ຄະນະຜູ້ແທນກໍາມາທິການເສດຖະກິດແຜນການ ແລະ ການເງິນ
ສະພາແຫ່ງຊາດລາວ ນໍາໂດຍທ່ານນາງ ດຣ. ນາງ ສຸວັນເພັງ ບຸບຜານຸວົງ ປະທານກໍາມາທິການດັ່ງກ່າວ
ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະສອງຝ່າຍກັບກໍາມາທິການ ເສດຖະກິດ ແລະ ກໍາມາທິການການເງິນ-ງົບປະມານສະພາແຫ່ງຊາດຫວຽດນາມ
ເມື່ອກາງເດືອນມັງກອນ 2014 ນີ້ ທີ່ ສສ ຫວຽດນາມເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການຄຸ້ມຄອງເສດຖະກິດ,
ການເງິນ-ງົບປະມານ ແລະ ການ ຄຸ້ມຄອງນໍາໃຊ້ຊັບພະຍາກອນ ທໍາມະຊາດ, ທີ່ດິນ, ປ່າໄມ້ ແລະ ບໍ່ແຮ່.
ໃນລະຫວ່າງການເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ເປັນເວລາ
6 ວັນນັ້ນ ຄະນະຜູ້ແທນລາວໄດ້ເຂົ້າຢ້ຽມ ຂໍ່ານັບທ່ານນາງ ຫງວຽນ ຖິກິມເງິນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ,
ຮອງປະທານສະພາ ແຫ່ງຊາດຫວຽດນາມ ໂດຍທ່ານໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາລາສູງ ຕໍ່ການຢ້ຽມຢາມຂອງຄະນະຜູ້ແທນລາວ
ໃນຄັ້ງນີ້ ຊຶ່ງເປັນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ
ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເວົ້າລວມ, ເວົ້າສະເພາະແມ່ນເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ
ກໍຄືສາມ
ກໍາມາທິການໃຫ້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ຄະນະຜູ້ແທນລາວຍັງໄດ້ຢ້ຽມຢາມ,
ແລກປ່ຽນ ແລະ ຖອດ ຖອນບົດຮຽນກັບຄະນະນໍາແຂວງ ບິງ ຖ້ວນ ກ່ຽວກັບການຄຸ້ມຄອງນໍາໃຊ້ທີ່ດິນໂດຍສະເພາະການພັດທະນາໂຄງການ
ແລະ ການຊົດເຊີຍທີ່ດິນ, ຊັບສິນ ແລະ ຜົນລະປູກຕ່າງໆຂອງປະຊາຊົນ, ຢ້ຽມຢາມສະຖານທີ່ທອງທ່ຽວປະຫວັດສາດຂອງອະດີດ
ປະ ທານ ໂຮ່ ຈີມິນ, ອ່າງເກັບນ້ຳປະປາຊຶ່ງແມ່ນອະດີດປະທານ ສຸພານຸວົງ ເປັນຜູ່ອອກແບບ ແລະ
ນໍາພາ ການກໍ່ສ້າງ, ພ້ອມທັງຢ້ຽມຢາມພື້ນຖານການຜະລິດ ແລະ ວັດທະນະທຳ ທີ່ສຳຄັນຈໍານວນໜຶ່ງ.
No comments:
Post a Comment