Ad

Ad

1 April 2013

ໂຍທາຊີ້ແຈງກ່ຽວກັບການຮັກສາຄວາມສະອາດເສັ້ນທາງໃນຕົວເມືອງ



     ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ຊີ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​ການ​ຮັກສາ​ຄວາມ​ສະອາດ​ເສັ້ນທາງ​ຢູ່​ນະຄອນຫລວງ​ວຽງ​ຈັນ ຫລັງ​​ບັນຫາ​ດັ່ງກ່າວ​ສັງຄົມ​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຫລາຍ​ ຈົນ​ເຖິງ​ຂັ້ນ​ໄດ້​ມີ​ການສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ ​ເພື່ອ​ໃຫ້​ພາກສ່ວນ​ກ່ຽວ ຂ້ອງ​ອອກ​ມາ​ຊີ້​ແຈ້ງ ​​ເຖິງ​ຄວາມ​ຮັບຜິດຊອບຂອງ​ຕົນ​ຕໍ່​ວຽກ​ງານ​ດັ່ງກ່າວ. ນອກຈາກ​ນີ້ ຈະ​ມີ​ມາດ​ຕະການ​​ເດັດຂາດ​ແນວ​ໃດ​ຕໍ່​ບັນຫາ​ລົດ​ບັນທຸກ​ຫີນ- ຊາຍ​ທີ່​ເປັນ​ໂຕ​ການ​ໜຶ່ງ​ເຮັດ​ໃຫ້​ເສັ້ນທາງ​ເປື້ອນ.
       ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ການ​ເຮັດອະນ​າ​ໄມ​ດູດ​ຝຸ່ນ, ລ້າງ​ທາງ,ເຮັດ​ຄວາມ​ ສະອາດ​ຕົວ​ເມືອງ​ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້ ອພບ ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ ຈັດຕັ້ງປະຕິບັດ​ຕົວ​ຈິງ. ສຳລັບ​ວຽກ​ລ້າງ​ທາງ​ແມ່ນ​ໄດ້​ມີ​ແຜນ​ລ້າງ 1 ​ເທື່ອ​ຕໍ່​ອາທິດ​ຕໍ່​ເສັ້ນທາງ ​ເນື່ອງ​ຈາກ​ວ່າ​ງົບປະມານ​ມີ​ຈຳ ກັດ (ອາ​ໄສ​ເກັບ​ລາຍ​ຮັບ​ຈາກ​ການ​ບໍລິການ​ຈອດ​ລົດ​ແຄມ​ທາງ ​ແລະ ສວນສາທາລະນະ) ຈຶ່ງ​ໄດ້​ລ້າງ​ແຕ່​ພຽງ 19 ​ເສັ້ນທາງ​ສາຍ​ຫລັກ. ນອກຈາກ​ການ​ດູດ​ຝຸ່ນ, ລ້າງ​ທາງ,ພວກ​ເຮົາ​ຍັງ​ໄດ້​ຈັດ​ແຮງ​ງານ​ປັດກວາດ​ສາຍ​ທາງດ້ວຍ​ແຮງ​ງານ​ຄົນ​ເຂົ້າຮັບຜິດຊອບຜູ້​ໜຶ່ງ 800 ມ ​ໃນ 19 ​ເສັ້ນ ທາງ​ສາຍ​ຫລັກ ຄື​ດັ່ງ​ຂ້າງ​ເທິງ ​ໂດຍ​ມີ​ການ​ຮັບຜິດຊອບ​ເປັນ​ປົກກະຕິມີ​ການ​ຕິດຕາມ​ກວດກາ​ປັດ ກວາດ​ຂີ້ຝຸ່ນ ​ແລະ ​ເສດຂີ້​ເຫຍື້ອຕ່າງໆ​ທີ່​ເປິ​ເປື້ອນຕາມ​ຖະໜົນ​ຫົນທາງ​ໃນ​ການ​ຮັກສາ​ສ້າງ​ຄວາມ​ສະອາດ​ຕົວ​​ເມືອງ.

    ສຳລັບ​ການ​ແກ່​ດິນ-ຫີນ-ຊາຍ ຂອງ​ລົດ​ບັນທຸກ​ທີ່​ສ້າງ​ຄວາມ​ເປິ​ເປື້ອນ​ໃຫ້​ແກ່​ຖະໜົນ​ຫົນທາງ ​ແມ່ນ​ບັນຫາ​ໜັກໜ່ວງ​ຂອງ ອພບ, ​ພວກ​ເຮົາ​ໄດ້​ມີ​ໜ່ວຍ​ງານ​ຈັດ​ສັນ​ຄວາມ​ເປັນ​ລະບຽບ​ຂອງ ອພບ ​ໂດຍ​ສົມທົບ​ກັບ​ເຈົ້າໜ້າ​ທີ່​ຕຳ ຫລວດ​ນະຄອນຫລວງ, ຫ້ອງ ການ ຍທຂ ​ເມືອງ ​ເພື່ອ​ຕິດຕາມ​ກວດກາ ​ແລະ ປະຕິບັດ​ມາດ​ຕະ ການ​ຕ່າງໆ​ຕໍ່​ຜູ້​ລະ​ເມີດ ​ໂດຍ​ອີງ​ໃສ່​ກົດໝາຍ​ວ່າ​ດ້ວຍ​ຜັງ​ເມືອງ ​ແລະ ກົດໝາຍ​ວ່າ​ດ້ວຍ​ທາງ​ຫລວງ ​ແລະ ລະບຽບ​ການ​ອື່ນໆ​ທີ່​ກ່ຽວຂ້ອງ, ​ແຕ່​ມີ​ບາງ​ເທື່ອ​ພວກ​ເຮົາ​ກໍ​ບໍ່​ສາມາດ​ຈັບ​ຜູ້​ລະ​ເມີດ​ໄດ້. ການ​ຮັກສາ​ຕົວ​ເມືອງ​ໃຫ້​ມີ​ຄວາມ​ສະອາດ​ເປັນ​ໜ້າ​ທີ່​ຂອງ​ໝົດ​ທຸກ​ຄົນ​ທົ່ວ​ທັງ​ສັງຄົມ, ບໍ່​ແມ່ນ​ຂອງ​ພາກສ່ວນ​ໃດ​ພາກສ່ວນ​ໜຶ່ງ, ​ໃນ​ນັ້ນ ຜູ້​ປະກອບ​ການ​ແກ່​ດິນ-ຫີນ- ຊາຍ​ຕ້ອງ​ຕື່ນ​ຕົວ​ເປັນ​ເຈົ້າການ, ຜູ້​ອະນຸມັດ ​ແລະ ຄວບ​ຄຸມ​ການ​ກໍ່ສ້າງ ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ຕິດຕາມ​ຢູ່​ຕະຫລອດ​ເວລາ. ຄຽງ​ຄູ່​ກັນນັ້ນຄະນະ​ພັກ-ອຳນາດ​ການ​ ປົກຄອງ​ແຕ່ລະ​ຂັ້ນຕະຫລອດ ​ເຖິງ​ປະຊາຊົນ​ຕ້ອງ​ມີ​ສ່ວນ​ຮ່ວມ​ໃນ​ການ​ສອດສ່ອງ ​ແລ້ວລາຍ​ງານ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ເປັນ​ປະ ຈຳ​ໃນ​ກໍລະນີ​ພົບ​ເຫັນ​ຜູ້​ລະ​ເມີດ ​ເພື່ອ​ສ້າງ​ນະຄອນຫລວງ​ໃຫ້​ມີ​ຄວາມ​ສະອາດ​ຈົບ​ງາມ ​ແລະ ບັນລຸ​ໄດ້ 6 ສ ທີ່​ເປັນ​ຄຳ​ຂວັນ​ຂອງ​ນະຄອນຫລວງ​ວາງ​ອອກ ຄື ສ.ສະອາດ, ສ.ສະຫງົບ, ສ.ສີ ຂຽວ, ສ.ສະ​ເໜ່ ​ແລະ ສ.ສີວິ​ໄລ.

No comments:

Post a Comment