Ad

Ad

9 July 2013

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ VII ມີຜົນສຳເລັດຫລາຍດ້ານ



         ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ຂຶ້ນລາຍ​ງານ​ກ່ຽວ​ກັບ​ການຈັດ ຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງທີ VII (2011- 2015) ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ​ໃນ​ວັນ​ທີ 8 ກໍ ລະກົດ​ນີ້ວ່າ: ຕະຫລອດ​ໄລຍະ​ສົກ​ປີ 2010- 2011, 2011-2012 ​ແລະ 2012-2013 ພວກ​ເຮົາ​ສາມາດ​ຍາດ​ໄດ້ຜົນ​ສຳ​ເລັດ​ສຳຄັນ​ຫລາຍ​ດ້ານ ຄື​ດ້ານ​ເສດຖະກິດ​ແຫ່ງ​ຊາດ​ໄດ້​ເຕີບ​ໃຫຍ່​ຢ່າງ​ຕໍ່​ເນື່ອງ ​ແລະ ມີ​ຄວາມ​ໝັ້ນທ່ຽງ​ໂດຍ​ພື້ນຖານ, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ສະ​ເລ່ຍ 3 ປີ ບັນລຸ 8,2% ​ແລະ ສະ​ເລ່ຍລາຍ​ຮັບ​ປະ ມານ 1.500 ​ໂດ​ລາ​ສະຫະລັດ​ຕໍ່​ຄົນ, ອັດ ຕາ​ເງິນ​ເຟີ້ຢູ່​ໃນ​ລະດັບ​ທີ່​ຄວບ​ຄຸມ​ໄດ້, ການ​ລົງທຶນ​ລວມປະຕິບັດ​ໄດ້ 85.147 ຕື້ກີບ ກວມ 67,05% ຂອງ​ແຜນ 5 ປີ, ລາຍ​ຮັບ​ງົບປະມານ​ບັນລຸ 41.832 ຕື້ກີບ ກວມ 19,6% ຂອງ GDP ​ແລະ ລາຍ​ຈ່າຍ​ປະຕິ ບັດ​ໄດ້ 47.302 ຕື້ກີບ ​ແລະ ຂາດ​ດຸນ​ງົບປະມານ​ 2,50% ຂອງ GDP, ການ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ຈັດຕັ້ງ​ເປົ້າໝາຍ​ສະ ຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ແມ່ນ​ດຳ​ເນີນ​ດ້ວຍ​ຄວາມ​ຕັ້ງໜ້າ ມາ​ຮອດ​ປັດຈຸບັນ​ສາມາດ​ບັນລຸ​ເປັນ​ສ່ວນ​ໃຫຍ່, ​ແຕ່​ຍັງ​ມີ​ພຽງ 2 ​ເປົ້າໝາຍ​ທີ່​ມີ​ຄວາມ​ຫຍຸ້ງຍາກ ​ແລະ ທ້າ​ທາຍ ຄື​ເປົ້າໝາຍ​ທີ 5 ການ​ປັບປຸງ​ສຸຂະພາບ​ຂອງ​ແມ່ຍິງ ​ເປັນຕົ້ນ ຫລຸດຜ່ອນ​ອັດຕາ​ການ​ຕາຍ ​ແລະ ການ​ເຂົ້າ​ເຖິງ​ຕາ ໜ່າງສາທາລະນະ​ສຸກ​ຂອງ​ແມ່ ຍິງ ​ແລະ ​ເປົ້າໝາຍ​ທີ 9 ບັນຫາ​ລະ​ເບີ​ດບໍ່​ທັນ​ແຕກ, ສ່ວນ​ກ​ານ​ພັດທະນາ​ສັງຄົມ ​ແລະ ວັດ ທະນະທຳ​ແມ່ນ​ມີ​ການ​ຂະຫຍາຍ ຕົວ​ດີ​ຂຶ້ນ​ເປັນ​ກ້າວໆໂດຍ​ສະ​ເພາະ ​ດ້ານ​ການ​ສຶກສາ​ໄດ້​ຮັບ​ການ​ຂະ ຫຍາຍຕົວ​ໄປ​ສູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ ​ແລະ ຄຸນ​ນະ ພາ​ບການ​ສອນ-ການ​ຮຽນ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ, ສ່ວນ​ວຽກ​ງານ​ກິລາ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕັ້ງໜ້າສາມາດ​ເປັນ​ເຈົ້າ
ການ​ຈັດການ​ແຂ່ງຂັນ​ກິລາ​ລະ ດັບ​ພາກພື້ນ ​ແລະ ສາກົນ, ດ້ານ​ສາທາລະນະ​ສຸກ​ໄດ້​ຮັບ​ການ​ຂະ ຫຍາຍ​ໄປ​ສູ່​ເຂດ​ຊົນນະບົດ​ຫ່າງ​ໄກ​ສອກຫລີກ,ຕາ ໜ່າງສາທາລະນະ​ສຸກ​ປົກ​ຄຸມ​ເຖິງ 98% ຂອງ​ທົ່ວ​ປະ​ເທດ,ນະ​ໂຍບາຍ​ເກີດ​ລູກ ​ແລະ ປິ່ນປົວ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ​ແບບ​ບໍ່​ເສຍ​ຄ່າກໍ​ຄື​ການ​ບໍລິ ການ​ກວດ-ປິ່ນປົວ​ສຸຂະພາບ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ.ວຽກ​ງານ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເປັນ​ກ້າວໆ,ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ​ໄດ້​ຮັບ​ການ​ປົກ​ປ້ອງ​ຕາມ​ກົດໝາຍ​ນັບ​ມື້ດີ​ຂຶ້ນ, ການ​ພັດທະນາ​ສີມື​ແຮງ​ງານ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ທັງ​ຂະ​ແໜງ​ການ​ຂອງ​ລັດ ​ແລະ ​ເອກະ​ຊົນສາມາດ​ຈັດ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ລາວ​ໄດ້ 47,24% ຂອງ​ແຜນການ 5 ປີ ​ເຮັດ​ໃຫ້​ໂຄງ​ປະກອບ​ຂອງ​ແຮງ​ງານ​ຄ່ອຍໆ​ຫັນ​ໄປ​ຕາມ​ທິດຕັ້ງໜ້າ,ສ່ວນ​ການ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງປະ​ເທດ​ກໍ​ໄດ້​ຫັນ​ເຂົ້າລະບຽບ​ກົດໝາຍ​ເຂັ້ມ ງວດ​ກວ່າ​ເກົ່າ,ດ້ານ​ວັດທະນະ ທຳ,ຖະ​ແຫລ​ງຂ່າວ ​ແລະ ທ່ອງ​ທ່ຽວ​ໄດ້​ຂະຫຍາຍຕົວ​ດ້ວຍ​ບາດກ້າວ​ໄວ​ກວ່າ​ເກົ່າ, ​ເດັ່ນ​ກວ່າ​ໝູ່​ແມ່ນ​ການ​ສ້າງ​ບ້ານ​ວັດທະນະ ທຳ,ຄອບຄົວ​ວັດທະນະທຳ ​ແລະ ການ​ສ້າງ​ບ້ານ​ພັດທະນາ​ໄດ້​ເປັນ​ຂະ​ບວນກວ້າງຂວາງ,ລະບົບ​ສື່​ມວນ​ຊົນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ທັນ​ສະ​ໄໝ ​ແລະ ຂະຫຍາຍຕົວ​ທັງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ. ​ສະ​ເພາະ​ສະຖານີ​ວິທະຍຸ​ກະ ຈາຍສຽງ​ສາມາດ​ກະຈາຍສຽງ​ກວມ​ໄດ້ 84% ຂອງ​ພື້ນທີ່​ທົ່ວ​ປະ​ເທດ,ສະຖານີ​ໂທລະພາບ​ສາ ມາດ​ກະຈາຍ​ພາບ​ກວມ​ໄດ້ 75% ຂອງ​ພື້ນທີ່​ທົ່ວ​ປະ​ເທດ. ວຽກ​ງານ​ທ່ອງ​ທ່ຽວ​ກໍ​ໄດ້​ຮັບ​ການ​ພັດທະ ນາ​ຢ່າງ​ຕັ້ງໜ້າ. ປີ 2013 ສປປ ລາວ ​ໄດ້​ຮັບ​ລາງວັນ​ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ຈາກ​ສະພາ​ການ ທ່ອງທ່ຽວ ​ແລະ ການ​ຄ້າ​ສະຫະພາບ​ເອີຣົບ,ການ​ພັດ ທະນາ​ຂົງ​ເຂດ​ການ​ບໍລິຫານ ​ແລະ ຄຸ​້ມຄອງ​ລັດ​ໄດ້​ຮັບ​ການ​ປັບ ປຸງ​ຢ່າງ​ຕໍ່​ເນື່ອງ,ການ​ບໍລິຫານ​ວຽກ​ງານ​ຢູ່​ຫລາຍ​ກະຊວງ-ອົງ ການ​ເປັນ​ລະບົບ​ລະບຽບ​ດີ​ຂຶ້ນ, ການ​ບໍລິການ​ຜ່ານ​ປະຕູ​ດຽວ ​ແລະ ກາ​ນນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສື່ ສານ ​ແລະ ຂ່າວສານ​ໄດ້​ຮັບ​ການ​ສົ່ງ​ເສີມ.​ໃນ 2 ສົກ​ປີ​ມານີ້,​ລັດຖະ ບານ​ໄດ້​ເພີ່ມ​ເງິນ​ເດືອນ​ພື້ນຖານ ​ແລະ ເງິນ​ອຸດ​ໜູນ​ໃຫ້​ພະນັກງານ- ລັດຖະກອນ ​ເຊິ່ງສາມາດ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ເຂົາ​ເຈົ້າດີ​ຂຶ້ນ​ໃນ​ລະດັບ​ໜຶ່ງ,ກ່ຽວ​ກັບ​ການຈັດຕັ້ງ ປະຕິບັດ​ຍຸດ​ທະ​ສາດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ນັ້ນ,ຫລາຍ​ຂະ​ແໜງ​ການ, ຫລາຍ​ທ້ອງ​ຖິ່ນ​ໂດຍ​ສະ​ເພາະ​ໃນ​ວິ​ສາ​ຫະກິດ​ໃຫຍ່​ຈຳນວນ​ໜຶ່ງ​ແມ່ນ​ເຮັດ​ໄດ້​ດີ​ເປັນຕົ້ນ​ໄດ້​ຊຸກຍູ້​ສົ່ງ​ເສີມ​ຫົວໜ່ວຍ​ການ​ຜະລິດ,ທຸລະ​ກິດ, ຜູ້​ປະກອບ​ການ ​ແລະ ​ເສດຖະກິດ​ຄອບຄົວ​ຂອງ​ປະຊາຊົນ​ໃຫ້​ນຳ​ໃຊ້​ເຕັກນິກ-​ເຕັກ​ໂນ​ໂລ​ຊີ​ການ​ສື່ສານ​ໃໝ່, ​ເຄື່ອງ​ກົນ​ຈັກ, ອຸປະກອນ​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ຜະລິດ ​ແລະ ການ​ບໍລິການອັນ​ເປັນ​ການ​ຍົກ​ສູງ​ສະມັດຖະພາບ​ແລະຄຸນ​ນະພາ​ບ ການ​ຜະລິດແລະ ປະສິດທິ​ຜົນ​ຂອງ​ການ​ລົງທຶນ​ໄດ້​ຫລາຍ​ກວ່າ​ເກົ່າ.

No comments:

Post a Comment