Ad

Ad

20 December 2013

ປະທານໄກສອນ ພົມວິຫານ ໃນສາກຄວາມຈຳທີ່ລືມບໍ່ລົງ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
     ໃນບົດຄໍລຳນີ້ປະຈຳວັນສຸກ ແລ້ວ (12/12/2013) ຈານແຍ່ໄດ້ ທວນຄວາມຈຳກ່ຽວກັບປະທານ ໄກສອນ ພົມວິຫານ ເວລາເພິ່ນ ລົງໄປໂຄສະນາສະໝັກຮັບເລືອກ ຕັ້ງເປັນຜູ້ແທນລາດສະດອນໃນປີ 1958 ທີ່ແຂວງອັດຕະປື. ສາກຄວາມ ຊົງຈຳດັ່ງກ່າວມີຂຶ້ນໃນ ຂະນະທີ່ຈານແຍ່ຍັງນຸ່ງໂສ້ງຫົວ ຮູດ, ແກ້ວທັງສອງເບື້ອງຍັງໂອບ ໄປດ້ວຍໝາກມ່ວງແຜ່ນ (ແປວ່າ ມີຄາບຂີ້ມູກຈັບຢູ່). ດັ່ງນັ້ນ ສິ່ງທີ່ ເກັບມາເລົ່າກ່ຽວກັບທ່ານປະ ທານນັ້ນ ກໍຄົງເປັນພຽງເປືອກ ນອກຂອງບັນຫາ. ຈານ ແຍ່ຂຽນ ເອງອ່ານເອງແລ້ວກໍເລີຍເຫັນວ່າ ຖ້າຢຸດຢູ່ພຽງບົດດຽວຂໍ້ຫລໍ້ເທົ່າ ນັ້ນມັນກໍບໍ່ຕ່າງຫຍັງກັບກິນເຂົ້າ ຄາຄໍຈູ່ລູ່ ຍ້ອນ ບໍ່ໄດ້ກິນນ້ຳເຊິລົງ. ຈານແຍ່ຍັງມີເລື່ອງທີ່ຕົນເອງ ເຫັນວ່າເດັດໆກ່ຽວກັບປະທານ ໄກສອນ ພົມວິຫານ, ມັນເປັນ ເລື່ອງທຳ ມະດາ-ທຳມະດາ ແຕ່ ບົ່ງບອກເຖິງຄວາມຍິ່ງໃຫຍ່ ແລະ ຄວາມມີຊີວິດຊີວາຂອງເພິ່ນ. ເລື່ອງທີ່ວ່ານັ້ນ ຈານແຍ່ເຫັນກັບ ຕາຄາວເຮັດວຽກຢູ່ກອງບັນນາທິ ການໜັງສືພິມ “ໜຸ່ມລາວ” ສຽງ ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ທ້າຍປີ 1981-ກາງ ປີ 1986).

     ສາກທີໜຶ່ງທີ່ຈຳບໍ່ລືມ ກໍຄື ຕອນຈານແຍ່ເຮັດໜ້າທີ່ນຳພາ ນັກຖ່າຍຮູບລະດັບ “ອິນເຕີ” ຈາກ ສຳນັກ Planeta ໄປຂໍຖ່າຍຮູບ ທ່ານປະທານ ເພື່ອປະກອບໃສ່ ປຶ້ມຂ່າວພາບກ່ຽວກັບປະຫວັດ ການກຳເນີດ ແລະ ການເຄື່ອນໄຫວ ຂອງອົງການຊາວໜຸ່ມ ປປ ລາວ. ການນັດພົບມີການເລື່ອນ ຫລາຍຄັ້ງ ຍ້ອນທ່ານປະທານຄາວຽກ. ສຸດທ້າຍຄະນະພວກເຮົາກໍ ເລີຍຊວນກັນໄປພັກຜ່ອນ, ກິນປີ້ງ ປາຢູ່ດອນຊາວໜຸ່ມໜ້າເຂື່ອນທ່າ ລາດຕາງໄປຖ່າຍພາບກ່ຽວກັບ ເຂື່ອນໄຟຟ້ານ້ຳງື່ມແດ່, ຈາກນັ້ນ ກໍຂີ່ເຮືອຈັກໄປກິນເຂົ້າປ່າຢູ່ດອນ ມີການກິນຂອງແກ້ມລໍຖ້າໃຫ້ປີ້ງປາກົດໂທນ, ປາສູດ ແລະ ປານົກ ເຂົາສຸກດີ ແຕ່ ທັນໃດນັ້ນກໍມີເຮືອ ຈັກລຳນ້ອຍປາດໜ້ານ້ຳມາຈອດ ຈຶກ. ພະນັກງານເຂື່ອນອອກສຽງ ສັ່ງປານທະຫານວ່າ: ທ່ານປະທານ ໄກສອນ ອະນຸຍາດໃຫ້ພົບ ເພິ່ນໄດ້ເວລາ 15 ໂມງມື້ນີ້. ຈານ ແຍ່ຍົກໂມງຂຶ້ນເບິ່ງມັນເປັນເວລາ 1 ໂມງຕອນບ່າຍແລ້ວ ແຕ່ ທ້ອງພວກເຮົາຍັງຫວ່າງທ່າມກາງກິນ ຫອມໆຈາກຫີບປາປີ້ງ. ສະຫາຍ ແຊກເກ ມືກ້ອງລະດັບຊ່ຽວຊານ ບອກວ່າ: “ເລື່ອງ ວຽກເປັນເລື່ອງໃຫຍ່ ເລື່ອງກິນເປັນເລື່ອງນ້ອຍ... ໄປສູ !” ພວກເຮົາຂີ່ເຮືອກັບເຂົ້າ ຝັ່ງໜ້າເຂື່ອນແລ້ວມອບໃຫ້ໂຊເຟີ ມືດີຕົບ ເກຍຜີ ແລະ ເລັ່ງສຸດຂີດ ເບັດໜ້າເຂົ້າວຽງໄປຫ້ອງການ ທ່ານປະທານຢູ່ຫລັກ 6. ຕອນນັ້ນ ເປັນເວລາ 14 ໂມງກັບ 53 ນາທີ ມືກ້ອງ ແລະ ຜູ້ກຳກັບຈາກແດນເລນິນກຽມພ້ອມກັບເຄື່ອງມື. ແຕ່ ຟ້າເອີຍ ພະນັກງານຂັ້ນເຕີບໆ ຈາກກອງເລຂາຊ່ວຍວຽກ ທ່ານປະທານຍ່າງເບັດໜ້າມາຫາພວກເຮົາ ແລະ ບອກວ່າ: ທ່ານປະ ທານ ໄກສອນ ບອກວ່າໃຫ້ເລື່ອນ ເວລາ ເພື່ອໃຫ້ແຂກ ໄດ້ພັກຜ່ອນ ມ່ວນຊື່ນຊົມທິວທັດໜ້າເຂື່ອນ, ຈານແຍ່ແງ້ນໄປກັບບ່ອນ ທ້ອງກໍ ຮ້ອງຈັບໄກ່ ວຽກກໍບໍ່ໄດ້. ຕໍ່ມາ ຈານແຍ່ສືບຮູ້ ວ່າ: ທ່ານປະທານ “ຂູດ” ຜູ້ທີ່ສັ່ງໃຫ້ຄະນະຈານແຍ່ກັບວຽງຈັນເພິ່ນບອກວ່າ: ເປັນ ຫຍັງບໍ່ປ່ອຍໃຫ້ພວກເຂົາທ່ອງທ່ຽວພັກ ຜ່ອນ. ນີ້ສະແດງໃຫ້ເຫັນວ່າ: ທ່ານປະທານ ໄກສອນ ເປັນຄົນເຫັນໃຈຄົນອື່ນເຖິງຂັ້ນຍອມປັບປ່ຽນຕາຕະລາງເຮັດວຽກຕາມ ແຜນຂອງເພິ່ນ.
     ເລື່ອງທີສອງທີ່ຈານແຍ່ຕິດໃຈ ບໍ່ເລີກບໍ່ແລ້ວເປັນຈັກເທື່ອ ກໍແມ່ນ ຕອນນຳພະນັກງານຊາວໜຸ່ມ ແລະ ເຍົາວະຊົນໄປພົບ ທ່ານປະທານຢູ່ເດີ່ນກາງແຈ້ງໃກ້ໆຫ້ອງ ການຂອງເພິ່ນ ເພື່ອບັນທຶກພາບ ໄວ້ເປັນປະຫວັດສາດ. ທ່ານປະ ທານທັກທາຍແບບ ສະບາຍສະບາຍ, ສ່ວນມືກ້ອງກໍບັນທຶກແຕ່ ລະສາກ ແຕ່ທັນໃດນັ້ນ ປະທານກໍ ຖາມຂຶ້ນວ່າ: “ການສ້າງຄົນໃໝ່ນັ້ນໝາຍ ຄວາມວ່າແນວໃດ ? ໃຜ ຕອບໄດ້” ປາກົດວ່າງຽບໄປທັງ ເດີ່ນ ບໍ່ມີໃຜກ້າຕອບ. ສຸດທ້າຍ ນິ ຕິໄຊຍະແສງ ຕອນນັ້ນເປັນຫົວ ໜ້າ ບ.ກ ໜັງສືພິມເຍົາວະຊົນ ກໍ ຕອບອອກມາແບບບໍ່ມີໃຜຄາດ ຄິດໄວ້ກ່ອນວ່າ: “ຫລານວ່າ: ການແຕ່ງດອງເອົາກັນແລ້ວໄດ້ ລູກກໍແມ່ນສ້າງຄົນໃໝ່ຄືກັນ” ຈານແຍ່ຄິດໃນໃຈວ່າ: “ເສັດບັດນີ້ ລະ” ເຫດໃດໄປກ້າຕອບແບບ  ນັ້ນ ?. ແຕ່ທ່ານປະທານ ໄກສອນ ພັດເປັ່ງສຽງຫົວອອກມາ ທັງເວົ້າ ວ່າ: ຖືກໆຫລານເວົ້າແນວນັ້ນກໍ ຖືກ, ແຕ່ບໍ່ຖືກໝົດ. ແລ້ວທ່ານປະທານກໍບັນ ລະຍາຍຄວາມໝາຍຂອງການສ້າງຄົນໃໝ່ອອກມາເປັນຂໍ້ເປັນຂໍ້ອອກມາຢ່າງລະອຽດ.
     ທ່ານປະທານ ໄກສອນ ເຂົ້າໃຈຈິດວິນຍານຊາວໜຸ່ມເປັນຢ່າງ ດີ, ເພິ່ນມີເຕັກນິກສະເພາະເວລາໂອ້ລົມກັບຊາວໜຸ່ມ ບໍ່ວ່າຈະເປັນ ການຂຶ້ນສຽງລົງສຽງ, ການວາງ ທ່າທາງປະກອບຄຳເວົ້າໃຫ້ແທດ ເໝາະກັບເລືອດຊາວໜຸ່ມ. ຈານ ແຍ່ວ່າສິ່ງ ທີ່ຄວນຖອດຖອນນຳ ທ່ານປະທານທາງດ້ານວາທະສິນນັ້ນ ກໍຄືການຕັ້ງຄຳຖາມໃຫ້ຜູ້ ເຂົ້າຮ່ວມກອງປະຊຸມ ຫລື ຜູ້ທີ່ມາ ພົບໄດ້ມີຄຳເຫັນ, ໄດ້ສະແດງທັດສະນະ ບໍ່ແມ່ນມີແຕ່ທ່ານປະທານເໝົາເວົ້າຄົນດຽວ. ເຮັດແນວນີ້ກອງປະຊຸມຈຶ່ງມີຊີວິດ ຊີວາບໍ່ມີ ຄົນເຫງົານອນ. ແຕ່ສຳຄັນກໍແມ່ນ ຜູ້ທີ່ເຂົ້າຮ່ວມກອງປະຊຸມນຳທ່ານປະທານຕ້ອງມີການກະກຽມຄັກ ແນ່ ບໍ່ຊັ້ນ ກໍອາດຈະ “ເຫລືອງ” ຄາກອງປະຊຸມກໍເປັນໄດ້.

No comments:

Post a Comment