Ad

Ad

28 October 2013

ສຶກສາ​ຈະ​ມີ​ການ​ປັບປຸງ​ວິທີ​ການ​ສອບ​ເສັງ​ຈົບ​ຊັ້ນມັດທະຍົມ



     ​ໃນ​ກອງ​ປະຊຸມທົບ​ທວນຄືນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ຂອງ​ກົມ​ມັດທະຍົມ​ສຶກສາ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 14-17 ຕຸລາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ: ນັບ​ແຕ່​ສົກຮຽນ 2014-2015 ​ເປັນຕົ້ນ​ໄປ,ກະຊວງ​ສຶກສາ​ທິ ການ ​ແລະ ກິລາ ຈະ​ມອບ​ການຈັດຕັ້ງສອບ​ເສັງ​ຈົບ​ຊັ້ນ ມ.4 ​ໃຫ້​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ,ສ່ວນ​ຊັ້ນ ມ.7 ​ແມ່ນ​ມອບ​ການ​ອອກ​ໃບ​ປະກາສະນີຍະບັດ​ໃຫ້​ແຂວງ ​ແລະ ນະຄອນຫລວງ​ເປັນ​ຜູ້​ອອກ​ໂດຍ​ກົງ.ທັງ​ນີ້ກໍ​ເພື່ອ​ຄວາມ​ສະດວກ​ໃນ​ການ​ຄຸ້ມ​ຄອງ​ການ​ສອບ​ເສັງ ມ.4 ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ ​ໂດຍ​ສະ​ເພາະ​ເພື່ອ​ປັບປຸງ​ຮູບ​ແບບ​ຂໍ້​ສອບ​​ເສັງ​ດັ່ງກ່າວ​ແທດ​ເໝາະ​ກັບ​ສະ ພາບ​ການ​ຮຽນ, ການ​ສອນ​ຕົວ​ຈິງ ​ແລະ ກໍ​ເປັນ​ການ​ມອບ​ສິດ​ໃຫ້​ຄະນະ​ກຳມະການ​ສອບ​ເສັງ​ຂັ້ນທ້ອງ​ຖິ່ນ​ເປັນ​ເຈົ້າການ​ສະກັດ​ກັ້ນການ​ກ່າຍ​ບົດສອບ,ຕັດສິນ​ຜົນ​ສອບເສັງ​ໃຫ້​ມີ​ຄວາມ​ປອດ​ໃສ ​ເຊິ່ງ​ກະຊວງ​ສຶກສາ​ຈະ​ອອກ​ນິຕິ​ກຳ​​ການ​ຄຸ້ມ​ຄອງ ​ແລະ ຂໍ້​ກຳ ນົດ​ຕ່າງໆ​ໃຫ້​ລະອຽດ​ແລ້ວ​ຈຶ່ງ​ຈະ​ສາ ມາດ​ປະຕິບັດ​ໄດ້.ພ້ອມ​ນັ້ນ,ຂະ​ແໜງ​ກ່ຽວຂ້ອງ​ກໍ​ຈະ​ມີ​ການ​ເຝິກ ອົບຮົມ​ໃຫ້​ທ້ອງ​ຖິ່ນ​ຕື່ມ​ໃນ​ວິທີ​ການ​ອອກ​ຂໍ້​ສອບ ​ແລະ ​ໃຫ້​ມີ​ການ​ປະສານ​ສົມທົບ​ກັນ​ລະອຽດ​ໃນ​ການ​ອອກ​ຂໍ້​ສອບ​ແບບ​ອັດຕະ​​ໄນ ​ແລະ ປາລະ​ໄນ​ໃຫ້​ສອດຄ່ອງ, ສ່ວນ​ລະບົບ​ຮຽນ​ສາຍ​ສາມັນ​ສົງ​ແມ່ນ​ໃຫ້​ຝ່າຍ​ສົງ​ເປັນ​ຜູ້​ຈັດຕັ້ງກັນ​ສອບ​ເສັງ​ເອງ.

No comments:

Post a Comment