ອົງການອຸຍແນັດສະໂກ ໄດ້ກຳນົດເອົາວັນທີ
27 ຕຸລາ ຂອງທຸກໆປີເປັນວັນມໍລະດົກ ພາບ-ສຽງໂລກ ໂດຍຮຽກ ຮ້ອງໃຫ້ປະເທດສະມາຊິກທຸກປະເທດຈັດຕັ້ງສະເຫລີມສະຫລອງວັນດັ່ງກ່າວໃນຮູບແບບຕ່າງໆຕາມ
ເງື່ອນໄຂ. ສຳລັບ ສປປ ລາວ ໄດ້ຈັດ ສຳມະນາເພື່ອສະເຫລີມສະຫລອງວັນມໍລະດົກພາບ ແລະ ສຽງໂລກ
ຂຶ້ນໃນວັນທີ 25 ຕຸລານີ້ ຢູ່ກົມຮູບເງົາ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ
ບຸນເຈົ້າ ພິຈິດ ຫົວໜ້າກົມຮູບເງົາ ກະຊວງຖະແຫລງຂ່າວ,
ວັດ ທະນະທຳ ແລະ ທ່ອງທ່ຽວ ແລະ ມີພະນັກງານອ້ອມຂ້າງກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ການສຳມະນາດັ່ງກ່າວຜູ້ເຂົ້າ ຮ່ວມໄດ້ຮັບຟັງ
ແລະ ແລກປ່ຽນບົດຮຽນ 4 ບັນຫາໃຫຍ່ຄືບົດບາດ ຮູບເງົາໃນເມ່ືອກ່ອນ ແລະປັດຈຸບັນ;ຫລັກການອະນຸລັກປົກປັກຮັກສາວັດຖຸທີ່ເປັນພາບ-ສຽງ;
ການຮັກສາຂໍ້ມູນ,ຂຶ້ນທະບຽນພາບ- ສຽງ ໂດຍການບັນທຶກຈົດກ່າຍ ແລະ ປ້ອນຂໍ້ມູນເຂົ້າຄອມພິວເຕີ
ແລະ ວຽກຕົ້ນຕໍຢູ່ແຕ່ລະກົມ,ຫໍສະໝຸດຕ່າງໆເພື່ອເຊື່ອມໂຍງກັບສາກົນ. ທັງນີ້ກໍເພື່ອແນໃສ່ກຽມຄວາມພ້ອມຈັດກອງປະຊຸມສະມາຄົມສຳເນົາ
ພາບ-ສຽງ ອາ ຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ( SEAPAVAA ) ໃນກາງປີໜ້າໃຫ້ມີຜົນສຳເລັດຢ່າງຈົບງາມ.
ທ່ານ ບຸນເຈົ້າ ພິຈິດ ໃຫ້ຮູ້ວ່າ:
ລັດຖະບານເຫັນຄວາມສຳຄັນຕໍ່ການຮັກສາມໍລະດົກທີ່ເປັນພາບ-ສຽງຂອງຊາດໂດຍສະເພາະແມ່ນຮູບເງົາປະຫວັດສາດທີ່ຜະລິດແຕ່ຊຸມປີ
1950 ເຖິງປັດຈຸບັນ ຈຶ່ງໄດ້ສ້າງສາງຟິມຮູບເງົາທີ່ໄດ້ມາດຕະຖານໃນອຸນຫະພູມ 10
ອົງສາເຊ ແລະ ຄວາມຊຸ່ມ 35% ເພື່ອເກັບຮັກສາເອກະສານທີ່ສຳຄັນຂອງຊາດໄວ້ໃຫ້ດີ,ເອກະ
ສານບັນທຶກປະຫວັດສາດຂອງຊາດແຕ່ລະໄລຍະນັ້ນເປັນສິ່ງທີ່ສຳຄັນ ຊຶ່ງທຸກໆຊາດໃນໂລກໄດ້ເອົາໃຈໃສ່ເກັບຮັກສາໃຫ້ເປັນຂໍ້ມູນມໍລະດົກແຫ່ງຊາດ,ແຕ່ເອ
ກະສານບັນທຶກປະຫວັດສາດທີ່ມີຊີວິດຊີວາ ແລະ ເປັນຫລັກຖານທີ່ໃຫ້ຄົນລຸນຫລັງໄດ້ເຫັນໂດຍຕາຕົນເອງແມ່ນເອກະສານທີ່ບັນທຶກເຫດການຕ່າງໆໂດຍວັດຖຸທີ່ເປັນ
ພາບ-ສຽງ ເຊັ່ນ: ຮູບເງົາ, ວີດີໂອ, ໂທລະພາບ ແລະ ອື່ນໆ.
No comments:
Post a Comment