Ad

Ad

9 July 2013

ກອງປະຊຸມສະໄຫມສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VII ໄຂຂຶ້ນຢ່າງເປັນທາງການ



       ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VII ​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າວັນ​ທີ 8-26 ກໍລະ ກົດ​ນີ້ຢູ່​ຫໍສະພາ​ແຫ່ງ​ຊາດ ​ໃນນະຄອນຫລວງ​ວຽງ​ຈັນ  ​ແລະ ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 18 ມື້ພາຍ​ໃຕ້​ການ​ເປັນ​ປະ ທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະ ທານ​ປະ​ເທດ​ແຫ່ງ ສປປ ລາວ ບັນດາ​ການ​ນຳ​ຂັ້ນສູງ​ພັກ-ລັດ, ສະມາຊິກ​ສະພາ​ແຫ່ງ​ຊາດ, ທູຕານຸທູດ ​ແລະ ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ປະຈຳ​ລາວ ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.
          ປະທານ​ສະພາ ​ໄດ້​ກ່າວ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ​ວ່າ:ກອງ​ປະຊຸມ​ຄັ້ງນີ້​ໄດ້​ໄຂ​ຂຶ້ນທ່າມ ກາງ​ບັນຍາກາດ​ທີ່​ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ບັນດາ​ເຜົ່າພວມ​ສືບຕໍ່​ຈັດຕັ້ງປະຕິ ບັດ​ຜັນ​ຂະຫຍາຍ​ມະຕິ IX ຂອງ​ພັກດ້ວຍ​ຈິດ​ໃຈ​ບຸກທະ ລຸ​ເຂົ້າສູ່​ຊີວິດ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ.ໃນ​ໄລຍະ​ຜ່ານ​ມາເຖິງ​ ວ່າ​ສະພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ-ການ​ເງິນ​ຂອງ​ຫລາຍ​ປະ​ເທດ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ​ໄດ້​ຮັບ​ການ​ຟື້ນຕົວ​ແລ້ວ​ກໍ​ຕາມ, ​ແຕ່​ຍັງ​ບໍ່​ທັນ​ມີ​ຄວາມ​ໝັ້ນທ່ຽງ. ສຳລັບ​ເສດຖະກິດ​ປະ​ເທດ​ເຮົາ​ກໍ​ຍັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ດ້ານເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ບໍ່​ໜ້ອຍ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ຂອງ​ປະ​ເທດ,ແຕ່​ຈາກ​ການ​ເສີມ​ກຳລັງ​ແຮງ​ສັງ​ລວມຂອງ​ຊາດ ​ແລະ ຂອງ​ຍຸກ​ສະ​ໄໝ,ພວກ​ເຮົາ​ກໍ​ສາມາດ​ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະ ຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ ​
ແລະ ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VII ​ໃນ​ໄລຍະ​ເຄິ່ງສະ​ໄໝ ກໍ​ຄື​ການຈັດຕັ້ງ ປະຕິບັດ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ ​ແລະ ​ແຜນ​ງົບປະ ມານ​ແຫ່ງ​ລັດ​ປະຈຳ​ສົກ​ປີ 2012- 2013ໄດ້​ຮັບ​ຜົນສຳ​ເລັດ​​ຫລາຍ ​ດ້ານ ​ເປັນຕົ້ນປະ​ເທດ​ຊາດ​ສືບຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​​ການ​ເມືອງ​ຢ່າງ​ໜັກ​ແໜ້ນ,ສັງຄົມ​ມີ​ຄວາມ​ສະຫງົບ​ແລະ​ເປັນ​ລະບຽບ​ຮຽບ ຮ້ອຍ​ໂດຍ​ພື້ນຖານ,​ເສດຖະກິດ- ການ​ເງິນ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ,ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ເປັນ​ຂະ​ບວນ ກວ້າງຂວາງ,ວັດທະນະທຳ-ສັງ ຄົມກໍ​ຄື​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ແລະ ການ​ປະຕິບັດ​ບັນດາ​ຄາດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ, ການຈັດຕັ້ງປະ ຕິບັດ​ວຽກ​ງານ 3 ສ້າງ ຢູ່​ບັນດາ​ເມືອງ ​ແລະ ບ້ານ​ຈຸດ​ສຸມ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ເບື້ອງຕົ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ລຳດັບ. ການຈັດຕັ້ງປະຕິບັດ​ແນວທາງ​ການ​ຕ່າງປະ​ເທດສັນຕິພາບ, ​ເອກະ ລາດ,ມິດຕະພາບ, ກາ​ນຮ່ວມ​ມື ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ພັກ​ເຮົາ ກໍ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ຫລາຍ​ດ້ານອັນ​ພົ້ນ​ເດັ່ນ​ແມ່ນ​ປະ​ເທດ​ຂອງ​ພວກ​ເຮົາ​ໄດ້​ຮັບ​ລາງວັນ​ເປັນ​ປະ​ເທດ​ຍອດ​ນິຍົມ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ປະຈຳ​ປີ 2013 ຈາກ​ສະພາ​ທ່ອງ​ທ່ຽວ ​ແລະ ການ​ຄ້າ​ຂອງ​ສະຫະພາບ​ເອີຣົບ.ສິ່ງ​ດັ່ງກ່າວ​ໄດ້ຢັ້ງຢືນ​ເຖິງ​ຄວາມ​ມີ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ,​ເສດຖະ ກິດ ​ແລະ ວັດທະນະທຳ- ສັງຄົມ ​ທັງ​ເປັນ​ການ​ຍົກ​ສູງ​ຖານະ​ບົດ ບາດ ​ແລະ ອິດ​ທິພົນ​ຂອງ ສປປ ລາວໃນ​ເວທີ​ພາກພື້ນ ​ແລະ ສາ ກົນ​ຂຶ້ນຕື່ມ​ອີກ​ກ້າວ​ໜຶ່ງ.
       ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ທີ່​ຍາດ​ ມາ​ໄດ້​ນັ້ນຍັງ​ເຫັນ​ວ່າພື້ນຖານ​ເສດຖະກິດ-ການ​ເງິນ​ຂອງ​ປະ​ເທດ​ຍັງ​ມີ​ລັກສະນະ​ບອບ​ບາງ, ບໍ່​ທັນ​ໜັກ​ແໜ້ນ ​ແລະສົມສ່ວນ​ເທື່ອ, ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະ ຊາຊົນ​ຍັງ​ບໍ່​ທັນ​ມີ​ຕະຫລາດ​ຮອງ​ຮັບ​ທີ່​ໝັ້ນຄົງ ​ແລະ ຍັງ​ບໍ່​ທັນ​ຕິດ​ພັນ​ກັບ​ອຸດສາຫະກຳ​ປຸງ​ແຕ່ງ​ແຕ່​ຫົວທີ,ລະດັບ​ການ​ພັດທະນາ ​ແລະ ລາຍ​ຮັບ​ຂອງ​ປະຊາຊົນ​ຢູ່​ໃນ​ເຂດ​ຕົວ​ເມືອງ ​ແລະ ​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ​ຍັງ​ມີ​ຄວາມ​ແຕກ​ໂຕນ ​ແລະຫ່າງ​ໄກ​ກັນ, ການ ​ຄຸ້ມ​ຄອງ​ການ​ລົງທຶນ​ຂອງ​ລັດ ​ແລະ ການ​ປະຕິບັດ​ວິ​ໄນ​ແຜນການ ​ແລະ ວິ​ໄນ​ການ​ເງິນ ກໍ​ຄື​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດ ຖະກິດ-ສັງຄົມ​ດ້ວຍ​ລະບຽບ​ກົດ ໝາຍ​​ບາງ​ດ້ານ​ຍັງ​ບໍ່​ທັນ​ເຂັ້ມງວດ, ການ​ຄຸ້ມ​ຄອງ-ນຳ​ໃຊ້ ​ແລະ ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ​ຍັງ​ເຮັດ​ບໍ່​ທັນ​ດີ​ເທົ່າ​ທີ່​ຄວນ, ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ຂະ​ແໜງ​ການ​ໃນ​ການຈັດຕັ້ງປະຕິບັດ​ກ​ານ​ພັດທະນາ​ຊົນນະບົດ, ລຶບລ້າງ ຄວາມ ທຸກ​ຍາກ ​ແລະ ວຽກ​ງານ​ 3 ສ້າງ ຍັງ​ບໍ່​ທັນ​ຄ່ອງໂ​ຕ ​ແລະ ກົມກຽວ​ກັນ​ດີ​ເທົ່າ​ທີ່​ຄວນ, ປາກົດການ​ຫຍໍ້​ທໍ້​ໃນ​ສັງຄົມ​ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ການ​ຄຸ້ມ​ຄອງ​ສັງຄົມກໍ​ຄື​ຂອງ​ລັດ, ຄຸ້ມບ້ານ ​ແລະ ຄອບຄົວ.
         ຈາກ​ສະພາບ​ດັ່ງກ່າ ຮຽກ ຮ້ອງ​ໃຫ້​ທຸກກະຊວງ​ອົງການ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທຸກຂັ້ນຕະຫລອດ​ເຖິງ​ພົນ ລະ​ເມືອງ​ລາວ​ທຸກ​ຊັ້ນຄົນ ຈົ່ງ​ໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ ​ເພື່ອ​ຜ່ານ​ຜ່າ​ອຸປະສັກ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ, ມີ​ວິທີ​ການ ​ແລະ ມາດ​ຕະການ​ແກ້​ໄຂ​ຢ່າງ​ເປັນ​ລະບົບ​ຄົບ​ຊຸດ​ເພື່ອ​ຈັດຕັ້ງປະ ຕິບັດ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປະຈຳ​ສົກ​ປີ 2013 ​ໃຫ້​ໄດ້​ຮັບ​ຜົນ​ຕາມ​ຄາດໝາຍ ​ເພື່ອ​ສ້າງ​ບາດກ້າວ ​ແລະ ທ່ວງທ່າ​ໃໝ່​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ສືບຕໍ່​ພັດ ທະນາ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຕໍ່​ໄປ. ດັ່ງນັ້ນ ກອງປະຊຸມ​ເທື່ອ​ນີ້ຈະ​ໄດ້​ສຸມ​ໃສ່​ຄົ້ນຄວ້າ​ພິຈາລະນາ​ບັນຫາ​ສຳຄັນ​ຂອງ​ຊາດ​ຈຳນວນ​ໜຶ່ງ ຄື​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ລັດຖະ ບານ​ກ່ຽວ​ກັບ​ການ​ສະຫລຸບ​ກາງ​ສະ​ໄໝ​ຂອງ​ການຈັດຕັ້ງປະ ຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VII (2011-2015), ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ 6 ເດືອນ ​ຕົ້ນສົກ​ປີ ​ແລະ ​ແຜນ​ວຽກ​ຈຸດ​ສຸມ 6 ​ເດືອນ​ທ້າຍ​ສົກ​ປີ 2012- 2013 ​ແລະ ຮ່າງ​ແຜນການ​ສົກ​ປີ 2013-2014, ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ ຈັດຕັ້ງ ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ 6 ​ເດືອນ​ຕົ້ນສົກ​ປີ, ສະ​ເໜີ​ດັດ​ແກ້​ແຜນ​ງົບປະມານ​ແຫ່ງ​ລັດ 6 ​ເດືອນ​ທ້າຍ​ສົກ​ປີ 2012- 2013 ​ແລະ ຄາດໝາຍ​ແຜນ​ງົບ ປະມານ​ສົກ​ປີ 2013-2014, ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ພ້ອມ​ຂອງ ສປປ ລາວ ​ໃນ​ການ​ກະ ກຽມ​ເຂົ້າ​ເປັນ​ສະມາຊິກ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015, ພິຈາລະນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເຄື່ອນ ໄຫວ​ວຽກ​ງານ​ປະຈຳ​ສົກ​ປີ2011- 2012 ​ແລະ ທິດ​ທາງ​ເຄື່ອນ​ໄຫວ​ວຽກ​ງານ​ປະຈຳ​ສົກ​ປີ 2012- 2013, ຜົນ​ການກວດ​ສອບ​ບົດ​ສະ ຫລຸບ​ຂາດ​ໂຕ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2010-2011, ພິຈາລະ ນາ ​ແລະ ຮັບຮອງ​ເອົາ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສົກ​ປີ 2012-2013 ​ແລະ ທິດ​ທາງ​ວຽກ​ງານ​ສົກ​ປີ 2013-2014 ຂອງ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ອົງ ການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ຮັບ​ຟັງ ​ແລະ ພິຈາລະນາ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ກາງ​ສະ​ໄໝ​ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII, ການ​ເຄື່ອນ​ໄຫວ​ວຽກ​ງານ​ສົກ​ປີ 2012-2013 ​ແລະ ທິດ​ທາງ​ວຽກ​ງານ​ສົກ​ປີ 2013- 2014,ຮັບ​ຟັງ​ການ​ປະກອບ​ຄວາມ ​ເຫັນ​ຂອງ​ອົງການ​ແນວ​ລາວ​ສ້າງ​ຊາດ ​ແລະ ຜູ້ຕາງໜ້າ​ອົງການ​ຈັດຕັ້ງມະຫາຊົນ​ຂັ້ນສູນ​ກາງຕໍ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ,ພິຈາລະນາແລະ ຮັບຮອງ​ເອົາ​ກົດໝາຍ​ຈຳນວນ 5 ສະບັບ, ​ໃນ​ນັ້ນ ມີ​ກົດໝາຍ​ສ້າງ​ໃໝ່ 3 ສະບັບ ຄື​ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສັງຄົມ, ກົດໝາຍ​ວ່າ​ດ້ວຍ​ສະຫະ ພັນ​ແມ່ຍິງ​ລາວ. ກົດໝາຍ​ປັບປຸງ​ຈຳນວນ 2 ສະບັບ ຄື​ກົດໝາຍ​ວ່າ​ດ້ວຍ​ອາຫານ, ກົດໝາຍວ່າ​ດ້ວຍ​ການທ່ອງທ່ຽວ ​ແລະ ຮັບ​ຟັງ​ການ​ລາຍ​ງານ​ຮ່າງ​ນະ​ໂຍບາຍ​ທີ່​ດິນ​ແຫ່ງ​ຊາດ.
       ສຳລັບ​ຮ່າງ​ນະ​ໂຍບາຍ​ທີ່​ດິນ​ແຫ່ງ​ຊາດ ​ເປັນ​ນະ​ໂຍບາຍ​ທີ່​ສຳຄັນ ​ເຊິ່ງພົວພັນ​ຢ່າງຮອບດ້ານ ​ແລະ ​ໂດຍ​ກົງ​ເຖິງ​ການ​ພັດ ທະນາ​ເສດຖະກິດ-ສັງຄົມ, ຄວາມ​ໝັ້ນຄົງ​ຂອງ​ຊາດ ກໍ​ຄື​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ. ສະນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ໄດ້​ຕົກລົງ​ໃຫ້​ນຳ​ເຂົ້າທາ​ບທາມ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ແທນ​ໃນ​ກອງ​ປະຊຸມ.ຈາກ​ນັ້ນຈຶ່ງມອບ​ໃຫ້​ລັດຖະບານ​ຊີ້ນຳ​ກະຊວງ​ທີ່​ກ່ຽວຂ້ອງ​ນຳ​ເອົາ​ຄວາມ​ເຫັນ​ຂອງ​ຜູ້​ແທນ​ໄປ​ປັບປຸງ ​ແລະ ນຳ​ລົງ​ໄປ​ທາ​ບທາມ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​ບັນດາ​ຊັ້ນຄົນ ​ແລ້ວຈຶ່ງ​ນຳ​ເຂົ້າພິຈາລະນາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ຄັ້ງຕໍ່​ໄປ.

No comments:

Post a Comment