Ad

Ad

25 October 2013

ຄະນະປະຈຳສະພາຈະພິຈາລະນາຮັບຮອງວຽກງານສຳຄັນຂອງຊາດປະຈຳເດືອນຕຸລາ 2013



         ກອງ​ປະຊຸມ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດປະ​ຈຳ​ເດືອນຕຸລາ​ 2013 ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 24-25 ຕຸລານີ້ ຢູ່​ຫ້ອງ​ປະຊຸມ​ຄະ ນະ​ປະ​ຈຳຫ້ອງ​ວ່າການສະພາ​ແຫ່ງ​ຊາດ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານນາງ ປານີ ຢາ​ທໍ່​ຕູ້  ປະທານສະພາ​ແຫ່ງ​ຊາດ, ມີ​ບັນດາ​ຮອງ​ປະທານ, ປະ​ທານ​ຄະນະກຳ​ມະ​ທິການ ​ແລະ ກຳ​ມະ​ທິການ​ຕ່າງໆ​ເຂົ້າ​ຮ່ວມ.
          ກອງ​ປະຊຸມ​ໄດ້ພິຈາລະນາ ​ແລະ ​ຮັບຮອງ​ເອົາ​ການ​ແກ້​ໄຂ​ບັນຫາ​ຜູ້​ຍົກຍ້າຍ ​ແລະ ຕັ້ງພູມ​ລຳ​ເນົາ​ຕາມ​ລຳພັງ​ໃຈ ແລະ ສ້າງ​ຄອບຄົວ ​ບໍ່​ຖືກ​ລະບຽບ​ຕາມ​ບໍລິ​ເວນ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ​ລະຫວ່າງສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ແລະ ສາທາລະນະ​ລັດ​ ສັງຄົມ​ນິຍົມ​ຫວຽດນາມ, ພິຈາລະນາ​ອະນຸມັດ​ຍົກ​ເວັ້ນອາກອນ​ກຳ​ໄລ​ເປັນ​ເວລາ 5 ປີ​ນັບ​ແຕ່​ປີ 2012- 2017 ​ໃຫ້​ແກ່​ບໍລິ​ສັດ​ຢີນຊິງ​ຈຳກັດ​ທີ່​ຖືກ​ອັກຄີ​ໄພ​ໃນ​ກາງ​ປີ 2012 ຕາມ​ໜັງສື​ສະ​ເໜີ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ 55/ນຍ, ລົງ​ວັນ​ທີ 27/3/2013. ພິຈາລະນາ​ຍົກ​ເວັ້ນພາສີ-ອາກອນ​ສຳລັບ​ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບ ລາວ-ມຽນມາ ​
ແຕ່ຊຽງ​ກົກ- ຊຽງ​ລາບ ຕາມ​ໜັງສື​ສະ​ເໜີ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ 112/ນຍ, ລົງ​ວັນ​ທີ 20/8/ 2013,  ພິຈາລະ ນາ​ອອກ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບຮອງ​ບາງ​ວຽກງານ​ທີ່​ພົວພັນ​ກັບ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ແບ່ງ​ຕາມ​ໜັງສື​ສະ​ເໜີ​ຂອງ​ນາຍົກລັດຖະ ມົນຕີສະບັບ​ເລກທີ 108/ນຍ, ລົງ​ວັນ​ທີ 9/8/ 2013, ພິຈາລະນາ​ການ​ສ້າງຕັ້ງຄະນະ​ປະສານ​ແຮງ​ງານ ​ແລະ ພິຈາລະນາ​​ສັນຊາດ​ຈຳນວນ​ໜຶ່ງ. ພ້ອມ​ກັນນີ້ກໍ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຄວາມ​ຄືບ​ໜ້າ​ໂຄງການ​ອອກ​ແບບ ​ແລ​ະ ປຸກ​ສ້າງ​ຫໍ​ສະພາ​ແຫ່ງ​ຊາດ​ຫລັງ​​ໃໝ່, ລາຍ​ງານ​ການ​ກະກຽມ​ການ​ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ກຳ​ມະ​ທິການ​ບັນດາ​ເຜົ່າ​ປະ​ຈຳປີ 2012- 2013, ລາຍ​ງານ​ການ​ກະກຽມ​ຄວາມ​ພ້ອມ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ ຫລື ​ໄອ​ປາຄັ້ງທີ 35, ລາຍ​ງານ​ຄືນ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື​ກັບ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ, ລາຍ​ງານ​ການ​ຄົ້ນ​ຄວ້າ​ມະຕິ​ຕົກລົງ​ຂອງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ວ່າ​ດ້ວຍ​ລະບຽບ​ລັດຖະກອນ​ຕຸລາການ, ລາຍ​ງານ​ການ​ກະກຽມ​ສ້າງຕັ້ງສະພາ​ທ້ອງ​ຖິ່ນ (ສະພາ​ປະຊາຊົນ​ແຂວງ), ລາຍງານ​ຄືນ​ຮ່າງ​ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ​ວ່າ​ດ້ວຍ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ ອົງການ​ກວດ​ສອບ​ແຫ່ງ​ລັດ, ສະ​ເໜີ​ຂໍ​ຍົກ​ເລິກ​ສົນທິສັນຍາ ຫລື ລຶບລ້າງ​ສົນທິສັນຍາ ສະບັບ​ເລກທີ 04 ວ່າ​ດ້ວຍ​ການ​ເຮັດ​ວຽກ​ກາງຄືນ​ ຂອງ​ແຮງ​ງານ​ເພດ​ຍິງ ​ແລະ ສະ​ເໜີ​ຂໍ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ສະບັບ​ເລກທີ 171 ວ່າ​ດ້ວຍ​ການ​ເຮັດ​ວຽກ​ກາງຄືນ​ຂອງ​ອົງການ​ແຮງ​ງານ​ສາກົນ, ລາຍ​ງານ​ກ່ຽວ​ກັບ​ການຈັດຕັ້ງປະຕິ ບັດ​ໂຄງການ​ກໍ່ສ້າງ​ທາງ​ເລກທີ 15A ​ແລະ 15B ຢູ່​​ແຂວງ​ສາລະ​ວັນ, ອີງ​ຕາມ​ໜັງສື​ແຈ້ງ​ການ ຂອງ​ຫ້ອງ​ວ່າການ​ສຳນັກງານ​ນາ​ນົກ​ລັດຖະມົນຕີສະບັບເລກທີ 17/ຫສນຍ.ກລຂ, ລົງ​ວັນ​ທີ 10 ພະຈິກ 2005 ​ແລະ ລາຍ​ງານ​ຜົນ​ສຳ​ເລັດ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາພ້ອມ​ທັງຂໍ​ທິດ​ຊີ້ນຳ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃນຕໍ່ໜ້າຂອງກຳມາທິການ ວັດທະນະທຳ-ສັງຄົມ.

No comments:

Post a Comment