ນັກຮຽນລາວ 2 ຄົນຄື ນາງ ອາລັນຍາ ຈັນວົງນະຣາຊ
ຈາກໂຮງຮຽນນາໆຊາດກຽດຕິສັກ ແລະ ນາງ ພຸດທະປານີ ວົງສຸວັນ ຈາກໂຮງຮຽນພອນສະຫວັນ ນະຄອນຫລວງວຽງຈັນ
ໄດ້ຮັບທຶນ ການສຶກສາອາຊຽນຂອງລັດຖະບານສິງກະໂປປະຈຳສົກປີ 2013- 2014 ເພື່ອໄປຮຽນຕໍ່ຊັ້ນມັດ ທະຍົມຕອນປາຍຢູ່ປະເທດສິງກະໂປໂດຍຈະອອກເດີນທາງໃນວັນທີ
1 ພະຈິກ 2013 ນີ້.
ທຶນການສຶກສາດັ່ງກ່າວປະກອບມີຄ່າຮຽນ, ປີ້ເຮືອບິນໄປ-ກັບ
ແລະ ເງິນອຸດໜູນປະຈຳປີ ເພື່ອໃຊ້ຈ່າຍໃນໄລຍະຮຽນຢູ່ປະ ເທດສິງກະໂປ. ໂຄງການນີ້ ເປັນສ່ວນໜຶ່ງໃນຂອບການຮ່ວມມືລະ ຫວ່າງລັດຖະບານສິງກະໂປ
ແລະ ລັດຖະບານລາວໃນຂົງເຂດການພັດທະນາຊັບພະຍາກອນມະ ນຸດຊຶ່ງມີຈຸດປະສົງເພື່ອໃຫ້ຊາວໜຸ່ມນັກຮຽນຈາກບັນດາປະເທດອາຊຽນໄດ້ພັດທະນາ ທັກສະ
ຕົນເອງຫລາຍຂຶ້ນ ແລະ ເພື່ອກຽມຄວາມພ້ອມຂີດຄວາມສາມາດການສຶກສາໃນອະນາຄົດ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆໃນໄລຍະໃໝ່.
ສຳລັບ ຜູ້ທີ່ໄດ້ຮັບທຶນການສຶກສາໄດ້ຜ່ານການສອບເສັງວິຊາຄວາມຮູ້ທົ່ວໄປ,
ພາສາອັງກິດ ແລະ ຄະນິດສາດລວມ ທັງ ຂັ້ນຕອນການສຳພາດ ເຊິ່ງແຕ່ລະປີຈະມີພຽງແຕ່ 2 ທຶນເທົ່ານັ້ນ.
ພິທີມອບ-ຮັບທຶນດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 24
ຕຸລານີ້ຢູ່່ສະ ຖານທູດສິງກະໂປປະຈຳລາວ ຊຶ່ງມອບໂດຍທ່ານນາງ
ຄັ່ງ ຊຽວ ເຄັ່ງ ເອກອັກຄະລັດຖະທູດສິງກະໂປປະຈຳລາວ ໂດຍມີຜູ້ປົກ ຄອງ, ແຂກຖືກເຊີນຈາກກະຊວງສຶກສາທິການ
ແລະ ກິລາ, ກະຊວງການຕ່າງປະເທດເຂົ້າຮ່ວມເປັນສັກຂີພະ ຍານ.
No comments:
Post a Comment