Ad

Ad

28 October 2013

ບຸນຊ່ວງເຮືອປະເພນີປີ 2013 ຢູ່ແຂວງຈຳປາສັກຈັດຂຶ້ນໃນວັນທີ 3 ພະຈິກຈະເຖິງນີ້

     ທ່ານ ສີທົນ ແກ້ວພູວົງ ເຈົ້າ ເມືອງປາກເຊ ໄດ້ຖະແຫລງໃນ ທ້າຍອາທິດຜ່ານ ມາວ່າ: ດັ່ງທີ່ ພວກເຮົາຮູ້ແລ້ວວ່າ: ອາທິດ ຜ່ານມາ, ແຂວງຈຳປາສັກໄດ້ເກີດ ໂສກ ນາດຕະກຳເທື່ອຮ້າຍແຮງ ທາງອາກາດ ຍ້ອນສາຍການບິນ ລາວຖ້ຽວບິນ QV301 ວຽງຈັນ- ປາກເຊ ໄດ້ເກີດອຸປະຕິເຫດຕົກ ລົງນ້ຳຂອງໃນວັນທີ 16 ຕຸລາ ອັນເຮັດໃຫ້ ຜູ້ໂດຍສານ ແລະ ຈຸ ບິນທັງໝົດ 49 ຄົນເສຍຊີວິດ. ດັ່ງ ນັ້ນ, ຄະນະພັກ ແລະ ອຳ ນາດ ການປົກຄອງແຂວງຈຳປາສັກ ໄດ້ສຸມກຳລັງເຂົ້າໃສ່ການກອບກູ້ໄພ ແລະ ໄດ້ປະ ກາດໂຈະການ ຈັດບຸນຊ່ວງເຮືອປະເພນີປະຈຳປີ 2013.
     ມາຮອດປັດຈຸບັນ ເຫດການ ດັ່ງກ່າວນັ້ນໄດ້ຜ່ານພົ້ນໄປເກືອບ ເຂົ້າສູ່ພາວະປົກກະຕິແລ້ວ, ການກອບກູ້ໄພກໍສາມາດປະ ຕິບັດສຳເລັດໄປແລ້ວສ່ວນໃຫຍ່, ພັກ ແລະ ລັດຖະບານ ຕະຫລອດຮອດພົນ ລະເມືອງລາວທຸກທົ່ວໜ້າໃນ ທົ່ວປະເທດ ເວົ້າ ສະເພາະກໍຄືປະຊາຊົນເມືອງປາກເຊ ແຂວງຈຳປາສັກ ກໍໄດ້ຈັດພິທີໄວ້ອາໄລ ຢ່າງເປັນທາງການຕໍ່ຜູ້ສູນເສຍຊີວິດໃນເທື່ອນີ້.
ດັ່ງນັ້ນ ເມື່ອເຫດການນັ້ນຜ່ານພົ້ນໄປ, ແຕ່ເພື່ອໃຫ້ເປັນໄປຕາມຮີດຄອງປະເພນີທີ່ ສືບທອດກັນມາດົນນານຂອງພີ່ນ້ອງຊາວ ເມືອງປາກເຊໃນການຈັດບຸນຊ່ວງເຮືອປະເພນີປະຈຳປີ 2013 ໃນວັນອາທິດທີ 3 ພະຈິກ 2013 ທີ່ຈະມາເຖິງນີ້ ເຊິ່ງການ ຄົບງັນກໍຈະເປັນໄປຕາມຮີດຄອງປະເພນີທີ່ເຄີຍໄດ້ປະຕິບັດກັນມາຄືດັ່ງແຕ່ລະປີ.

No comments:

Post a Comment