ພາຍຫລັງເກີດອຸປະຕິເຫດເຮືອບິນໂດຍສານວຽງຈັນ-ປາກເຊ
ATR72-600 ຖ້ຽວບິນ QV301 ຕົກລົງນ້ຳ ຂອງຢູ່ແຂວງຈຳປາສັກ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ
49 ຄົນ, ໃນນັ້ນຈຸບິນ 5 ຄົນ. ເຫດການເທື່ອນີ້ໄດ້ເຮັດໃຫ້ກຸ່ມຄົນບໍ່ຫວັງດີຈຳນວນໜຶ່ງພະຍາຍາມຖືເອົາອຸປະຕິເຫດເທື່ອນີ້ໂຈມຕີສາຍການບິນຂອງພວກເຮົາຜ່ານທາງສື່ອອນລາຍຕ່າງໆ
ເພື່ອເຮັດໃຫ້ການບິນລາວຖືກຫລຸດລະດັບຄວາມໜ້າເຊື່ອຖືຂອງສັງຄົມ, ມີບາງເວັບໄຊ
ແລະ ລາຍການບາງຊ່ອງໂທລະພາບຂອງປະເທດເພື່ອນບ້ານ ກໍໄດ້ອອກເຜີຍແຜ່ໃນທາງທີ່ບໍ່ສ້າງສັນຕໍ່ສາຍການບິນລາວ
ໂດຍອ້າງເຖິງຜົນການຈັດອັນດັບຂອງເວັບໄຊຂອງຕ່າງປະເທດວ່າ: ການບິນລາວບໍ່ມີຄວາມປອດໄພ
ແລະ ບໍ່ໄດ້ມາດຕະຖານ ໂດຍອ້າງວ່າບໍ່ໄດ້ເຂົ້າຮ່ວມກວດສອບລະ ບົບຄວາມປອດໄພຕາມມາດຕະ
ຖານສາກົນ. ແຕ່ແນວໃດກໍຕາມ ຕະຫລອດຫລາຍສິບປີຜ່ານມາ, ການບິນລາວກໍເຄີຍໄດ້ຮັບການຍ້ອງຍໍຈາກສາກົນໂດຍ
ຕະຫລອດວ່າເປັນສາຍການບິນໜຶ່ງທີ່ມີຄວາມປອດໄພ ແລະ ການບິນລາວເອງກໍພະຍາຍາມສະແດງໃຫ້ເຫັນວ່າ: ການບິນລາວເປັນສາຍການບິນທີ່ມີຄວາມທັນສະໄໝ ປອດໄພໂດຍການຫັນມານຳໃຊ້ເຮືອບິນໃໝ່ທີ່ມີມາດຕະຖານສາກົນຈຳນວນຫລາຍໃນໄລຍະຫລັງມານີ້.
ຕະຫລອດວ່າເປັນສາຍການບິນໜຶ່ງທີ່ມີຄວາມປອດໄພ ແລະ ການບິນລາວເອງກໍພະຍາຍາມສະແດງໃຫ້ເຫັນວ່າ: ການບິນລາວເປັນສາຍການບິນທີ່ມີຄວາມທັນສະໄໝ ປອດໄພໂດຍການຫັນມານຳໃຊ້ເຮືອບິນໃໝ່ທີ່ມີມາດຕະຖານສາກົນຈຳນວນຫລາຍໃນໄລຍະຫລັງມານີ້.
ທ່ານ ສະເຫລີມ ໄຕຍາລາດ ຫົວໜ້າພະແນກການຕະຫລາດລັດວິສາຫະກິດການບິນລາວກ່າວວ່າ:
ແຕ່ໃດມາ, ການບິນລາວໄດ້ຖືສຳຄັນເອົາໃຈໃສ່ໃນການຮັບໃຊ້ບໍລິການຜູ້ໂດຍສານດ້ວຍຄວາມທັນສະໄໝ
ແລະ ປອດໄພ ໂດຍໄດ້ມີການຊື້ເຮືອບິນໃໝ່ທີ່ມີຄຸນນະພາບ ແລະ ມາດຕະຖານລະດັບສາກົນຈຳນວນຫລາຍລຳເຂົ້າມາຮັບໃຊ້ການບິນໂດຍສານທັງພາຍໃນ
ແລະ ຕ່າງປະເທດ ອັນໄດ້ເຮັດໃຫ້ໂຕເລກຜູ້ໂດຍສານທີ່ບໍລິການສາຍການບິນລາວມີຈຳນວນເພີ່ມຂຶ້ນທຸກປີ.
ແນວໃດກໍຕາມ, ພາຍຫລັງເກີດເຫດການທີ່ບໍ່ເພິ່ງປາຖະໜາດັ່ງກ່າວ ກໍເຫັນວ່າໂຕເລກຂອງຜູ້ໂດຍສານການບິນລາວໄດ້ຫລຸດລົງປະມານ
20% ເຊິ່ງຖືວ່າເປັນເລື່ອງປົກກະຕິໃນເບື້ອງຕົ້ນຂອງສາຍການບິນທີ່ປະສົບເຫດການຄືແນວນີ້,
ແຕ່ພວກເຮົາເຊື່ອວ່າຈະສາມາດຟື້ນຄືນຄວາມເຊື່ອໝັ້ນຂອງລູກຄ້າກໍຄືຜູ້ໂດຍສານໄດ້ໂດຍໄວ.
No comments:
Post a Comment