Ad

Ad

25 October 2013

ລາວ-ໄທ ຈະຮ່ວມສະແດງສິລະປະຢູ່ 6 ແຂວງພາກເຫນືອ



          ການສະແດງສິລະປະສ້າງແຮງບັນດານໃຈສາຍພົວພັນ ລາວ-ໄທ ຈະໄດ້ ຈັດຂຶ້ນແຕ່ວັນທີ 28 ຕຸລາ ຫາ ວັນທີ 23 ພະຈິກ 2013 ຢູ່ 6 ແຂວງ, 14 ເມືອງ ພາກ ເໜືອຂອງລາວ ໂດຍມີສິລະປິນ ຫລາຍໜ້າຫລາຍຕາຈາກ ສປປ ລາວ ແລະ ສິລະປິນຮັບເຊີນ ຈາກປະເທດໄທເຊິ່ງນອກຈາກຈະເພີດເພີນກັບການສະແດງແລ້ວ ຍັງມີການແຈກລາງວັນ ແລະ ມອບທຶນການສຶກສາໃຫ້ມວນຊົນ ທີ່ເຂົ້າຊົມນຳອີກ.
           ບໍລິສັດ ແສງສິລ ເຊິ່ງເປັນເຈົ້າພາບຈັດການສະແດງດັ່ງກ່າວໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນໃນວັນທີ 24 ຕຸລານີ້ ຢູ່ນະ ຄອນຫລວງວຽງຈັນ ວ່າ:ຄອນເສີດຈະເລີ່ມໃນວັນທີ 28 ຕຸລາ 2013 ຢູ່ເມືອງກາ ສີແຂວງວຽງຈັນ, ວັນທີ 30 ຕຸລາ 2013 ຢູ່ເມືອງ ຫລວງ ພະບາງ ແຂວງຫລວງພະບາງ; ວັນທີ 31 ຕຸລາ ຢູ່ມືອງໄຊ ແຂວງ ອຸດົມໄຊ,ວັນທີ 1-3 ພະຈິກຢູ່ ເມືອງສິງ,ເມືອງລອງ ແລະ ເມືອງ ຫລວງນ້ຳທາ ແຂວງຫລວງນ້ຳທາ, ວັນທີ 4-5 ພະຈິກຢູ່ເມືອງ ຫ້ວຍຊາຍ ແລະ ຕົ້ນເຜິ້ງແຂວງບໍ່ແກ້ວ, ວັນທີ 18​-23 ພະ ຈິກ ຢູ່ເມືອງແກ່ນທ້າວ, ບໍ່ແຕນ, ປາກລາຍ, ໄຊຍະບູລີ, ຫົງສາ
ແລະ ເມືອງເງິນ ແຂວງໄຊຍະບູລີ ຊຶ່ງຈະມີສິລະປິນຈາກສອງ ປະ ເທດລາວ-ໄທ ເຂົ້າຮ່ວມເປັນຕົ້ນ: ນ້ອຍ ແສງສຸລິຍາ, ຊີລີ, ບຸນເຢັນ, ສີໄອ, ເມບູລາ ຈາກ ສປປ ລາວ ແລະ ສິລະປິນລູກທົ່ງບ້ານ ນາ ນາງ ຈິນຕະຫລາ ພູນລາບ ພ້ອມຄະນະຈາກປະ ເທດໄທ.
          ສຳລັບລາຍການສະແດງລວມມີຕະຫລົກ, ມາຍາກົນ, ການສະແດງຮ່ວມສື່ສານຄວາມຮັກລະຫວ່າງລາວ-ໄທ, ຮ້ອງເພງ, ຟ້ອນ, ຂັບລຳທ້ອງຖິ່ນ ແລະ ອື່ນໆ. ໃນຄອນເສີດແຕ່ລະຄືນຍັງ ຈະມີ ການແຈກໂຊກ 1 ລ້ານກີບຈາກ ກະທິງແດງ ລວມ 14 ລ້ານກີບ ແລະ ມີການມອບທຶນການສຶກສາຄືນລະ 1 ລ້ານກີບ ລວມ 14 ລ້ານກີບ. ພາຍຫລັງສຳເລັດການສະແດງຢູ່ ສປປ ລາວ ແລ້ວຈະສືບຕໍ່ໄປສະແດງຢູ່ບັນດາປະເທດໃນອາຊຽນໂດຍສະເພາະຈະເລີ່ມຈາກປະເທດໄທ, ສສ.ຫວຽດນາມ, ກຳປູເຈຍ ແລະ ປະເທດອື່ນໆ. ຈາກນັ້ນຈະນຳເອົາການສະແດງທຸກບ່ອນທຸກກິດຈະກຳມາຜະລິດເປັນລາຍການ “ແຮງບັນດານໃຈ” ສະໜອງໃຫ້ ໂທລະພາບແຫ່ງຊາດ ແລະ ອື່ນໆ ເພື່ອນຳສະເໜີໃຫ້ຊາວລາວກໍຄືຊາວໂລກໄດ້ຮັບຊົມຕື່ມອີກ.
       ທ່ານນາງ ກົງເດືອນ ເນດຕະ ວົງ ປະທານສະມາຄົມແຄນລາວ ກ່າວວ່າ:ນີ້ເປັນການ ພັດທະນາ ສິລະປິນ ແລະ ການສະແດງ ຊຶ່ງເປັນການກຽມຄວາມພ້ອມສູ່ການເປັນປະຊາຊົມເສດຖະກິດອາຊຽນກໍຄືການເຊື່ອມໂຍງທາງການເມືອງ, ເສດຖະກິດ ແລະ ວັດ ທະນະທຳ, ເປັນໂຄງການທີ່ປະສານຄວາມແຕກຕ່າງລະຫວ່າງເຜົ່າ, ສາສະໜາ, ເພດ ແລະ ຄວາມເຊື່ອ, ສ້າງໂອກາດການຮຽນຮູ້, ການແລກປ່ຽນທັດສະນະ ແລະ ການນຳໄປສູ່ໜຶ່ງດຽວໂດຍສະເພາະເປັນການສ້າງແຮງບັນດານໃຈໂດຍການສະແດງຄວາມຮັກ ຈາກສາຍພົວພັນລາວ-ໄທ.

No comments:

Post a Comment