Ad

Ad

25 October 2013

ສານນະຄອນຫລວງວຽງຈັນຕັດອິດສະລະພາບພວກຄ້າຢາເສບຕິດລາຍໃຫຍ່



             ນາງ ວາດ​ສະໜາ, ທ້າວ ອານຸສອນ ແລະ ທ້າວ ​ແອັດ​ດີ້​ ເຊິ່ງ​ຖຶກສານ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ​ຕັດ ສິນ​ລົງ​ໂທດ​ຈຳ​ຄຸກ​ຜູ້​ລະ 19 ປີ ແລະ 5 ປີ ໃນ​ຂໍ້​ຫາຮ່ວມ​ກັນ​ຄ້າຂາຍ​ຢາ​ເສບ​ຕິດເຊິ່ງ​ຜິດ​ຕໍ່ລະບຽບກົດໝາຍອາຍາ ສປປ ລາວ.
           ໃນ​ວັນ​ທີ 24 ຕຸລານີ້, ສານ​ປະຊາຊົນນະຄອນຫຼວງວຽງຈັນ ໄດ້​​ພິພາກສາ​ຂັ້ນຕົ້ນຕັດ​ອິດສະລະພາບ​ພວກ​ຄ້າ​ຢາ​ເສບ​ຕິດຄື ນາງ ວາດ​ສະໜາ ອາຍຸ 34 ປີ ພັກ​ເຊົາ​ຢູ່​ບ້ານ ທາດຫຼວງກາງ ​ເມືອງ ​ໄຊ​ເສດ​ຖາ ນະຄອນ ຫຼວງວຽງ ຈັນ ຈຳ​ເລີຍ​ທີ 1 ຈຳ​ຄຸກ 19 ປີ ກັບ 6 ເດືອນ, ທ້າວ ອານຸສອນອາຍຸ 34 ປີ ຢູ່​ບ້ານ ທາດຫຼວງກາງ ​ເມືອງ ​ໄຊ​ເສດ​ຖາ ນະຄອນຫຼວງວຽງຈັນ ຈຳ​ເລີຍ​ທີ 2 ຈຳ​ຄຸກ 19 ປີ ແລະ ທ້າວ ​ແອັດ​ດີ້ ອາຍຸ 18 ປີ ຢູ່​ບ້ານ ຈັນ​ສະຫວ່າງ ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫຼວງ ວຽງ ຈັນ  ຈຳ​ເລີຍ​ທີ 3 ຖືກ​ສານ​ຕັດ​ອິດ​ສະລະ​ພາບ​ຈຳ​ຄຸກ 5 ປີ. ຈຳ​ເລີຍ​ທັງ 3 ​ຖືກ​ເຈົ້າໜ້າທີ່​ກັກ​ຕົວ​​ໃນ​ວັນ​ທີ 24 ຕຸລາ 2012, ໃນ​ຂໍ້​ຫາ​
ຄ້າຂາຍຢາ​ເສບ​ຕິດ,​ເຈົ້າ ໜ້າທີ່​ໄອ​ຍະ​ການ​ຖະ​ແຫລ​ງ​ໃນ​ທີ່​ປະຊຸມ​ສານ​ວ່າ: ພວກ​ກ່ຽວ​ໄດ້​ມີ​ການ​ພົວພັນ ແລະ ຮ່ວມ​ຄ້າຂາຍ​ຢາ​ເສບ​ຕິດ ​ຢູ່​ຫ້ອງ​ແຖວ​ເຂດ​ບ້ານ ວຽງຈະ​ເລີ​ນ ​​ໂດຍ​ມີ​ຊາວໜຸ່ມ​ເຂດ​ບ້ານ ທາດ ຫຼວງມາ​ຕິດຕໍ່ຊື້ ຄື ​ໃນ​ວັນ​ທີ 24 ຕຸລາ 2012 ນາງ​ວາດ​ສະໜາ ​ໄດ້​ຮັບ​ຊື້ຢາ​ບ້າ​ຈາກ​ ທ້າວ ​ແອ ຈຳ ນວນ 4.100 ເມັດ ຊຶ່ງ​ມີ​ການ​ນັດ​ສົ່ງ​ກັນ​ຢູ່ສາມ​ແຍກ​ສີ​ເກີດຈາກ​ນັ້ນກໍ​ໄດ້ນຳ​ເອົາ​ຢາ​ມາ​​ເຊື່ອງ​ໄວ້​ຢູ່​​​ເຮືອນ​ຂອງ​ຜູ້ກ່ຽວກ່ອນ​ຈະ​ຖືກ​ເຈົ້າໜ້າທີ່​ເຂົ້າ​ກວດ​ພົບ​ ​ແລະ ຈັບ​​ຜູ້​ຕ້ອງ​ຫາ​ທັງ 3 ຄື ນາງ ວາດ​ສະ ໜາ, ທ້າວ ອານຸສອນ ແລະ ທ້າວ ​ແອັດດີ້ ມາ​ດຳ​ເນີນ​ຄະດີ.
          ຕາມ​ການ​ໃຫ້ການ​ຂອງ​ຈຳ ​ເລີຍ ​ແລະ ຂໍ້​ມູນຫຼັກຖານ​ຕ່າງໆ, ສານ​ຂັ້ນຕົ້ນນະຄອນຫຼວງວຽງ ຈັນ ໄດ້​ມີ​ວິນິດ​ໄສ ​ວ່າ: ການ​ກະ ທຳ​ຜິດ​ຂອງນາງ ວາດ​ສະໜາ ​ແລະ ທ້າວ ອານຸສອນ ເປັນ​ການ​ກະທຳ​ຜິດ​ທາງ​ອາຍາມາດຕາ 146 ວັກ​ສອງ ຊຶ່ງ​ເປັນ​ການ​ແຕະ ຕ້ອງ​ເຖີງສະພາບ​ເສດຖະກິດ ​ແລະ ຄວາມ​ບໍ່​ເປັນ​ລະບຽບຮຽບ ຮ້ອຍຂອງ​ສັງຄົມ ຊຶ່ງ​ຈຳ​ເລີຍ​ທັງ​ສອງ​ກໍ​ຮູ້ດີ​ວ່າ​ຜິດ​ລະບຽບກົດ ໝາຍ​ແຕ່​​ຍັງ​ຝ່າຝືນ,ສະນັ້ນສານ ຈຶ່ງ​ຕັດ​ອິດສະລະພາບ​ຈຳ​ເລີຍ​ທັງ​ສອງ 19 ປີ ພ້ອມ​ທັງ​ປັບ​ໃໝ​ 460 ລ້ານ​ກີບ.ແຕ່ນາງ ວາດ​ສະໜາ ຜ່ານ​ມາ​ກໍ​ເຄີຍ​ຖືກ​ສານ​ຕັດ​ອິດສະ ລະພາບ​ໃນ​ຂໍ້​ຫາ​ຄ້າ​ຢາ​ເສບ​ຕິດ ມາ​ແລ້ວແຕ່​ຜູ້ກ່ຽວຍັງ​​ບໍ່​ເຂັດຫຼາບ ຈຶ່ງ​ເພີ່ມ​ໂທດ​ຕາ​ມມາດຕາ 41 ຂໍ້ 1 ເປັນ 6 ເດືອນ ລວມ​ເປັນ 19 ປີ ກັບ 6 ເດືອນ.ສ່ວນທ້າວ ​ແອັດດີ້ ໄດ້​ເປັນ​ຄົນ​ຮັບ​ເອົາ​ຢາ​ບ້າກັບ​ນາງ ວາດ​ສະໜາ​ໄປ​ຂາຍຫຼາຍເທື່ອ ​ແລະ ຜູ້ກ່ຽວກໍ​ຮູ້​ດີ​ວ່າ​ສິ່ງ​ດັ່ງກ່າວ​ເປັນ​ການ​ກະທຳ​ຜິດ​ຕໍ່ລະບຽບກົດ ໝາຍ,ສານ​ຈຶ່ງ​​​ຕັດ​ອິດສະລະພາບ ຈຳ​ຄຸກ 5 ປີ ພ້ອມ​ປັບ​ໃໝ​ 10 ລ້ານ​ກີບ,ສ່ວນ​ເຄື່ອງ​ຕິດໂ​ຕ,​ເງິນ 10 ລ້ານ 8 ແສນ​ກີບ, 40 ພັນ​ບາດ ຊຶ່ງ​ເປັນ​ເງິນ​ໄດ້​ຈາກ​ການ​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ,ສານ​ຈຶ່ງ​​ຮີບ​ເຂົ້າ​ເປັນຂອງ​ລັດຕາມ​​ມາດ ຕາ 35 ກົດໝາຍອາຍາສະບັບ​ປັບ ປຸງ ປີ 2005.
        ຂ່າວ​ໃຫ້​ຮູ້​ອີກ​ວ່າ: ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນທ້າວ ສີສຸພັນ ຫລື ຍາວ ອາຍຸ 30 ປີ ຢູ່ ບ້ານໜອງບົວ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃຫ້ ຈຳຄຸກເປັນເວລາ 5 ປີພາຍຫລັງຜູ້ກ່ຽວມີພຶດຕິກຳເຄື່ອນໄຫວ ລັກ ຊັບ ແລະ ສໍ້ໂກງຊັບພົນລະເມືອງ ໃນຕົວເມືອງຫລາຍ ເທື່ອ ແຕ່ປີ 2013 ເປັນຕົ້ນມາ ແລະ ຖືກເຈົ້າໜ້າທີ່ກັກໂຕຫລາຍ​ຄັ້ງ​ເພື່ອ​ນຳ​ມາ​ສຶກສາ​ອົບຮົມ​ແຕ່​ບໍ່​ເຂັດ​ຫລາບ​ຄືໃນປີ 2004 ແລະ 2012 ໃນຂໍ້ຫາ ລັກຊັບພົນລະເມືອງເຊັ່ນດຽວກັນ.

No comments:

Post a Comment