Ad

Ad

22 April 2013

ການຄຸ້ມຄອງລັດຍັງມີຫລາຍບັນຫາ ຕ້ອງເອົາໃຈໃສ່ຕື່ມ



        ເຖິງວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ໃນໄລຍະ 6 ເດືອນຂອງສົກປີ 2012-2013 ມີທ່າຂະຫຍາຍຕົວຕໍ່ ເນື່ອງ,ການເມືອງມີສະຖຽນລະພາບ ຢ່າງໜັກແໜ້ນແລະສັງຄົມມີຄວາມ ສະຫງົບປອດໄພ ກໍຕາມ, ຄຽງຄູ່ກັນນັ້ນ ກໍມີຫລາຍບັນຫາທີ່ລັດຖະບານ ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເພື່ອໃຫ້ ແຜນພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດ.
      ທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີແຫ່ງສປປ ລາວ ໄດ້ກ່າວ ຢູ່ກອງປະຊຸມເປີດກວ້າງປະຈຳປີ 2013 ຂອງລັດ ຖະບານໃນລະ ຫວ່າງວັນທີ 8-11 ເມສານີ້ວ່າ: ການຄຸ້ມຄອງ ແລະ ດັດສົມຂອງລັດ ກໍຍັງມີຫລາຍບັນຫາທີ່ຈະຕ້ອງ ເອົາ ໃຈ ໃສ່ແກ້ໄຂຕື່ມໂດຍສະເພາະແມ່ນການຄຸ້ມຄອງ ເສດຖະກິດມະຫາພາກການເງິນ, ທະນາຄານ, ການຄ້າ, ບັນຫາລາຄາສີນ ຄ້າ ເໜັງຕີງ,ໜີ້ ສີນຄຸມເຄືອແກ່ຍາວ ແລະ ອື່ນໆ ຊຶ່ງອາດເຮັດໃຫ້ເກີດສະພາບຂາດ ສະຖານລະພາບໄດ້ຖ້າຫາກປ່ອຍປະລະ ເຫລີງ, ບໍ່ເອົາໃຈໃສ່ ຊີ້ນຳຢ່າງໃກ້ຊິດ ຫລື ບໍ່ມີການ ປະສານງານແກ້ໄຂຢ່າງເປັນເອ ກະພາບກັນ ເຊິ່ງຜ່ານມາກໍໄດ້ ມີການດຳ ເນີນນະໂຍບາຍ ແລະ ມີມາດຕະການແກ້ໄຂຈຳນວນ ໜຶ່ງແລ້ວ,ແຕ່ໃນສະພາບການໃໝ່ ມັນຮຽກຮ້ອງໃຫ້ພວກເຮົາຕ້ອງ ເພີ່ມທະວີຄວາມເປັນເຈົ້າການ ແລະ ຄວາມຮັບພິຊອບໃຫ້ສູງກວ່າເກົ່າ.

No comments:

Post a Comment