Ad

Ad

24 February 2014

ໂຄງການ​ໄຟຟ້າ​ນ້ຳ​ເທີນ 2 ປະກອບສ່ວນ​ສຳຄັນເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຊາດ.



      ​ໂຄງການ​ໄຟຟ້າ​ນ້ຳ​ເທີນ 2 ມີ​ກຳລັງ​ຕິດຕັ້ງທັງ​ໝົດ 1.080 ​ເມ​ກາ​ວັດ (MW) ລວມມີມູນ​ຄ່າ​ກໍ່ ສ້າງ​ 1.297 ລ້ານ​ໂດ​ລາ​ສະຫະ ລັດ, ​ໂດຍ​ແມ່ນ​ບໍລິສັດ​ໄຟຟ້າ​ນ້ຳ​ເທີນ 2 (NTPC) ​ເປັນ​ເຈົ້າຂອງ​ໂຄງການ ​ເຊິ່ງປະກອບ​ມີ 3 ຂາ​ຮຸ້ນ ຄື​ບໍລິສັດ​ໄຟຟ້າ​ຝຣັ່ງສາກົນ (EDPI), ບໍລິສັດ​ຜະລິດ​ໄຟຟ້າ​ຈຳ ກັດ​ມະຫາຊົນ (EGCO) ​ແລະ ລັດ​ວິ​ສາ​ຫະກິດ​ຖື​ຮຸ້ນ​ລາວ (ລຮລ).
       ​ປີຜ່ານມາ, ໄຟຟ້າ​ນ້ຳ​ເທີນ 2 ​ໄດ້​ດຳ​ເນີນ​ການ​ຜະລິດ​ຢ່າງ​ເປັນ​ປົກກະຕິ ສາມາດ​ຜະລິດ​ ແລະ ຂາຍ​ໄຟຟ້າ​ໃຫ້​ປະ​ເທດ​ໄທ (E GAT) ​ໄດ້​ 5.896 ກິ​ກາ​ວັດ​ໂມງ (GWh) ​ເປັນ​ເງິນ​ຈຳນວນ 242 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ແລະ ຂາຍ​ໃຫ້​ໄຟຟ້າ​ລາວ 378 ກິ​ກາ​ວັດ​ໂມງ ມູນ​ຄ່າ 15 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ເຊິ່ງສູງ​ກວ່າ​ໂຕ​ເລກ​
ລາຍ​ຮັບ​ໃນ​ປີ 2012 ປະມານ 4,39% ​ແລະ ລັດຖະບານ​ກໍ​ໄດ້​ຮັບ​ເງິນ​ຄ່າ​ພາກ​ຫລວງ​ໃນ​ໂຄງການ​ດັ່ງກ່າວ​ເຖິງ 12 ລ້ານ​ກວ່າ​
ໂດ​ລາ​ສະຫະລັດ ​ແລະ ອີງ​ຕາມ​ແຜນ​ຄາດ​ຄະ​ເນ​ແລ້ວ ຕະຫລອດ​ໄລຍະ​ສຳ​ປະທານ 25 ປີ ລັດຖະບານ​ຈະ​ມີ​ລາຍ​ຮັບ​ທັງ​ໝົດ​ຈາກ​ໂຄງການ​ປະມານ 1.953 ລ້ານ​ໂດ​ລາ​ສະ ຫະລັດ.
     ບໍລິສັດ NTPC ​ໄດ້​ເອົາ​ໃຈ​ໃສ່​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ 5 ບ້ານ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ ​ໂດຍ​ໄດ້​ມີ​ການ​ພັດທະນາ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ແຕ່​ລະ​ຄອບຄົວ ຈົນ​ເຮັດ​ໃຫ້​ເຂົາ​ເຈົ້າຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ໄດ້​ຕາມ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ ເຊິ່ງສະ​ແດງ​ໃຫ້​ເຫັນ​ ຄື​ເມື່ອ​ທ້າຍ​ປີ 2013 ຜ່ານ​ມາ ​ເມືອງ​ນາ​ກາຍ​ໄດ້​ປະກາດ​ເປັນ​ເມືອງ​ຫລຸດ​ພົ້ນ ອອກ​ຈາກ​ຄວາມທຸກ​ຍາ​ກຢ່າງ​ເປັນ​ທາງ​ການ ພາຍຫລັງ​ທີ່​ໄດ້​ປະກາດ​ໃຫ້ 5 ບ້ານ​ຍົກຍ້າຍ​ຈັດ​ສັນ​ຂອງ​ໂຄງການ​ໄຟ​ຟ້າ​ນ້ຳ​ເທີນ 2 ​ເປັນ​ບ້ານ​ພັດທະນາ​ໃນ​ທ້າຍ​ປີ 2012. ປັດຈຸບັນ ພະນັກງານ​ທີ່​ເຮັດ​ວຽກ​ໃນ​ໂຄງການ​ມີ​ທັງ​ໝົດ 358 ຄົນ, ​ໃນ​ນັ້ນ ຄົນ​ລາວ 311 ຄົນ. ນອກຈາກ​ຜົນ​ສຳ​ເລັດ​ຂອງ​ໂຄງການ ​ແລະ ການ​ປະກອບ ສ່ວນ​ໃນ​ການ​ພັດທະນາ​ເສດຖະ ກິດ​ຂອງ​ຊາດ​ແລ້ວ, ​ໃນ​ປີ 2012 ຜ່ານ​ມາ ​ໃນ​ກອງ​ປະຊຸມ​ບັນດາ​ຂາ​ຮຸ້ນ​ປະຈຳ​ປີ ​ໄດ້​ຕົກລົງ​ໃຫ້​ບໍ ລິສັດ NTPC ດຳ​ເນີນ​ການ​ສຳ​ຫລວດ ​ແລະ ​ເຮັດ​ບົດ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ເບື້ອງຕົ້ນ​ໂຄງ ການ​ໄຟຟ້າ​ນ້ຳ​ເທີນ 2 ພາກ​ຂະ ຫຍາຍ ​ໂດຍ​ຜົນສຳ​ຫລວດ​ເບື້ອງ ຕົ້ນ​ແມ່ນ​ມີ​ຜົນ​ດີ​ຫລາຍ ​ເນື່ອງ​ຈາກ​ມູນ​ຄ່າ​ການ​ກໍ່ສ້າງ​ບໍ່​ສູງ, ຜົນ​ກະທົບ​ໃນ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ສັງຄົມ​ມີ​ໜ້ອຍ​ທີ່​ສຸດ ​ແລະ ອີກ​ດ້ານ​ໜຶ່ງ EGAT ກໍ​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ຊື້​ໄຟຟ້າ​ຈາກ​ໂຄງ ການ ​ໂດຍ​ນຳ​ໃຊ້​ສາຍ​ສົ່ງ​ໄຟຟ້າ​ເດີມ​ທີ່​ມີ​ຢູ່​ແລ້ວ ​ແລະ ​ໃນ​ໄລຍະ​ຜ່ານ​ມາ, ບັນດາ​ຂາ​ຮຸ້ນ​ໄດ້​ປະ ກອບ​ເງິນຕາ​ມສັດສ່ວນ​ຖື​ຮຸ້ນ​ຂອງ​ຕົນ​ແລ້ວ​ຈຳນວນ 268 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ ​ແລະ ມາ​ຮອດ​ປັດຈຸບັນ ບໍລິສັດ​ພວມ​ດຳ​ເນີນ​ການ​ດ້ານ​ເອກະສານ ​ແລະ ກະ ກຽມ​ເຊັນ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກັບ​ກະຊວງ​ແຜນການ ແລະ ການ​ລົງທຶນ ​ເພື່ອ​ດຳ​ເນີນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຢ່າງ​ເຕັມ​ຮູບ​ແບບ. ນອກ ຈາກ​ນີ້ ຍັງ​ມີ​ແຜນ​ກໍ່ສ້າງ​ຝາຍ​ນ້ຳລົ້ນ​ໃສ່​ອ່າງ​ດັດສົມ​ທ້າຍ​ໂຮງ​ຈັກ ​ເພື່ອ​ຊ່ວຍ​ລະບາຍ​ນ້ຳອອກ​ຈາກ​ອ່າງ​ໃນ​ຊ່ວງ​ລະດູຝົນ​ທີ່​ມີ​ປະລິມານ​ນ້ຳ​ຫລາຍຄື​ດັ່ງ​​ເຄີຍ​ເກີດ​ຂຶ້ນ​ໃນ​ປີ 2011 ຜ່ານ​ມາ.




No comments:

Post a Comment