Ad

Ad

14 May 2013

ທະນາຄານແຫ່ງ ສປປ ລາວ ປ່ອຍສິນເຊື່ອສົ່ງເສີມການຜະລິດເປັນສິຄ້າ-ແກ້ໄຂຄວາມທຸກຍາກ



          ຕະຫລອດ​ໄລຍະ 5 ປີ​ຜ່ານ​ມາ ​( 2008-2013) ​ທະນາຄານ​ ແຫ່ງ ສປປ. ລາວ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ ​ໃນ​ການຈັດ​ຫາແຫ​ລ່ງທຶນ ​ເພື່ອ​ສະໜອງ​ສິນ​ເຊື່ອ​ໃຫ້​ຫົວໜ່ວຍ​ການ​ຜະລິດ​-ທຸລະ​ກິດ ​ຢ່າງ​ຕັ້ງໜ້າ​​ ທັງ​ທາງ​ກົງ ​ແລະ ທາງ​ອ້ອມ​ ໂດຍ​ຜ່ານ​ທະນາຄານ​ທຸລະ​ກິດ​ຂອງລັດ ເພື່ອ​ປະກອບ ສ່ວນ​ເຂົ້າ​ໃນ​ວຽກ​ງານສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ​ ເປັນ​ທຶນ​ຈຳ ນວນທັງ​ໝົດ 2.524 ຕື້ກີບ ດ້ວຍ​ອັດຕາ​ດອກ​ເບ​້ຍ 4-7% ຕໍ່​ປີ, ​ໃນ​ນີ້ ສິນ​ເຊື່ອ​ສະໜອງໃຫ້​ແກ່​ໂຄງການ​ປູກຝັງ​ກວມ 25%, ລ້ຽງສັດ​ກວມ 36%, ເກັບຊື້ຜົນ​ຜະລິດ​ກວມ 12%, ສ້າງ​ໂຮງງານ​ອຸດ​ສະຫະ​ກຳ​ແປ​ຮູບ​ກະສິກຳ​ເປັນ​ສິນຄ້າ​ກວມ 3% ​ແລະ ອື່ນໆ 24%ທ່ານ ສົມ​ພາວ ​ໄຟ​ສິດ ​ຜູ້​ວ່າການ​ທະນາ ຄານ​ແຫ່ງ ສປປ.ລາວ ​ໄດ້​ແຈ້ງ​ໃຫ້​ຮູ້​ເມື່ອ​ບໍ່​ດົນ​ມານີ້ວ່າ ການ​ປະຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະ ລິດ​ເປັນສິນຄ້າ, ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ວຽກ​ງານ​ສາມ​ສ້າງ​ທີ່​ພັກ ​ແລະ ລັດຖະ ບານ​ໄດ້​ວາງ​ອອກ​ໃຫ້​ທະນາຄານ​ແຫ່ງ ສປປ ລາວ ​​ໄດ້ປ່ອຍ​ສິນ​ເຊື່ອ​ຕາມ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ຜະລິດ​ດ້ວຍ​ການ​ຖົມ​ຂຸມ​ດອກ​ເບ້ຍ​ຈາກ​ລັດຖະ ບານ, ທະນາຄານ​ແຫ່ງ ສປປ ລາວ​ໄດ້​ເອົາ​ໃຈ​ໃສ່​ຫາ​ແຫ​ລ່ງທຶນ​ເພື່ອ​ສະໜອງ​ສິນ​ເຊື່ອ​ດ້ວຍ​ອັດຕາ​ດອກ​ເບ້ຍ​ຕ່ຳ, ດອກ​ເບ້ຍ​ນະ​ໂຍ ບາຍ​ໃຫ້​ແກ່​ໂຄງການ​ຜະລິດ​ສິນ ຄ້າ​ທີ່​ເປັນ​ບູລິ​ມະ​ສິດ​ປະຕິບັດ​ແຜນ​ງານ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ປະກອບສ່ວນ​ສະໜອງ​ທຶນ​ແກ່​ບັນດາ​ບ້ານ ແລະ ​ເມືອງ​ທົດ​ລອງ​ປະຕິບັດ​ວຽກ​ງານ​ສາມ​ສ້າງ​ ດ້ວຍ​ການ​ປະຕິບັດ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້​ໄລຍະ​ສັ້ນ 3%, ​ໄລຍະ​ກາງ 4% ​ແລະ ​ໄລຍະ​ຍາວ 5%. ມາ​ຮອດ​​ເດືອນ​ມີ​ນາ 2013 ທະນາ ຄານ​ນະ​ໂຍບາຍ​​ໄດ້​ປ່ອຍ​ສິນ​ເຊື່ອ​ ຈຳນວນ 1.375 ຕື້ ກີບ​ ເພື່ອ​ປ່ອຍ​​ເຂົ້າ​ໃນ​ວຽກ​ງານ​ແກ້​ໄຂ​ຄວາມ ທຸກຍາກ, ຈຸດ​ສຸມ ​ແລະ ວຽກ​ງານ​ສາມ​ສ້າງ ​ໃນ​ນີ້
ສິນ​ເຊື່ອ​ປ່ອຍ​ໃຫ້ 64 ເມືອງ​ເປົ້າ​ໝາຍ​ແກ້​ໄຂ​ຄວາມ ທຸກ​ຍາກ​ກວມ 63%, ສິນ​ເຊື່ອ​ໃຫ້ 64 ຈຸດ​ສຸມຂອງ​ລັດຖະບານ ແລະ ບັນດາ​ແຂວງ​ກວມ 5%, ສິນ​ເຊື່ອ​ໃຫ້​ຈຸດ​ສຸມ​ສາມ​ສ້າງ​ກວມ 5%, ນອກນັ້ນ ​ເປັນ​ສິນ​ເຊື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ຢູ່​ນອກ​ເມືອງ​ເປົ້າ​ໝາຍ ​ທີ່​ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ກວມ 25% ​ຈາກ​ການ​ເຄື່ອນ​ໄຫວ​ສະໜອງ​ສິນ​ເຊື່ອ​ຂອງ​ທະ​ແໜງ​ທະນາຄານ​ທີ່​ກ່າວ​ມາຂ້າງ​ເທິງ​​​ໃຫ້​ແກ່​ຫົວໜ່ວຍ​ການ​ຜະລິດ​ທຸລະ​ກິດ, ຄົວ​ເຮືອນ​ຜູ້ປະກອບ​ການ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ພັດທະ ນາ​ເສດຖະກິດ​ແຫ່ງ​ຊາດ ​ໃຫ້​ຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ, ສາ ມາດ​ບັນລຸ​ຄາດໝາຍ ທີ່​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ໄດ້​ວາງ​ໄວ້, ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ໃນ​ຂົງ​ເຂດ​ຜະລິດ​ສິນຄ້າ​ກໍ​ໄດ້​ມີ​ການ​ກໍ່​ຮ່າງ​ສ້າງ​ຕົວ ​ເກີດ​ຂຶ້ນ​ເປັນ​ຮູບ​ປະ​ທຳ​ໂດຍ​ສະ​ເພາະ​ໂຄງການ​ປູກ​ມັນຕົ້ນ, ສາລີ, ກາ​ເຟ, ​ໂຄງການ​ລ້ຽງ​ງົວ, ລ້ຽງ​ໝູ, ລ້ຽງ​ໄກ່​, ລ້ຽງ​ປາ ​ແລະ ​ໂຮງ ງານ​ປຸງ​ແຕ່ງ​ສິນຄ້າ​ກະສິກຳ​ເຊັ່ນ: ກາ​ເຟ, ໝາກ​ໄມ້​ອົບ​ແຫ້ງ ສາລີ​ຫວານ, ​ແປ້​ງມັນຕົ້ນ​ ແລະ ອື່ນໆ​ໄດ້​ເກີດ​ຂຶ້ນຢ່າງ​ກວ້າງ​ຂວາງ, ຊຶ່ງ​ສາ ມາດ​ສະໜອງ​ສິນ​ຄ້າ ​ແລະ ຜະລິດ​ຕະພັນ​ໃຫ້​ແກ່​ຕະຫລາດ ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ ກໍ​ຄື ສ້າງ​ລາຍ​ໄດ້​ໃຫ້​ສັງຄົມ​ໃນ​ລະດັບ​ທີ່​ແນນ​ອນ​ໃດ​ໜຶ່ງ ສຳລັບ​ຢູ່​ເປົ້າ​ໝາຍ​ແກ້​ໄຂ​ຄວາມ ທຸກ​ຍາກ​ກໍ​ເກີດ​ຜົນ​ເປັນ​ຮູບ​ປະ​ທຳ​ຂຶ້ນມາ​ຄື ເຮັດ​ໃຫ້​ຄົວ​ເຮືອນ​ຜູ້​ທຸກ​ຍາກ​ຈຳນວນ 53.368 ຄອບຄົວ ສາມາດ​ເຂົ້າ​ຫາ​ແຫ​ລ່ງ ທຶນ​ທະນາຄານ, ປະກອບ​ສ່ວນ​ເຮັດ​ໃຫ້ 5.737 ຄອບຄົວ, 1.143 ບ້ານ 10 ເມືອງ​ເປົ້າ​ໝາຍ​ພົ້ນ​ຈາກ​ເມືອງ​ທຸກ​ຍາກ ມີ 38 ໂຄງການ​ຕົວ​ແບບ​ຜະລິດ​ສິນຄ້າ ​ແລະ 199 ຄອບຄົວ 71 ບ້ານ​ຕົວ​ແບບ​ໃນ​ການ​ຜະລິດ​ໃນ 24 ຕົວ​ເມືອງ​ທຸກຍາກ, ທ່ານ ສົມ​ພາວ ​ໄຟ​ສິດ ຍັງ​ໃຫ້​ຮູ້​ຄື່ມອີດ​ວ່ານັບ​ແຕ່​ປີ 2008-2013 ຂະ​ແໜງ​ທະນາ ຄານ​ໄດ້​ປ່ອຍ​ຍອດ​ສິນ​ເຊື່ອ​ໃຫ້​ແກ່​ສັງຄົມ​ທັງ​ໝົດ 36.013 ຕື້ກີບ, ​ເທົ່າ​ກັບ 45%, ຂອງ GDP ສະ​ເລ່ຍສິນ​ເຊື່ອ​ເພີ່ມ​ຂຶ້ນ​ແຕ່ລະ​ປີປະ ມານ 43,45% ດ້ວຍ​ອັດຕາ​ດອກ​ເບ້ຍ​ເງິ​ກູ້​ສະ​ເລ່ຍ 14% ຕໍ່​ປີ ສຳລັບ​ເງິນ​ກີບ ແລະ 9,41%ຕໍ່​ປີ​ສຳລັບ​ເງິນຕາ​ຕ່າງປະ​ເທດ, ​ເງິນ​ກູ້​ເປັນ​ສະກຸນ​ເງິນຕາ​ຕ່າງປະ​ເທດ​ກວມ​ປະມານ 64% ຂອງ​ສິນ​ເຊື່ອ​ທັງ​ໝົດ, ສິນ​ເຊື່ອ​ຂອງ​ທະນາຄານ​ທຸລະ​ກິດ​ ສະໜອງ​ໃຫ້່ລະບົບ​ເສດ ຖະກິດ​ ຕາມ​ອັດຕາ​ດອກ​ເບ້ຍ​ກົນ​ໄກ​ຕະຫລາດ​ສາມາດ​ແຍກ​ຕາມ​ຂະ​ແໜງ​ເສດຖະກິດ ​ເຊັ່ນ: ຂະ​ແໜງ​ອຸດສາຫະກຳ​ກວມ 11%, ຂະ​ແໜງ​ກໍ່ສ້າງ​ກວມ 17%, ຂະ​ແໜງ​ກະສິກຳ​ປ່າ​ໄມ້​ກວມ 8%, ຂະ​ແໜງ​ການ​ຄ້າ​ກວມ 21%, ຂະ​ແໜງ​ບໍລິການ​ກວມ 15%, ຂະ​ແໜງ​ຫົດ​ຖະກຳ​ກວມ 5%, ຂະ​ແໜງ​ຂົນ​ສົ່ງ​ໄປສະນີ​ກວມ 4%, ຂະ​ແໜງ​ປະກອບ​ວັດຖຸ​ເຕັກນິກ​ກວມ 4% ​ແລະ ອື່ນ​ໆ​ກວມ 19% ຂອງ​ຍອດສິນ​ເຊື່ອ​ທັງ​ໝົດ, ສິນ​ເຊື່ອ​ແຍກ​ຕາມ​ຂະ​ໜາດ​ວິ​ສາ​ຫະ ກິດ, ສິນ​ເຊື່ອ​ສະໜອງ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ກວມ 18%, ວິ​ສາ​ຫະກິດ​ຂະໜາດ​ກາງກວມ 13% ວິ​ສາ​ຫະກິດ​ຂະໜາດ​ໃຫຍ່ 57% ​ແລະ ສິນ​ເຊື່ອ​ສ່ວນ​ບຸກຄົນ, ຄົວ​ເຮືອນ​ຜູ້​ປະກອບ​ການ​ກວມ 12% .

No comments:

Post a Comment