸນນະ ພາບດ້ານການບໍລິການສຸຂະພາບແມ່ ແລະ ເດັກ, ຍົກລະດັບບັນດາໂຮງໝໍເມືອງ, ສຸກສາລາ ຕ່າງໆໃຫ້ມີການບໍລິການ ແລະ ສາມາດຕອບສະໜອງໃຫ້ປະຊາ ຊົນໃນເຂດພາກໃຕ້ເຂົ້າເຖິງບໍລິການດີກວ່າເກົ່າ; ​ໂຄງການ​ຈັດ​ຊື້-ສະໜອງອຸປະກອນ​ທີ່​ທັນ​ສະ​ໄໝ ​ໃນ​ລະບົບ​ການ​ຂົນ​ສົ່ງ​ທາງ​ອາກາດ ເປັນການສະໜອງອຸປະກອນ ທີ່ທັນສະໄໝໃຫ້ແກ່ການສື່ສານຄົມມະນາຄົມທາງອາ ກາດໃຫ້ກັບສະໜາມບິນໃຫ້ມີຄຸນນະພາບ ແລະ ທັນສະໄໝທຽບທັນກັບສາກົນ.

No comments:

Post a Comment