Ad

Ad

25 October 2013

ຖ້າບໍ່ໄດ້ຮັບການແກ້ໄຂເສັ້ນທາງ 450 ປີ ອາດກາຍເປັນສະໜາມຖິ້ມຂີ້ເຫຍື້ອແຫ່ງໃໝ່



          ຄືດັ່ງທີ່ພວກເຮົາໄດ້ອອກຂ່າວໄປແລ້ວ, ເສັ້ນທາງ 450 ປີ ຈາກ 4 ແຍກດົງໂດກຫາ ທ່່ານາ ແລ້ງໄດ້ສ້າງຂຶ້ນເພື່ອເປັນອະນຸສອນອັນລ້ຳຄ່າຂອງຊາວນະຄອນຫຼວງວຽງ ຈັນໃນໂອ ກາດວັນສ້າງຕັ້ງນະຄອນຫຼວງວຽງຈັນ ຄົບຮອບ 450 ປີ ເຊິ່ງໄລຍະການກໍ່ ສ້າງທຳອິດທາງ ສາຍນີ້ມີຄວາມສະອາດຈົບງາມ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທ່ຽວ ຊົມທຳມະຊາດອັນງົດ ງາມຂອງເຂດຊານເມືອງ ແລະ ເປັນໃບໜ້າໃໝ່ຂອງນະຄອນຫຼວງ ວຽງຈັນ, ແຕ່ເປີດນຳໃຊ້ມາໄດ້ໄລຍະໜຶ່ງເສັ້ນທາງດັ່ງກ່າວພັດຂາດການເອົາໃຈໃສ່ບົວລະ ບັດຮັກສາເຮັດໃຫ້ເຕັມໄປແຕ່ຂີ້ເຫຍື້ອ ແລະ ຫຍ້າຮົກຈົນມາຮອດປັດຈຸບັນ, ເສັ້ນທາງໄດ້ປ່ຽນ ສະພາບຈາກໜ້າມືເປັນຫຼັງມື, ມັນສະແດງອອກຢູ່ສອງຟາກຂ້າງທາງລວມເຖິງຄັນຄູກາງ ທາງຕະຫຼອດຈົນສຸດ ເສັ້ນທາງເຕັມໄປແຕ່ຄວາມ ຮົກເຮື້ອຂອງປ່າຫຍ້າ ແລະ ເສດຂີ້ເຫຍື້ອ ທີ່ພວກສວຍໂອກາດນຳໄປຖິ້ມຢ່າງຊະຊາຍ ແລະ ອາດຈະກາຍເປັນສະໜາມຖິ້ມຂີ້ເຫຍື້ອແຫ່ງໃໝ່ຖ້າພາກສ່ວນກ່ຽວຂ້ອງຍັງ ສືບຕໍ່ປ່ອຍປະລະເລີຍ ແລະ ບໍ່ເລັ່ງແກ້ໄຂຢ່າງໄວວາ.
         ຈາກສະພາບດັ່ງກ່າວທີ່ນັກຂ່າວພວກເຮົາໄດ້ລົງໄປສຳຜັດຕົວຈິງບວກໃສ່ຫາງສຽງຂອງປະຊາຊົນຜູ້ທຽວໄປມາ ແລະ ອາ ໄສ ຢູ່ເຂດໃກ້ຄຽງເຫັນວ່າຖືກກັບຄວາມເປັນຈິງແທ້ຄືສາເຫດຕົ້ນຕໍທີ່ເຮັດໃຫ້ເສັ້ນທາງສາຍນີ້ ເປື້ອນແມ່ນເກີດຈາກຄວາມເຫັນ ແກ່ໂຕ ຂອງຄົນຈຳນວນໜຶ່ງທີ່ຂີ້ຄ້ານມັກງ່າຍ, ສວຍໂອກາດລັກເອົາຂີ້ເຫຍື້ອໄປຖິ້ມໃນເວລາລັບຕາຄົນໂດຍບໍ່ສົນໃຈ ແລະ
ຄຳນຶງເຖິງສິ່ງ ແວດລ້ອມ ແລະ ຄົນອື່ນ, ພຽງເຫັນແກ່ສ່ວນຕົວເທົ່ານັ້ນ ແລະ ອີກສາເຫດໜິ່ງທີ່ເຮັດໃຫ້ພວກບໍ່ດີສວຍໂອກາດ ລັກລອບຖິ້ມຂີ້ ເຫຍື້ອກໍ່ຍ້ອນເສັ້ນທາງສາຍນີ້ ເກີດມີສະພາບຮົກເຮື້ອ, ມີປ່າຫຍ້າຕຶບໜາ, ຂາດຄວາມເອົາໃຈໃສ່ບົວລະບັດຮັກ ສາຈາກພາກສ່ວນ ກ່ຽວຂ້ອງ  ແລະ ຮ້າຍແຮງ ໄປກວ່ານັ້ນຕົກມາໃນຍາມຄ່ຳຄືນເສັ້ນທາງດັ່ງກ່າວຍັງຂາດແສງ ໄຟເຍືອງທາງ ເຮັດໃຫ້ການສັນຈອນໄປ ມາຂອງຜູ້ທຽວທາງພົບຄວາມຫຍຸ້ງຍາກ ແລະ ເກີດມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ ແລະເປັນ ຊ່ອງຫວ່າງໃຫ້ກຸ່ມຄົນບໍ່ດີ ເຄື່ອນໄຫວປຸ້ນຈີ້, ຂ້າເຈົ້າເອົາຂອງຄືດັ່ງທີ່ເກີດມີມາແລ້ວ. ເຖິງຢ່າງໃດກໍດີຕໍ່ບັນຫາດັ່ງ ກ່າວທາງສັງ ຄົມໂດຍສະເພາະຜູ້ທີ່ໃຊ້ເສັ້ນ ທາງສາຍນີ້ມີຄວາມຕ້ອງການ ແລະ ຮ້ອງຂໍຜ່ານໜັງສືພິມລາວພັດທະນາ ຂອງພວກເຮົາໄປ ຫາພາກສ່ວນກ່ຽວຂ້ອງຈົ່ງເລັ່ງແກ້ໄຂ ແລະ ໃຊ້ມາດຕະການເດັດຂາດຕໍ່ພວກລະເມີດສວຍໂອກາດດັ່ງກ່າວ ເພື່ອເຮັດແນວ ໃດໃຫ້ເສັ້ນທາງສາຍນີ້ຈະບໍ່ກາຍເປັນສະໜາມ ຖິ້ມຂີ້ເຫຍື້ອແຫ່ງໃໝ່ ແລະ ກັບຄືນສູ່ຄວາມງົດງາມຄືເກົ່າສົມກັບເປັນອະນຸສອນ 450 ປີທີ່ສະຫວ່າງສະໄຫວຄ່ຽງຄູກັບການຂະ ຫຍາຍຕົວທາງເສດຖະກິດ-ສັງຄົມາຂອງນະຄອນຫຼວງວຽງຈັນ.





No comments:

Post a Comment