Ad

Ad

28 October 2013

ທະນາຄານ​ຮ່ວມ​ທຸລະ​ກິດລາວ-ຫວຽດ ​ເປີດ​ໜ່ວຍ​ບໍລິການ​ຢູ່​ດ່ານ​ຂົວ​ມິດຕະພາບວຽງຈັນ-ໜອງ​ຄາຍ



           ພິທີ​ເປີດ​ໜ່ວຍ​ບໍລິການ​ທະ ນາຄານ ລາວ-ຫວຽດ ປະຈຳ​ດ່ານ​ຂົວ​ມິດຕະພາບ ລາວ-​ໄທ (ວຽງ​ຈັນ-ໜອງ​ຄາຍ) ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 25 ຕຸລາ​ນີ້ ຢູ່​ດ່ານ​ຜ່ານ​ແດນ​ດັ່ງ ກ່າວ ​ເພື່ອ​ແນ​ໃສ່​ເປີດ​ກວ້າງ​ຕາໜ່າງການ​ບໍລິການ​ລູກ​ຄ້າ​ໃຫ້​ນັບ​ມື້ດີ​ຂຶ້ນທັງ​ເປັນ​ການ​ກະກຽມ​ໃຫ້​ແກ່​ການສະ​ເຫລີ​ມສະຫລອງ​ວັນ​ສ້າງຕັ້ງທະນາຄານ​ດັ່ງ​ກ່າວ​ຄົບຮອບ 15 ປີ (22/6/1999 - 22/6/2014) ​ໃຫ້​ມີ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຍິ່ງ​ຂຶ້ນ.
            ມາ​ຮອດ​ປັດຈຸບັນ, ທະນາ ຄານ ລາວ-ຫວຽດ ລວມມີ 5 ສາຂາ​ຕັ້ງຢູ່​ໃຈກາງ​ເຂດ​​ເສດຖະ ກິດ​ຂອງ​ລາວ ຄື​ສຳນັກ ງານ​ໃຫຍ່​ຕັ້ງຢູ່​ນະຄອນຫລວງ​ວຽງ​ຈັນ ​ແລະ ມີ​ສາຂາ​ຕັ້ງຢູ່​ຫລວງ​ພະ​ບາງ, ສະຫວັນ​ນະ​ເຂດ, ຈຳປາ​ສັກ, ອັດ​ຕະປື ​ແລະ ໜ່ວຍ​ບໍລິການ​ແຂວງ​ຄຳ​ມ່ວນ ​ເພື່ອ​ສາມາດ​ອຳ ນວຍ​ຄວາມ​ສະດວກ​ໃຫ້​ແກ່​ລູກ​ຄ້າ​ຂອງ​ຕົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.
            ຜູ້ອຳນວຍການ​ໃຫຍ່​ທະ ນາຄານ​​ແຫ່ງ​ນີ້​ເປີດ​ເຜີຍ​ວ່າ: ຕະ ຫລອດ​ໄລຍະ 14 ປີຜ່ານມາ, ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ ລະ​ກິດ​ຂອງ​ທະນາຄານ​ນັບ​ມື້​ເຕີບ​ໃຫຍ່​ຂະ ຫຍາຍຕົວ ​ແລະ ມີ​ຜົນສຳ​ເລັດ​ສູງ, ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ແລກປ່ຽນ​ສິນ ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ຝ່າຍ​ມີ​ຄວາມ​ສະດວກ ​ແລະ ສາມາດ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​
ພັດທະນາ​ເສດຖະກິດ- ສັງຄົມ​ຂອງ​ສອງ​ປະ​ເທດ​ຂະ ຫຍາຍຕົວ ​ໂດຍ​ສະ​ເພາະ​ແມ່ນ​ການ​ຊຳລະ​ສະ​ສາງ​ສິນຄ້າ, ການ​ໂອນ​ເງິນ ​ແລະ ​ແລກປ່ຽນ​ເງິນຕາ ​ແລະ ການ​ເປີດ​ໜ່ວຍ​ບໍລິການ​ຢູ່​ດ່ານ​ຜ່ານ​ແດນ​ສາກົນ​ແຫ່ງ​ນີ້ກໍ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ການ​ລົງທຶນ ກໍ​ຄື​ການ​ພົວພັນ​ແລກປ່ຽນ​ສິນຄ້າ ລາວ-​ໄທ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຂວງ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ​ມີ​ຄວາມ​ສະດວກ​ດີ​ຂຶ້ນ.

No comments:

Post a Comment