Ad

Ad

18 September 2013

ຫລວງພະບາງກຳນົດ 7 ຍຸດທະສາດພັດທະນາເສດຖະກິດ-ສັງຄົມ



             ປັດຈຸ​ບັນ,​ ແຂວງ​ຫລວງ​ພະ​ບາງ ພວມ​ເລັ່ງຈັດຕັ້ງປະຕິບັດ 7 ຍຸດ​ທະ​ສາດທີ່​ເປັນ​ທ່າ​ແຮງ​ບົ່ມ​ຊ້ອນຊຸກຍູ້​ໃຫ້​ການ​ພັດ​ນາ​ເສດຖະ ກິດ-ສັງຄົມ​ຂະຫຍາຍຕົວ​ຕາມ​ແຜນ​ທີ່​ກຳນົດ​ໄວ້ຄືຮອດ​ປີ 2015 ລວມຍອດ​ຜະລິດ​ຕະພັນ​ພາຍໃນບໍ່​ໃຫ້​ຫລຸດ 9,5%,ສະ​ເລ່ຍ​ໃສ່​​ພົນ​ລະເມືອງໃຫ້​ໄດ້ 1.620 ໂດ​ລາ​ສະຫະລັດ​ຕໍ່​ຄົນ​ຕໍ່​ປີ. ​
             ທ່ານ​ ດຣ ຄຳ​ແພງ ​ໄຊ​ສົມ​ແພງ ເຈົ້າ​ແຂວງໆ​ຫລວງ​ພະ​ບາງໃຫ້ສຳພາດຕໍ່​ສື່​ມວນຊົນ​ໃນ​ໂອກາດ​ເຂ້ົາຮ່ວມ​ກອງ​ປະຊຸມ​ລັດຖະບານ​ປະຈຳ​ສົກ​ປີ 2012- 2013 ​ວ່າ: 7 ຍຸດ​ທະ​ສາດ​ພື້ນຖານ​​ພັດທະນາ​ເສດຖະກິດ-ສັງຄົມ ຂອງແຂວງ​ຫລວງ​ພະ​ບາງ ລວມ ມີສ້າງ​ແຂວງ​ໃຫ້​ກາຍ​ເປັນ​ແຫ​ລ່ງທ່ອງ​ທ່ຽວ​ວັດທະນະທຳ, ທຳ​ມະ​ຊາດ ​ແລະ ປະຫວັດສາດ​ທີ່​ຈູງ​ໃຈ; ເປັນ​ທາງ​ຜ່ານ ​ແລະ ບ່ອນ​ແວ່​ເຊົາ​ຂອງ​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ເປັນ​ຈຸດ​ສຸມ​ການ​ບໍລິການ​ທາງ​ຜ່ານ​ຂອງ​ບັນດາ​ແຂວງ​ພາກ​ເໜືອ;ຈັດ​ສັນ​ອາຊີບ​ກະສິກຳ ​ແລະ ປ່າ​ໄມ້ ຕາມ​ທິດ​ຍືນ​ຍົງ​ຕິດ​ພັນ​ກັບ​ການ​ປຸງ​ແຕ່ງ​ເພື່ອ​ຜະລິດ​ເປັນ​ສິນຄ້າຮອງ​ຮັບ​ການທ່ອງ ທ່ຽວ; ເຮັດ​ໃຫ້​ຕົວ​ເມືອງ​ຫລວງ​ພະ​ບາງ​ມີ​ຄວາມ​ສະຫງົບ-ປອດ​ໄພ, ​ເປັນ​ລະບຽບ​ຮຽບຮ້ອຍ,ສະອາດ ​ແລະ ສະດວກ​ສະບາຍ;ມີ​ສະ​ຖາ​ບັນ​ຕ່າງໆ​ທີ່ຈຳ​ເປັນ​ທາງ​ພາກ​ລັດ ​ແລະ ​ເອກະ​ຊົນ​ເພື່ອ​ຕອບ​ສະໜອງ ການ​ພັດທະນາ​ຊັບພະຍາກອນ​ມະ​ໜຸດໃຫ້​ມີຄວາມຮູ້,ຄວາມ​ສາມາດ, ມີ​ຄຸນສົມບັດ ​ແລະ ສຸຂະພາບ​ດີ. ສຸດ​ທ້າຍ​ແມ່ນ​ເຮັດ​ໃຫ້​ຫລວງ​ພະ​ບາງ​ກາຍ​ເປັນ​ເປົ້າ ໝາຍ​
ພັດທະນາໂດຍ​ທຶນ​ຊ່ວຍ​ເຫລືອ​ລ້າ​, ທຶນ​ກູ້​ຢືມ, ທຶນ​ຫຸ້ນ​ສ່ວນໃນ​ຮູບ​ການ​ສ້າງ​ບັນຍາກາດ​ອັນ​ດີ​ໃຫ້​ແກ່​ນັກ​ລົງທຶນ​ເພື່ອ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ພາຍ​ນອກ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ.
          ​ເຈົ້າ​ແຂວງ ຍັງ​ຍົກ​ໃຫ້​ ເຫັນ​ຕື່ມ​ວ່າ:ບັນດາ​ຍຸດ​ທະ​ສາດ​ທີ່​ກຳນົດ​ໄວ້​ນັ້ນ​ແມ່ນ​ເປົ້າໝາຍ​ລວມ, ແຕ່​​ການຈັດຕັ້ງປະຕິບັດ​ຕົວ​ຈິງຕ້ອງ​ມີ​ການ​ປັບປຸງ​ເພີ່ມ​ຕື່ມ​ໃນ​ແຕ່ລະ​ປີ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຄວາມ​ເປັນ​ຈິງ​ເປັນຕົ້ນການ​ຫັນປ່ຽນ​ເປັນ​ອຸດສາ ຫະກຳ​ທີ່​ທັນ​ສະ​ໄໝນັ້ນຕ້ອງ​ໄດ້​ຄຳນຶງ ​ແລະ ​ຖື​ສຳຄັນການ​ອະນຸລັກ​ວັດທະນະທຳ, ຮີດຄອງ​ປະ​ເພນີ, ວິຖີ​ການ​ດຳລົງ​ຊີວິດຂອງ​ປະຊາຊົນ​ແຂວງ​ຫລວງ​ພະ​ບາງ,ຄວາມ​ທັນ​ສະ​ໄໝ​ຕ້ອງ​ຄຽງ​ຄູ່​ກັນ​ຢ່າງ​ກົມກຽວ​ກັບ​ພື້ນຖານ​ວັດທະນະ ທຳ​ທີ່​ມີ​ແລ້ວ ຈຶ່ງ​ຈະ​ສາມາດ​ດຶງ​ດູດ ​ແລະ ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ຈາກ​ນັກ​ລົງທຶນ​ປະ​ເທດ​ເພື່ອນ​ມິດ​ໃຫ້​ນັບ​ມື້ຫລາຍ​ຂຶ້ນ.

No comments:

Post a Comment