Ad

Ad

28 October 2013

ເບຍລາວມອບທຶນການສຶກສາໃຫ້ນັກສຶກສາຂອງມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນວິຈິດສິນ



     ໃນວັນທີ 24 ຕຸລານີ້ຢູ່ບໍລິສັດ ເບຍລາວ ໄດ້ມີພິທີມອບທຶນການ ສຶກສາສົກ ຮຽນ 2013-2014 ຈຳ ນວນ 120 ທຶນ ໃຫ້ນັກສຶກສາຂອງມະຫາວິທະຍາ ໄລ ແຫ່ງຊາດ ແລະ ສະຖາບັນວິຈິດສິນ ໂດຍການກ່າວມອບຂອງທ່ານ ກິດສະໜາ ວົງໄຊ ຜູ້ອຳນວຍການ ໃຫຍ່ບໍລິສັດເບຍລາວ ແລະ ກ່າວ ຮັບແມ່ນທ່ານ ຮຈ ດຣ ສົມສີ ຍໍ ພັນໄຊ ຮອງອະທິການບໍດີມະຫາວິທະ ຍາໄລແຫ່ງຊາດ ແລະ ທ່ານ ໄມສິງ ຈັນບຸດດີ ຫົວໜ້າສະຖາ ບັນວິຈິດສີນ,ມີພະນັກງານບໍລິສັດ ເບຍລາວ ແລະ ນັກສຶກສາຜູ້ທີ່ໄດ້ ຮັບທຶນເຂົ້າຮ່ວມ.
       ບໍລິສັດເບຍລາວໄດ້ມີໂຄງການໃຫ້ທຶນການສຶກສາຢ່າງຕໍ່ ເນື່ອງ CSR ມາແຕ່ປີ 2010 ເພື່ອສະໜອງທຶນການສຶກສາໃຫ້ ແກ່ນັກສຶກສາທີ່ມີຄຸນສົມບັດດີ, ຮຽນເກັ່ງມາຈາກເຂດຫ່າງໄກສອກຫລີກ, ເປັນລູກກຳພ້າ, ກຳພອຍ ຫລື ຄອບຄົວພົບຄວາມ ຫຍຸ້ງຍາກທາງເສດຖະກິດ, ພ່ໍແມ່ບໍ່ສາມາດປະກອບທຶນການສຶກສາ ໄດ້ຢ່າງພຽງພໍເພື່ອໃຫ້ເຂົາເຈົ້າໄດ້ສືບຕໍ່ສຶກສາຮ່ຳຮຽນຈົນ
ຈົບຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນວິຈິດສິນ ແລະ ກັບໄປພັດທະນາບ້ານເກີດເມືອງນອນຂອງຕົນກໍຄືການສ້າງ ສາ ແລະ ພັດທະນາປະເທດຊາດ.
           ສຳລັບມະຫາວິທະຍາໄລ ແຫ່ງຊາດເປັນຄັ້ງທີ 4 ທີ່ບໍລິສັດ ເບຍລາວໄດ້ໃຫ້ທຶນການສຶກສານັບແຕ່ປີ 2010-2011 ເປັນຕົ້ນມາບໍລິສັດເບຍລາວໄດ້ໃຫ້ເງິນຊ່ວຍເຫລືອປີລະ 268 ລ້ານກີບລວມ ທັງໝົດເປັນເງິນຈຳນວນ 1.072 ລ້ານກີບ ຊຶ່ງ ເງິນດັ່ງກ່າວບໍລິສັດ ໄດ້ໂອນເຂົ້າບັນຊີໃຫ້ນັກສຶກສາ ເພື່ອເປັນເບ້ຍລ້ຽງແຕ່ລະເດືອນໆ ລະ 270.000 ກີບຕໍ່ຄົນ,ສຳລັບນັກ ສຶກສາທີ່ໄດ້ຮັບທຶນທັງໝົດ179 ຄົນ, ຍິງ 66 ຄົນ ໃນນີ້ມີຜູ້ຮຽນຈົບ ການສຶກສາແລ້ວ 79 ຄົນ, ຍິງ30 ຄົນ ແລະ ສົກຮຽນປີ 2013-2014 ມີນັກສຶກສາທີ່ໄດ້ຮັບທຶນຈຳນວນ ທັງໝົດ 100 ຄົນ,ຍິງ 41 ຄົນ.
             ສະຖາບັນວິຈິດສິນໄດ້ ຮັບທຶນການສຶກສາຈາກບໍລິສັດ ເບຍລາວນັບແຕ່ປີ2010-2013 ໃນ ແຕ່ລະສົກຮຽນໄດ້ 20 ທຶນສະ ເພາະນັກສຶກສາປີ 2-ປີ 5.ໃນນີ້ນັກ ສຶກສາຮຽນຈົບການສຶກສາແລ້ວ  3 ຮຸ່ນ ລວມທັງໝົດ 10 ຄົນ,ຍິງ2 ຄົນ.

No comments:

Post a Comment