Ad

Ad

28 October 2013

ອາທິດຜ່ານມາມີປາກົດການຫຍໍ້ທໍ້ເກີດຂຶ້ນ 70 ກວ່າເລື່ອງ



     ​ເຈົ້າໜ້າ​ທີ່ ປກສ ​ນະຄອນ ຫລວງ​ວຽງ​ຈັນ ລາຍ​ງານ​ໃຫ້​ຮູ້​ວ່າ: ​​ອາທິດ​ຜ່ານ​ມາ ຢູ່​ນະຄອນຫລວງ​ວຽງ​ຈັນ​ມີ​ປາ ກົດການ​ຫຍໍ້​ທໍ້​ທາງ​ສັງຄົມ​ເກີດ​ຂຶ້ນທັງ​ໝົດ 70 ກວ່າ​ເລື່ອງ ​ເພີ່ມ​ຂຶ້ນ 13 ​ເລື່ອງ ທຽບ​ໃສ່​ອາທິດ​ກ່ອນ ​ໃນ​ນີ້ອຸ ປະຕິ​ເຫດ 29 ​ເລື່ອງ, ລັກ​ຊັບ 25 ​ເລື່ອງ, ຊີງ​ຊັບ 7 ​ເລື່ອງ, ປຸ້ນ​ຊັບ 5 ​ເລື່ອງ, ​ແຫກ​ກະ​ເປົາ 2 ​ເລື່ອງ ​ແລະ ສໍ້​ໂກງ​ຊັບ, ທຳຮ້າຍ​ຮ່າງກາຍ, ອັກຄີ​ໄພ​ຢ່າງ​ລະ​ເລື່ອງ, ​ເຫດການ​ທັງ​ໝົດ​ນີ້ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຊັບ​ສິນ​ເສຍ ຄື​ລົດ​ໃຫຍ່ 1 ຄັນ, ລົດຈັກ 9 ຄັນ, ​ເງິນ 31 ລ້ານ​ກວ່າ​ກີບ, 17 ພັນ​ກວ່າ​ໂດ​ລາ​ສະຫະລັດ, 1 ​ແສນ​ກວ່າ​ບາດ, 4.100 ຢວນ (ສະກຸນ​ເງິນ​ຈີນ), 10 ວອນ (ສະກຸນເງິນ​ເກົາຫລີ), 5.000 ​ເຢນ (ສະ ກຸນ​ເງິນ​ຍີ່ປຸ່ນ), ​ໂທລະສັບ 16 ໜ່ວຍ, ກ້ອງຖ່າຍຮູບ 1 ໜ່ວຍ, ​ໂນ​ດບຸກ 4 ​ເຄື່ອງ, ສາຍ​ຄໍ​ຄຳ, ​ເຄື່ອງ​ປະດັບ​ມີຄ່າ ​ແລະ ເອກະ ສານ​ສຳຄັນ​ຕ່າງໆ​ຈຳນວນ​ຫລາຍ ​ແລະ ​ເຈົ້າ ໜ້າ​ທີ່​ສາມາດ​ມ້າງ​ຄະດີ​ໄດ້ 67 ​ເລື່ອງ, ກັກ​ຜູ້​ຕ້ອງ​ຫາ 76 ຄົນ (ຍິງ 5 ຄົນ) ​ໂດຍ​ສ່ວນ​ໃຫຍ່​ແມ່ນ​ບັນ ຫາ​ຢາ​ເສບ​ຕິດ ​ແລະ ລັກ​ຊັບ​ພົນ ລະ​ເມືອງມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

     ​ເຈົ້າໜ້າ​ທີ່ ກ່າວ​ວ່າ: ປັດຈຸບັນ ປາກົດການ​ຫຍໍ້​ທໍ້​ທາງ​ສັງຄົມ ​ໂດຍ​ສະ​ເພາະ​ບັນຫາ​ປຸ້ນ​ຈີ້ຊິງ​ຊັບ​ນັບ​ວ່າ​ມີ​ຄວາມ​ອັນຕະລາຍ​ຫລາຍ ​ເຊິ່ງຜູ້​ຕົກ​ເປັນ​ເຫຍື່ອ​ສ່ວນ​ຫລາຍ​ແມ່ນ​ເພດ​ຍິງ ​​ແລະ ບໍ່​ເວັ້ນພະສົງ​ສາມະ​ເນນ​ນຳ​ດ້ວຍ ຄື​ເວລາ 11 ​ໂມງ ​ໃນ​ວັນ​ທີ 14 ຕຸລາ​ນີ້ ມີ​ສາມະ​ເນນ​ໜຶ່ງ​ອົງ​ຖືກ​ໄວ​ໜຸ່ມ 2 ຄົນ ຂີ່​ລົດຈັກ​ໃຊ້​ອາວຸດ​ປືນ​ຈີ້​ເອົາ​ເງິນ​ຢູ່​ເຂດ​ໜ້າ​ໂຮງ​ແຮມ​ລາວ​ພລາຊາ.

No comments:

Post a Comment