Ad

Ad

25 October 2013

ປະທານປະເທດແຫ່ງ ສປປ ລາວ ພົບປະກັບນັກທຸລະກິດ ແລະ ຊາວລາວຢູ່ປະເທດຝຣັ່ງ



        ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ໄດ້ສືບຕໍ່ ເຄື່ອນໄຫວຢ້ຽມຢາມປະເທດຝຣັ່ງຢ່າງເປັນທາງ ການເປັນມື້ທີສາມ ແລະ  ໃນຕອນ ເຊົ້າວັນທີ 23 ຕຸລານີ້, ໄດ້ເຂົ້າຮ່ວມພົບປະກັບນັກທຸລະກິດລາວ ແລະ ຝຣັ່ງ ໂດຍ ມີຜູ້ເຂົ້າຮ່ວມ ຮ້ອຍກວ່າຄົນ ຢູ່ສຳນັກງານໃຫຍ່ ເມແດບ (MEDEF) ນະຄອນ ຫລວງປາຣີ.
     ໃນໂອກາດດັ່ງກ່າວ, ປະທານປະເທດໄດ້ແຈ້ງໃຫ້ບັນດານັກທຸລະກິດ, ນັກລົງທຶນ ຊາບເຖິງແນວທາງນະໂຍບາຍການສ້າງສາພັດ ທະນາເສດຖະກິດ-ສັງຄົມຂອງລາວ ໂດຍໄດ້ເນັ້ນເຖິງການເຊື່ອມໂຍງຂອງລາວເຂົ້າກັບພາກພື້ນ ແລະ ສາກົນລວມທັງຂະຫຍາຍ ການຮ່ວມມືກັບບັນດາປະເທດໃນ ຂົງເຂດ, ການເປີດເສລີການຄ້າ, ສິນຄ້າການບໍລິການ ແລະ ການລົງທຶນ, ບັນດາທ່າແຮງສຳຄັນຂອງລາວໃນການພັດທະນາເສດ ຖະກິດ-ສັງຄົມ ແລະ ໄດ້ສະເໜີໃຫ້ບັນດານັກທຸລະກິດ, ນັກລົງທຶນຝຣັ່ງ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ຫລາຍຂຶ້ນ. ຈາກນັ້ນປະທານປະເທດແຫ່ງ ສປປ ລາວ ຍັງໄດ້ອະນຸຍາດໃຫ້ບໍລິສັດລົງທຶນສຳຄັນຂອງຝຣັ່ງຈຳນວນ ໜຶ່ງເຊິ່ງໄດ້ສະເໜີໂຄງ
ການຮ່ວມມືມາແລ້ວ ກັບ ສປປ ລາວ ເຂົ້າພົບປະສະເພາະເພື່ອລົງເລິກ ແລະ ປຶກສາຫາລືໂຄງການຮ່ວມ ມືກັນ.
     ໃນຕອນບ່າຍວັນດຽວກັນນີ້, ຢູ່ກະຊວງການຕ່າງປະເທດຝຣັ່ງກໍໄດ້ມີການລົງນາມເຊັນສັນຍາຮ່ວມມື ແລະ ເອກະສານ ລວມ 3 ສະບັບລະຫວ່າງສອງຝ່າຍ ຊຶ່ງຕາງໜ້າໃຫ້ ສປປ ລາວ ແມ່ນ ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າຫ້ອ ງວ່າການສຳນັກ ງານປະທານປະເທດ, ຮັບຜິດຊອບວຽກງານຝຣັ່ງໂກໂຟນີ ແລະ ທ່ານນາງ ຍານາ ເບັນກີກີ ລັດຖະມົນຕີຝຣັ່ງ ໂກໂຟນີ ຂອງຝຣັ່ງ ຕາງໜ້າລັດຖະບານຝຣັ່ງ ຄືສັນຍາບູລະນະປະຕິສັງຂອນມໍລະດົກວັດທະນະທຳໂລກວັດພູຈຳປາສັກ, ເອກະສານແຈ້ງເຈດຈຳນົງ ການຂະຫຍາຍໂຮງຮຽນຝຣັ່ງຮົບເຟຢູ່ນະຄອນຫລວງວຽງຈັນ ແລະ ສັນຍາວ່າດ້ວຍການພັດທະ ນາເຂດເນີນສູງ ຊຶ່ງສັນຍາສະບັບດັ່ງ ກ່າວນີ້ ຕາງໜ້າໃຫ້ຝ່າຍລາວແມ່ນ ທ່ານ ສົມດີ ດວງດີ, ລັດຖະມົນຕີກະຊວງແຜ ການ ແລະ ການລົງທຶນເປັນຜູ້ລົງນາມ ແລະ ໃນ ຕອນຄໍ່າວັນດຽວກັນ, ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ພົບປະກັບພີ່ນ້ອງ ຊາວລາວທີ່ດຳລົງຊີວິດຢູ່ປະເທດຝຣັ່ງຊຶ່ງຈັດຂຶ້ນ ຢູ່ສະຖານເອກອັກຄະລັດຖະທູດລາວປະຈຳປາຣີ. ໂອກາດດັ່ງກ່າວ, ປະທານປະເທດໄດ້ແຈ້ງໃຫ້ບັນດາພີ່ນ້ອງຊາວລາວເຖິງຜົນສຳ ເລັດແຫ່ງການສ້າງສາພັດທະນາປະເທດຊາດຕະຫລອດໄລຍະ 30 ກວ່າປີຜ່ານມາ ແລະ ທິດທາງບາດກ້າວ ເດີນຂອງປະເທດຊາດ ໃນອະນາຄົດພ້ອມດຽວກັນກໍຮຽກຮ້ອງຊາວລາວທຸກຄົນ ໃຫ້ອວ່າຍໜ້າມາຫາປະເທດຊາດ, ມີຄວາມປອງດອງສາມັກຄີກັນເປັນກຳ ລັງແຮງປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຂອງຕົນ.

No comments:

Post a Comment