Ad

Ad

25 October 2013

ການຮ່ວມມືທີ່ພົ້ນເດ່ັນລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ



         ອົງການ​ສະຫະ​ປະຊາ​ຊາດ (ສປຊ) ​ເຊິ່ງ​ໄດ້​ຮັບ​ການ​ສ້າງຕັ້ງ ຂຶ້ນ​ໃນ​ວັນ​ທີ 24 ຕຸລາ 1945 ​ໂດຍ​ມີ​ຈຸດປະສົງ​ເພື່ອ​ປົກ​ປັກ​ຮັກ ສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາ ກົນ, ສົ່ງ​ເສີມ​ສາຍ​ພົວພັນ​ມິດຕະ ພາບ​ລະຫວ່າງ​ບັນດາ​ປະຊາ​ຊາດ​ໃນ​ໂລກ ບົນ​ພື້ນຖານ​ການ​ເຄົາລົບ​ນັບຖື​ຫລັກການ​ສິດສະ​ເໝີ​ພາບ​ຂອງ​ບັນດາ​ປະຊາ​ຊາດ. ຕະຫລອດ ​ໄລຍະ 68 ປີຜ່ານມາ, ອົງການ ສປຊ ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ໂລກ, ສົ່ງ​ເສີມ​ການ​ຮ່ວມ​ມື​​ການ​ພັດທະນາ ​ແລະ ການ​ລຶບລ້າງ​ຄວາມທຸກ​ຍາກ. ປັດຈຸບັນ​ອົງ ການ ສປຊ ມີ​ສະມາຊິກ​ທັງ​ໝົດ 193 ປະ​ເທດ ​ແລະ ລັດ​ທີ່​ມີ​ຖານະ​ເປັນ​ຜູ້​ສັງ​ເກດ​ການ​ອີກ 2 ລັດ.
        ສປປ ລາວ ​ແລ້ວ, ນັບ​ແຕ່​ໄດ້​ ເຂົ້າ​ເປັນ​ສະມາຊິກ​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ວັນ​ທີ 14 ທັນວາ 1955 ​ໂດຍ​ສະ​ເພາະ​ພາຍ ຫລັງ​​ສະຖາປະນາ​ປະ​ເທດ​ເປັນ​ສາ ທາລະນະ​ລັດ ປະຊາທິປະ​ໄຕ ປະ ຊາຊົນ​ລາວ ​ໃນ​ປີ 1975 ​ເປັນຕົ້ນ ມາ,ການ​ຮ່ວມ​ມື​ລະຫວ່າງ ສປປ ລາວ ​ແລະ ອົງການ ສປຊ ​ໄດ້​ຮັບ​ການ​ຂະຫຍາຍຕົວ ​ແລະ ພັດທະ ນາ​ດີ​ຂຶ້ນ​ເປັນ​ກ້າວໆ ​ເຊິ່ງ​ໄດ້​ປະ ກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງ ຄົມ ຂອງ ສປປ ລາວ ຢ່າງ​ຕໍ່ເນື່ອງ. ພິ​ເສດ​ພາຍຫລັງ​ ສປປ ລາວ ຮັບ ຮອງ​ເອົາ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ແຕ່​ປີ 1986 ​ເປັນຕົ້ນມາ, ອົງ ການ​ເຄືອ​ຂ່າຍ ສປຊ ​ໄດ້​ສຸມ​ໃສ່​ໃຫ້ການ​ຊ່ວຍ​ເຫລືອ​ລັດຖະບານ​ລາວ​ໃນ​ຂົງ​ເຂດ​​ຕ່າງໆທັງ​​ທຶນ ຮອນ ​ແລະ ວິຊາ​ການໂດຍ​ຜ່ານ​ການ​ປະຕິບັດ​ແຜນການ​ຮ່ວມ​ມື​ລະດັບ​ປະ​ເທດ ​ໂດຍ​ສຸມ​ໃສ່​ບັນດາ​​
ວຽກ​ງານ​ບູລິ​ມະ​ສິດ​ຂອງ​ລັດ ຖະບານ​ທີ່​ກຳນົດ​ໄວ້​ໃນ​ແຜນ​ພັດ ທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ​ໃນ​ແຕ່ລະ​ໄລຍະ ​ໂດຍ​ສະ​ເພາະ​ໃນ​ຂະ​ແໜງ​​ການ​ແກ້​ໄຂ​ຄວາມທຸກ​ຍາກ,​ການ​ສຶກສາ,ສາ ທາລະນະ​ສຸກ ​ເປັນຕົ້ນ​ແຜນ​ງານ​ຕ້ານ​​ພະຍາດ​ລະບາດ​ຮ້າຍ​ແຮງ​ຕ່າງໆ,ຂົງ​ເຂດ​​ກະສິກຳ,ການ​ປັບ ປຸງ​ລະບົບ​ກົດໝາຍ,ການ​ພັດທະ ນາ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ພັດທະນາ​ຊົນນະບົດ, ການ​ເກັບ​ກູ້​ລະ​ເບີດ​ທີ່​ບໍ່​ທັນ​ແຕກ,ການ​ປັບປຸງ ບູລະນະ​ການ​ປົກຄອງ,ການຈັດ ຕັ້ງຂະ​ບວນການ​ກອງ​ປະຊຸມ​ໂຕະ ມົນ​ເພື່ອ​ເສີມຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ ​ແລະ ບັນດາ​ຄູ່​ຮ່ວມ​ພັດທະນາ, ຊ່ວຍ​ເຫລືອ ສປປ ລາວ ​ເພື່ອ​ສ້າງ​ຂີດ​ຄວາມ​ສາມາດ ​ແລະ ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ສາກົນ ​ແລະ ອື່ນໆ. ທັງ​ໝົດ​ເຫລົ່ານັ້ນ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ.
      ໃນ​ໄລຍະ​ປັດຈຸບັນ, ຂອບ​ການ ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ ​ແລະ ອົງການ ສປຊ ​ແມ່ນ​ສຸມ​ໃສ່​ຊ່ວຍ​ເຫລືອ ສປປ ລາວ ​ໃນ​ການ ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 7 (2011-2015); ການ​ບັນລຸ​ຈັດຕັ້ງ​ເປົ້າໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ (MDGs); ຊຸກຍູ້​ການ​ເຕີບ​ໃຫຍ່​ແບບ​ຍືນ​ຍົງ ​ແລະ ທົ່ວ​ເຖິງ, ສະໜັບສະໜູນ​​ການ​ປັບປຸງ​ການ​ປົກຄອງ​ໃນ​ລະດັບ​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ການ​ຮັບປະກັນ​ຄວາມ​ຍືນ​ຍົງ​ຂອງ​ສິ່ງ​ແວດ​ລ້ອມ, ການ​ປົກ​ປັກ​ຮັກສາ​ຊີ ວະ​ນາໆ​ພັນ ​ແລະ ການ​ປັບ​ໂຕ​ເຂົ້າກັບ​ການ​ປ່ຽນ​ແປງ​ຂອງ​ສະພາບ​ດິນ​ຟ້າ​ອາກາດ; ການ​ສົ່ງ​ເສີມ​ບົດບາດ​ຍິງ-ຊາຍ ​ແລະ ສືບຕໍ່​ສະໜັບ ສະໜູນ​ກ​ານ​ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ.
      ນອກຈາກ​ນັ້ນ ​ໃນ​ໄລຍະ​ຜ່ານມາ, ອົງການ ສປຊ ຍັງ​ໄດ້​ໃຫ້ການ​ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ ສປປ ລາວ​ ​​​ເປັນ​ປະທານ​ກຸ່ມ​ປະ​ເທດ​ພວມ​ພັດທະນາ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ (LLDCs) ​ໃນ​ລະດັບ​ສາກົນ ​ແລະ ການ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ.
        ​ໃນ​ຊຸມ​ປີ​ຕໍ່ໜ້າ, ສປປ ລາວ ຈະ​ສືບຕໍ່​ຮ່ວມ​ມື​ກັບ​ອົງການ​ເຄືອ​ຂ່າຍ ສປຊ ​ໃນ​ຫລາຍ​ວຽກ​ງານ​ສຳລັບ​ການ​ພັດທະນາ​ທີ່​ເປັນ​ຍຸດ​ທະ​ສາດ ​ໂດຍ​ສະ​ເພາະ​ສືບຕໍ່​ເລັ່ງ ລັດ​ການຈັດຕັ້ງປະຕິບັດ​ເປົ້າໝາຍ MDGs ​ໂດຍ​ສຸມ​ໃສ່​ບັນດາ​ເປົ້າ ໝາຍ​ທີ່​ຍັງ​ບໍ່​ທັນ​ສາມາດ​ບັນລຸ​ໄດ້; ການ​ສ້າງ​ຂອບ​ການ​ຮ່ວມ​ມື​​ການ​ພັດທະນາ​ສຳລັບ​ໄລຍະພາຍຫລັງ​ປີ 2015; ການ​ກະກຽມ ​ແລະ ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ- ສັງຄົມ 5 ປີ ຄັ້ງທີ 8 (2016-2020) ​ແລະ ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ເພື່ອ​ຫລຸດ​ພົ້ນອອກ​ຈາກ​ສະພາບ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020.

No comments:

Post a Comment