Ad

Ad

14 May 2013

ເສັ້ນທາງໄປແຫລ່ງທ່ອງທ່ຽວບາງແຫ່ງຢູ່ນະຄອນຫລວງວຽງຈັນຍັງບໍ່ສະດວກເທົ່າທີ່ຄວນ


ສປປ ລາວ ຫາກໍໄດ້ຮັບລາງວັນປະເທດໜ້າທ່ອງທ່ຽວທີ່ສຸດ ໃນໂລກປີ 2013 ເຊິ່ງກໍເຊື່ອແນ່ວ່າ ການຖືກຄັດເລືອກໃຫ້ ໄດ້ຮັບລາງວັນດັ່ງກ່າວຈະຢັ້ງຢືນໃຫ້ທົ່ວ ໂລກຮັບຮູ້ວ່າ:ປະເທດລາວ ເປັນ ປະເທດທີ່ສວຍງາມໄປດ້ວຍທຳ ມະຊາດທີ່ອຸດົມ ສົມບູນ ແລະ ມີ ແຫລ່ງທ່ອງທ່ຽວທາງທຳມະ ຊາດ ແລະ ປະຫວັດສາດຫລາຍແຫ່ງ ທີ່ຈະສ້າງຄວາມປະທັບໃຈ ໃຫ້ນັກທ່ອງ ທ່ຽວໃຫ້ເຂົ້າມາທ່ຽວຊົມຫລາຍຂຶ້ນ. ແຕ່ແນວໃດກໍດີຄຽງຄູ່ກັບທ່າແຮງດັ່ງກ່າວ, ການທ່ອງທ່ຽວລາວ ຍັງຈະຕ້ອງໄດ້ມີ ການ ປັບປຸງຫລາຍຢ່າງໂດຍສະເພາະເສັ້ນທາງໄປແຫລ່ງທ່ອງທ່ຽວຫລາຍແຫ່ງ ຍັງຕົກຢູ່ໃນສະພາບເປເພ່ຊຸດໂຊມ ເປັນຕົ້ນ: ເສັ້ນ ທາງໄປແຫລ່ງທ່ອງທ່ຽວວັດທະນາທຳວັດຊຽງຄວນເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
         ເມື່ອເອີ່ຍເຖິງວັດຊຽງຄວນ ຫລາຍຄົນຢູ່ນະຄອນຫລວງວຽງຈັນ ອາດຈະຮູ້ຈັກດີເຊິ່ງເປັນ ແຫລ່ງທ່ອງທ່ຽວທີ່ສຳຄັນ ແຫ່ງ ໜຶ່ງຕັ້ງຢູ່ຫ່າງຈາກໃຈກາງນະ ຄອນຫລວງວຽງຈັນໄປຕາມເສັ້ນທາງທ່າເດື່ອປະມານ 40 ກວ່າ ກິໂລແມັດ ຕັ້ງຢູ່ເຂດບ້ານ ຊຽງ ຄວນ ເມືອງຫາດຊາຍຟອງ,ປັດ ຈຸບັນ ການໄປສະຖານທີ່ດັ່ງກ່າວແມ່ນມີຄວາມຫຍຸ້ງຍາກລຳບາກ ຫລາຍ ເນື່ອງຈາກສະ ພາບເສັ້ນທາງເກີດການເປ່ເພຢ່າງໜັກ ໜ່ວງ ນັບແຕ່ເຂດສາມແຍກເຂົ້າຂົວມິດຕະພາບລາວ-ໄທ (ວຽງຈັນ-ໜອງຄາຍ) ຈົນໄປ ຮອດວັດຊຽງຄວນ ແລະ ໄປສູ່ບ້ານອື່ນໆ ຕາມເສັ້ນທາງດັ່ງກ່າວແມ່ນພົບຄວາມລຳບາກຫລາຍໃນການສັນຈອນໄປມາໂດຍ ຍາມແລ້ງພັດເປັນຂີ້ຝຸ່ນປິວໄງ່ຕະຫລອດທັງມື້ ເມື່ອຝົນຕົກກໍເປັນຂຸມເປັນບວກເລິກອັນໄດ້ສ້າງຄວາມລຳຄານໃຫ້ແກ່ປະຊາ ຊົນອາໄສຢູ່ແຄມທາງ ແລະ ລົດທີ່ສັນຈອນໄປມາ.

     ຜ່ານການລົງສອບຖາມປະ ຊາຊົນໃກ້ຄຽງ ບອກວ່າ: ເສັ້ນ ທາງດັ່ງກ່າວຕົກຢູ່ໃນສະພາບເປ່ ເພມາຫລາຍປີແລ້ວ ໂດຍບໍ່ໄດ້ ຮັບການປັບປຸງສ້ອມແປງແຕ່ຢ່າງໃດເລີຍ ແລະ ມາຮອດປັດຈຸບັນ ຍິ່ງເປ່ເພໜັກໜ່ວງກວ່າເກົ່າ ຍອນເຂດເສັ້ນທາງດັ່ງກ່າວມີ ທັງສະຖານີລົດໄຟ, ມີສາງເກັບສີນຄ້າທ່ານາແລ້ງ, ມີການດູດຫີນ- ດິນຊາຍ ແລະ ມີການກໍ່ສ້າງອາຄານຕ່າງໆ ຫລາຍບ່ອນ ຈຶ່ງ ມີລົດບັນທຸກໜັກແລ່ນຜ່ານໄປມາເປັນ ຈຳນວນຫລາຍໃນແຕ່ລະມື້ຈົນ ເຮັດໃຫ້ຕົກຢູ່ໃນສະພາບເປ່ເພຄື ດັ່ງກ່າວມີຫລາຍ ເທື່ອລົດຂອງນັກທ່ອງທ່ຽວຈະໄປທ່ຽວຊົມວັດ ຊຽງຄວນ ແຕ່ພໍມາເຫັນສະພາບ ເສັ້ນທາງທີ່ຫຍຸ້ງຍາກແລ້ວຈຳເປັນຕ້ອງໄດ້ ກັບຄືນ.
      ດັ່ງນັ້ນ ເພື່ອຫລຸດຜ່ອນຄວາມຫຍຸ້ງຍາກລຳບາກໃນການສັນຈອນຢູ່ເສັ້ນທາງດັ່ງກ່າວ, ພາກສ່ວນກ່ຽວຂ້ອງ, ໂດຍສະ ເພາະພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນຄວນໄດ້ລົງໄປຕິດຕາມກວດກາຕື່ມໃນການຊອກຫາວິ ທີທາງແກ້ໄຂເພື່ອເຮັດແນວໃດໃຫ້ເສັ້ນທາງສຳຄັນນີ້ມີສະພາບຄ່ອງໂຕດີຂຶ້ນເພື່ອສາມາດດຶງດູດນັກທ່ອງທ່ຽວເຂົ້າໄປທ່ຽວ ຊົມສະຖານທີ່ທ່ອງທ່ຽວວັດທະນະທຳອັນງົດງາມແຫ່ງນີ້ຫລາຍຂຶ້ນ. 

No comments:

Post a Comment