ໃນວັນທີ 25 ກໍລະກົດນີ້, ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ໄດ້ນຳຮ່າງນະໂຍບາຍທີ່ດິນແຫ່ງຊາດ ສະເໜີຕໍ່ກອງປະຊຸມສະໄໝສາ
ມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ເພື່ອໃຫ້ສະມາ ຊິກສະພາແຫ່ງຊາດໄດ້ປະກອບຄຳຄິດເຫັນໃສ່ຮ່າງນະໂຍບາຍດັ່ງກ່າວໃຫ້ຮັດກຸມແທດເໝາະ
ກັບສະພາບການພັດທະນາ ແລະ ທັງຮັບປະກັນສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນ
ດາເຜົ່າກ່ຽວກັບບັນຫາທີ່ດິນ.
ທ່ານ ດຣ. ອາຄົມ ຕຸນາລົມ ລັດຖະມົນຕີຊ່ວຍວ່າການກະ
ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວວ່າ: ຮ່າງນະໂຍບາຍທີ່ດິນແຫ່ງຊາດປະກອບມີ
3 ພາກໃຫຍ່ ຄືສະພາບລວມ,ນະໂຍບາຍທີ່ດິນແລະ ການ ຈັດຕັ້ງປະຕິບັດ, ໃນນັ້ນ ສຳລັບນະໂຍບາຍທີ່ດິນແມ່ນໄດ້ກຳນົດ
9 ນະໂຍບາຍຍ່ອຍ ເພື່ອເປັນເຄື່ອງມືໃນການຄຸ້ມຄອງ-ບໍລິ ຫານທີ່ດິນໃຫ້ໄດ້ຮັບຜົນດີ
ຄື ໜຶ່ງ ນະໂຍບາຍກ່ຽວກັບສິດນຳໃຊ້ທີ່ດິນ ໃນກົດໝາຍວ່າດ້ວຍທີ່ດິນຍັງບໍ່ທັນກຳນົດໃຫ້ຈະແຈ້ງເທື່ອ
ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການກຳນົດໃຫ້ປັບປຸງໃນຮ່າງນະໂຍ ບາຍໃຫ້ລະອຽດຂຶ້ນຕື່ມ
ໂດຍສະແດງໃຫ້ເຫັນສິດຂອງຜູ້ໄດ້ຮັບສິດໃຊ້ທີ່ດິນຂອງລັດ ເພື່ອຮັບປະກັນການຄຸ້ມຄອງທີ່ດິນຂອງລັດໃຫ້ລວມສູນ.
ສອງ ນະໂຍບາຍກ່ຽວກັບ ການຈັດສັນ ແລະ
ວາງແຜນການນຳໃຊ້ທີ່ດິນ, ນະໂຍບາຍນີ້ໃນກົດໝາຍວ່າດ້ວຍທີ່ດິນບໍ່ທັນໄດ້ກຳນົດລະອຽດ.
ສະນັ້ນ ຈຶ່ງມີຄວາມຈຳເປັນກຳນົດໃນນະໂຍ ບາຍໃຫ້ຈະແຈ້ງໃນຮ່າງນະໂຍ ບາຍທີ່ດິນແຫ່ງຊາດ
ເພື່ອຮັບປະ ກັນການນຳໃຊ້ທີ່ດິນໃຫ້ເກີດຜົນປະໂຫຍດສູງສຸດ ໃຫ້ຖືກຕ້ອງຕາມເປົ້າໝາຍ,
ລະບຽບກົດໝາຍ ແລະ ແຜນການຈັດສັນຂອງລັດ ໂດຍແບ່ງເປັນ 3 ເປົ້າໝາຍການນຳໃຊ້ເຊັ່ນ:
ການຈັດສັນທີ່ດິນ ເພື່ອເປົ້າໝາຍອະນຸລັກກວມເອົາ 70% ຂອງເນື້ອທີ່ທົ່ວປະເທດ,
ການຈັດສັນທີ່ດິນ ເພື່ອເປົ້າໝາຍກະສິກຳກວມເອົາ 19% ຂອງເນື້ອທີ່ທົ່ວປະເທດ.
ສາມ ນະໂຍບາຍກ່ຽວກັບການຄຸ້ມຄອງທີ່ດິນ,
ນະໂຍ ບາຍນີ້ໃນກົດໝາຍວ່າດ້ວຍທີ່ດິນຍັງບໍ່ທັນກຳນົດໃຫ້ລະ ອຽດ ເຮັດໃຫ້ການຄຸ້ມຄອງທີ່ດິນມີຄວາມສັບສົນ
ແຍກບໍ່ໄດ້ກ່ຽວກັບອັນໃດເປັນການຄຸ້ມຄອງລວມສູນ ແລະ ອັນໃດເປັນການຄຸ້ມຄອງການນຳໃຊ້ທີ່ດິນຕາມຂະແໜງການ
ຈຶ່ງເຮັດໃຫ້ການນຳໃຊ້ທີ່ດິນຜ່ານມາບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບກົດໝາຍ,
ແຕ່ລະຂະແໜງການໄດ້ນຳໃຊ້ທີ່ດິນຕາມຄວາມເຂົ້າໃຈຂອງຕົນເອງ ມີການຊື້-ການຂາຍ,ການມອບໂອນ
ບໍ່ຖືກ ຕ້ອງ. ສະນັ້ນ ຈຶ່ງມີຄວາມຈຳເປັນຕ້ອງມີການກຳນົດໃຫ້ເຫັນຢ່າງລະອຽດ
ແລະ ຈະແຈ້ງຂຶ້ນຕື່ມ.
ສີ່ ນະໂຍບາຍກ່ຽວກັບການທົດແທນຄ່າເສຍຫາຍຈາກການເວນຄືນທີ່ດິນ
ຢູ່ໃນກົດໝາຍວ່າດ້ວຍທີ່ດິນຍັງກຳນົດບໍ່ທັນລະອຽດ ໂດຍບໍ່ແຍກໃຫ້ເຫັນການທົດແທນຄ່າເສຍຫາຍເພື່ອສາທາ
ລະນະປະໂຫຍດ ແລະ ເພື່ອເປົ້າ ໝາຍການລົງທຶນ ເຮັດໃຫ້ການປະຕິບັດໄລຍະຜ່ານມາມີຄວາມຫຍຸ້ງຍາກ
ແລະບໍ່ດຳເນີນໄປຕາມ ຂັ້ນຕອນ ຕາມລະບຽບກົດໝາຍ ແລະ ບໍ່ມີສ່ວນຮ່ວມໃນການປະ
ກອບຄຳເຫັນຈາກຜູ້ທີ່ຖືກຜົນກະ ທົບຈາກໂຄງການພັດທະນາຢ່າງກວ້າງຂວາງ ເຮັດໃຫ້ມີຫາງສຽງໃນສັງຄົມຫລາຍກ່ຽວກັບບັນຫາດັ່ງກ່າວຈຶ່ງມີຄວາມຈຳເປັນກຳ
ນົດນະໂຍບາຍນີ້ຂຶ້ນມາ ເພື່ອເປັນທິດທາງແກ້ໄຂບັນຫາດັ່ງກ່າວໃຫ້ມີຄວາມສະຫງົບ.
ຫ້າ ນະໂຍບາຍກ່ຽວກັບ ການບໍລິຫານທີ່ ດິນ
ໃນກົດໝາຍ ວ່າດ້ວຍທີ່ດິນຍັງບໍ່ທັນກຳນົດລະອຽດເຮັດໃຫ້ມີການ ສ້າງນິຕິກຳ ລຸ່ມກົດ ໝາຍຫລາຍສະບັບ
ເປັນ ຕົ້ນຢູ່ຂັ້ນກະຊວງ, ຢູ່ອົງການປົກ ຄອງທ້ອງຖິ່ນ ບາງບ່ອນມີຊ່ອງ ຫວ່າງຫລາຍ ກ່ຽວກັບການບໍລິ
ຫານວິຊາການ ເຊັ່ນ: ວຽກງານ ການຂຶ້ນສຳມະໂນທີ່ ດິນ, ການ ຂຶ້ນທະບຽນທີ່ດິນ, ອອກໃບຕາດິນ,
ການ ຈົດທະບຽນນິຕິກຳກ່ຽວກັບທີ່ດິນ, ລະບົບຂໍ້ມູນຂ່າວສານ ທີ່ ດິນ, ການປະຕິບັດງົບປະມານກ່ຽວກັບທີ່ດິນທຸກວຽກງານ
ເປັນວຽກທີ່ລະອຽດອ່ອນເຊິ່ງມີຄວາມ ຈຳເປັນ ຕ້ອງກຳນົດໃຫ້ແຈ້ງຢູ່ ນະໂຍບາຍ ທີ່ດິນແຫ່ງຊາດເພື່ອເປັນທິດທາງໃນການ
ປັບປຸງກົດໝາຍວ່າດ້ວຍທີ່ດິນ ແລະ ນິຕິກຳ ຕ່າງໆ.
ຫົກ ນະໂຍບາຍການຮັບຮູ້ສິດນຳໃຊ້ທີ່ດິນຂອງຄົນບໍ່ມີສັນ
ຊາດ, ຄົນຕ່າງດ້າວ, ຄົນເຊື້ອຊາດລາວ ແລະ ນັກລົງທຶນຕ່າງປະເທດ, ນະໂຍບາຍນີ້ໄດ້ເປີດກວ້າງໃຫ້ນັກລົງທຶນທີ່ເປັນຄົນຕ່າງດ້າວ,
ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ລວມທັງການຮ່ວມທຶນຂອງບຸກຄົນດັ່ງກ່າວກັບລັດ
ແລະ ພົນລະເມືອງລາວໃຫ້ສາ ມາດຊື້ສິດນຳໃຊ້ທີ່ດິນໃນ ສປປ ລາວ ໄດ້ ໂດຍກຳ ນົດອັດຕາເນື້ອ
ທີ່, ເງື່ອນໄຂ ແລະ ກຳນົດເວລາທີ່ແນ່ນອນ. ພ້ອມກັນນັ້ນ ກໍໄດ້ເປີດກວ້າງໃຫ້ຄົນເຊື້ອຊາດລາວທີ່ເສຍສັນຊາດລາວ
ຫລື ຖືສັນຊາດລາວທີ່ມີຈຸດປະສົງຢາກດຳລົງຊີວິດຢູ່ ສປປ ລາວ ຢ່າງຖາວອນ ສາມາດຊື້ສິດນຳໃຊ້ທີ່ດິນໄດ້
ໂດຍກຳນົດອັດຕາເນື້ອທີ່, ເງື່ອນໄຂຕ່າງໆ ຕາມຄວາມເໝາະສົມ.
ເຈັດ ນະໂຍບາຍກ່ຽວກັບຍຸດທະສາດການຫັນທີ່ດິນເປັນທຶນ
ໃນກົດໝາຍວ່າດ້ວຍທີ່ດິນບໍ່ໄດ້ກຳນົດການຫັນທີ່ດິນເປັນທຶນ ຈຶ່ງມີຄວາມຈຳເປັນກຳນົດຂຶ້ນມາໃໝ່
ເພື່ອວາງກົນໄກການຄຸ້ມຄອງໃຫ້ລະອຽດ ແລະ ໃຫ້ເປັນຮູບປະທຳເຊັ່ນ: ກຳ ນົດເຂດບໍ່ໃຫ້ມີການຂຸດຄົ້ນ
ເພື່ອອະນຸລັກ ແລະ ເປັນແຫລ່ງທ່ອງທ່ຽວທາງທຳມະຊາດ; ກຳນົດເຂດໃຫ້ມີການຂຸດຄົ້ນໄດ້
ເພື່ອນຳໃຊ້, ຊອກຄົ້ນ, ສຳຫລວດ ແລະ ຂຸດຄົ້ນເອົາຊັບພະຍາກອນທຳມະຊາດຕາມທ່າແຮງທີ່ມີ
ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ; ກຳນົດເຂດໃຫ້ມີການພັດທະນາພື້ນຖານໂຄງລ່າງ
ເພື່ອດຶງດູດການລົງທຶນ, ຊຸກຍູ້ສົ່ງເສີມການຂຶ້ນທະ ບຽນທີ່ດິນ, ອອກໃບຕາດິນ
ແລະ ກຳນົດກົນໄກກ່ຽວກັບການຄຸ້ມຄອງ-ບໍລິການທີ່ດິນເຊັ່ນ: ການຊື້-ຂາຍ, ແລກປ່ຽນ,
ມອບໂອນ, ເອົາເຂົ້າເປັນຮຸ້ນ, ໃຫ້ເຊົ່າ ຫລື ສຳປະທານ, ເປັນຫລັກຊັບຄ້ຳປະກັນ
ແລະ ອື່ນໆ. ການຫັນທີ່ດິນເປັນທຶນຕ້ອງຮັບປະ ກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ,
ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ຜົນປະໂຫຍດສູງສຸດຂອງລັດ, ຂອງລວມໝູ່ ແລະ
ຂອງປະຊາຊົນ.
ແປດ ນະໂຍບາຍກ່ຽວກັບການດັດສົມອັດຕາເນື້ອທີ່ການນຳໃຊ້ທີ່ດິນ
ໃນກົດໝາຍວ່າດ້ວຍທີ່ດິນບໍ່ໄດ້ກຳນົດ, ແຕ່ໃນນະໂຍ ບາຍນີ້ໄດ້ໃຫ້ເຫັນ 2
ວິທີການ ແກ້ໄຂທີ່ດິນສ່ວນເກີນຄືວິທີທີ 1 ແມ່ນ ການເປີດໂອກາດໃຫ້ຜູ້ທີ່ມີດິນສ່ວນເກີນ
ສາ ມາດໂອນສິດນຳໃຊ້ທີ່ດິນສ່ວນເກີນໃຫ້ຍາດພີ່ນ້ອງ, ບຸກຄົນ ຫລື ນິຕິບຸກຄົນທີ່ມີເງື່ອນໄຂ;
ວິທີທີ 2 ຖ້າຫາກຜູ້ເປັນເຈົ້າ ຂອງສິດນຳໃຊ້ທີ່ດິນສ່ວນເກີນຢາກຮັກສາສິດນຳໃຊ້ທີ່ດິນສ່ວນເກີນໄວ້
ຕ້ອງເສຍຄ່າທຳນຽມນຳໃຊ້ທີ່ດິນ(ພາສີທີ່ດິນ) ເພີ່ມຂຶ້ນຕາມ ລຳດັບຂອງຈຳນວນເນື້ອທີ່ດິນສ່ວນເກີນ
ຄ້າຍຄືກັບການເສຍຄ່າໄຟຟ້າ ແລະ ນ້ຳປະປາ.ກຳນົດເວ ລາແກ້ໄຂທີ່ດິນສ່ວນເກີນນັ້ນໃຫ້ໂອກາດ
3 ປີ ນັບແຕ່ລັດໄດ້ແຈ້ງໃຫ້ຜູ້ກ່ຽວແກ້ໄຂເນື້ອທີ່ດິນສ່ວນເກີນຢ່າງເປັນທາງການເປັນຕົ້ນໄປ,
ແຕ່ຖ້າຫາກບໍ່ແກ້ໄຂຕາມວິທີທີ 1 ແລະ ວິທີທີ 2 ທີ່ກ່າວມາຂ້າງເທິງນີ້ ສິດນຳໃຊ້ທີ່ດິນສ່ວນເກີນນັ້ນກໍຈະຕົກເປັນຂອງລັດ.
ເກົ້າ ນະໂຍບາຍກ່ຽວກັບການຕິດຕາມ, ກວດກາ
ແລະ ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ນະໂຍບາຍນີ້ໃນກົດໝາຍວ່າດ້ວຍທີ່ດິນຍັງບໍ່ທັນກຳນົດລະອຽດ
ເຮັດໃຫ້ການຕິດຕາມກວດກາ ແລະ ແກ້ໄຂຂໍ້ຂັດແຍ່ງມີຄວາມຊັກຊ້າ, ບໍ່ທັນສະພາບການ,
ການກຳນົດຮູບການແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງບໍ່ທັນຄົບຖ້ວນເຊັ່ນ: ການແກ້ໄຂແບບປະນີປະນອມ,ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງ
ທາງເສດຖະກິດ,ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ແລະ ການແກ້ໄຂໂດຍການຮ້ອງຟ້ອງຕໍ່ສານປະຊາຊົນ.
ພ້ອມກັນ ນັ້ນກໍບໍ່ໄດ້ກຳນົດກົນໄກແລະ ຂອດ ປະສານງານລະຫວ່າງອົງການທີ່ມີສິດອຳນາດແກ້ໄຂບັນຫາ
ແລະ ຂໍ້ຂັດແຍ່ງທີ່ດິນ ຈຶ່ງມີຄວາມຈຳເປັນຕ້ອງແກ້ຂໍ້ກຳນົດໃນນະໂຍ ບາຍທີ່ດິນແຫ່ງຊາດສະບັບນີ້.
ລັດຖະມົນຕີຊ່ວຍກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ຢືນຢັນວ່າ: ນະໂຍບາຍທີ່ດິນລ້ວນແຕ່ເປັນທິດທາງ ແລະ ກະແຈທີ່ສຳຄັນ
ເພື່ອກ້າວໄປສູ່ການສ້າງ, ປັບປຸງກົດ ໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວ ຂ້ອງກັບທີ່ດິນໃຫ້ມີຄວາມລະ
ອຽດ, ຄົບຖ້ວນ ແລະ ຈະແຈ້ງຂຶ້ນ ຕື່ມ ເພື່ອຫລຸດຜ່ອນຊ່ອງຫວ່າງຂອງກົດໝາຍ ແລະ
ແກ້ໄຂບັນ ຫາຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ມີປະສິດທິຜົນ.
No comments:
Post a Comment