ເສັ້ນທາງເລກ 11 ໃຕ້ ນັບແຕ່ຂົວມິດຕະພາບວຽງຈັນ-ໜອງຄາຍໄປຕໍ່ໃສ່ ເສັ້ນທາງເມືອງປາກງື່ມ,
ນະຄອນຫລວງວຽງຈັນ. ມີຄວາມຍາວ 20 ກວ່າກິໂລ ແມັດ, ແມ່ນເສັ້ນທາງຍຸດທະສາດສຳຄັນໜຶ່ງຂອງຊາດ,
ຖືເປັນເສັ້ນທາງສາຍເລືອດ ຫລັກຮັບໃຊ້ໃຫ້ແກ່ການຄົມມານາຄົມຂົນສົ່ງສີນຄ້າພຶດຜົນການຜະລິດຕ່າງໆຂອງ ປະຊາຊົນ
ແລະ ການຂົນສົ່ງສີນຄ້າຕາມຊາຍແດນຈາກເຂດຊານເມືອງເຂົ້າສູ່ຕົ ວເມືອງ, ແຕ່ມາຮອດປັດຈຸບັນເສັ້ນທາງສາຍນີ້
ໄດ້ຊຸດໂຊມລົງຫລາຍໂດຍສະເພາະໃນ ຍ່ານແຕ່ຂົວ ມິດຕະພາບຫາແຫລ່ງທ່ອງທ່ຽວວັດທະນາ ທຳຊຽງຄວນມີຄວາມຍາວປະມານ
10 ກວ່າກິໂລແມັດ, ເກີດສະພາບ ເປ່ເພໜັກໜ່ວງ, ບາງຈຸດເປັນຂຸມເລິກສ້າງຄວາມຫຍຸ້ງ ຍາກລຳບາກຕໍ່ການສັນຈອນບໍ່ໜ້ອຍ.
ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງຫາດຊາຍຟອງ
ໃຫ້ສຳພາດຕໍ່ນັກຂ່າວໜັງສືພີມລາວພັດທະນາ ເມື່ອບໍ່ດົນນີ້ວ່າ: ເສັ້ນທາງດັ່ງກ່າວ ເກີດການເປ່ເພແກ່ຍາວມາເປັນເວລາດົນນານແລ້ວ,
ຕົ້ນຕໍແມ່ນຍ້ອນມີລົດແກ່ແຮ່-ຊາຍ, ລົດບັນທຸກສີນຄ້າ
ແລ່ນຜ່ານໄປມາເປັນຈຳນວນຫລາຍໃນແຕ່ລະວັນ
ແລະ ໃນໄລຍະລະດູຝົນການສັນຈອນຍິ່ງພົບຄວາມຫຍຸ້ງຍາກທີ່ສຸດ, ເຖິງວ່າ ໃນໄລຍະຜ່ານມາການສ້ອມແປງເສັ້ນທາງດັ່ງກ່າວ
ແມ່ນໄດ້ປະຕິບັດມາຫລາຍຄັ້ງແຕ່ກໍເປັນການຊົ່ວຄາວເທົ່ານັ້ນ ເພື່ອໃຫ້ສາ ມາດທ່ຽວໄປມາໄດ້ເທົ່ານັ້ນໂດຍການອຸປະຖຳຊ່ວຍເຫລືອຂອງປະຊາຊົນ,
ຫ້າງຮ້ານຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ດູດແຮ່-ຊາຍ, ແຕ່ກໍບໍ່ສາມາດຮັບປະກັນການນຳໃຊ້ໄດ້ໃນໄລຍະຍາວຈຶ່ງກັບຄືນມາຕົກຢູ່ໃນສະພາບເປເພຄືດັ່ງກ່າວ.
ທ່ານເຈົ້າເມືອງຫາດຊາຍຟອງ ກ່າວວ່າ: ຜ່ານມາ
ເຄີຍສະເໜີຕໍ່ພະແນກໂຍທາທິການ ແລະ ຂົ່ນສົ່ງ ນະຄອນຫລວງ ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງອື່ນໆຫລາຍຄັ້ງເພື່ອຊ່ວຍປົວແປງໃຫ້ໄດ້ມາດຕະຖານ,
ແຕ່ກໍໄດ້ຮັບຄຳຕອບພຽງວ່າຍັງບໍ່ມີ ງົບປະມານ ແລະ ເມື່ອບໍ່ດົນມານີ້ ທ່ານຮອງປະທານປະເທດ ບຸນຍັງ
ວໍລະຈິດ ກໍໄດ້ລົງໄປຢ້ຽມຢາມເມືອງຫາດຊາຍຟອງ ແລະ ໄດ້ແນະນຳໃຫ້ຄະນະນຳນະຄອນຫລວງວຽງຈັນ ຄົ້ນຄວ້າໃນການແກ້ໄຂບັນຫາເສັ້ນທາງດັ່ງກ່າວໃຫ້ຮັບປະກັນການສັນຈອນ
ໄປມາສະດວກ, ໂດຍພາກສ່ວນ ຮັບພິຊອບຂັ້ນເມືອງໄດ້ປະເມີນການສຳຫລວດສ້ອມແປງຊົ່ວຄາວກ່ອນລະດູຝົນ
ນີ້ໃຫ້ນະ ຄອນຫລວງວຽງຈັນແລ້ວມີມູນຄ່າປະມານ 660 ລ້ານກວ່າກີບ ແລະ ໃນໄລຍະລໍຖ້າງົບປະມານທີ່ສະເໜີໄປນັ້ນທາງເມືອງໄດ້
ປຸກລະດົມຂໍການຊ່ວຍເຫລືອຮອບໃໝ່ນຳຫົວໜ່ວຍທຸລະກິດແຮ່-ຊາຍ ຈຳນວນໜຶ່ງ ແລະ ນຳປະຊສຊົນບ້ານລະ
1 ລ້ານກີບ ເພື່ອສ້ອມແປງໃນຈຸດທີ່ມີການເປ່ເພໜັກໃຫ້ສາມາດທ່ຽວໄປມາໄດ້ດີຂຶ້ນ.

No comments:
Post a Comment