ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດ
ໃນຕອນເຊົ້າວັນທີ 21 ກຸມພາ 2014 ຢູ່ທຳນຽບລັດຖະບານ. ຈາກນັ້ນ, ນາຍົກລັດຖະມົນຕີທັງ
ສອງໄດ້ພົບປະສອງຝ່າຍເຊິ່ງຜູ້ ນຳທັງສອງໄດ້ແຈ້ງສະພາບ ການທີ່ພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບ
ໂດຍສະເພາະໝາກຜົນຂອງ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງແຕ່ລະປະເທດ.
ພ້ອມດຽວກັນນັ້ນ ກໍໄດ້ປຶກສາຫາລືກ່ຽວກັບທິດທາງການເສີມຂະຫຍາຍສາຍພົວພັນມິດຕະພາບ
ແລະ ຮ່ວມມືສອງຝ່າຍ. ການແລກປ່ຽນຄຳຄິດຄຳເຫັນນຳກັນຄັ້ງນີ້, ຜູ້ນຳຂອງສອງປະເທດໄດ້ຕີລາຄາສູງ ແລະ ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນ ແລະ ການຮ່ວມມືສອງຝ່າຍໃນຊຸມປີຜ່ານມາເຊິ່ງໄດ້ຮັບໝາກຜົນດີໃນຫລາຍດ້ານ ແລະ ເຫັນດີສືບຕໍ່ແລກປ່ຽນການຢ້ຽມຢາມລະ ຫວ່າງຜູ້ນຳ ແລະ ຄະນະຜູ້ແທນຂັ້ນຕ່າງໆຂອງສອງປະເທດ, ເຫັນດີໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກ ພື້ນ ແລະ ສາກົນ ແລະ ສືບຕໍ່ຮ່ວມມືກັນໃນດ້ານການພັດທະນາຊັບ ພະຍາກອນມະນຸດ, ການຄ້າ, ການລົງທຶນ, ການທ່ອງ ທ່ຽວ ແລະ ອື່ນໆ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍທີ່ດີມາແລ້ວນັ້ນໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ນາຍົກລັດຖະມົນຕີ
ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີ ແລະ ຂອບໃຈຢ່າງຈິງໃຈຕໍ່ຝ່າຍສິງກະໂປທີ່ໄດ້ຕົກລົງຈະສືບຕໍ່ໃຫ້ການຊ່ວຍເຫລືອລາວໃນການພັດທະນາຊັບພະຍາກອນມະນຸດ,
ການສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ ເພື່ອໃຫ້ ສປປ ລາວ ມີຄວາມພ້ອມກ້າວເຂົ້າສູ່ການເປັນປະຊາຄົມເສດຖະກິດອາຊຽນ
(AEC) ໃນປີ 2015.
ໃນໂອກາດຢ້ຽມຢາມສາທາ ລະນະລັດ ສິງກະໂປ ຄັ້ງນີ້,
ທ່ານ ທອງສິງ ທຳມະວົງ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ
ໂທນີ ຕັນ ເກັງ ຢຳ ປະທານາທິບໍດີ ແຫ່ງສິງກະໂປ ເຊິ່ງນາຍົກລັດຖະມົນ ຕີຂອງລາວເຮົາໄດ້ນຳເອົາຄວາມຢື້ຢາມຖາມຂ່າວຂອງທ່ານ
ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ເຖິງປະທານາທິບໍດີສິງກະໂປ. ຂະນະດຽວກັນ
ຜູ້ນຳທັງສອງໄດ້ສະແດງຄວາມເຫັນເປັນເອກະພາບກັນກ່ຽວກັບການເສີມຂະຫຍາຍສາຍພົວພັນ
ແລະ ການຮ່ວມ ມືລະຫວ່າງສອງປະເທດໄດ້ມີບາດກ້າວອັນໃໝ່ ແລະ ມີໝາກຜົນກວ່າເກົ່າ.
ໃນໂອກາດນີ້, ນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມພິທີເປີດງານວາງສະແດງສິນຄ້າເຮັດດ້ວຍມື-ການຕ່ຳຫູກຢູ່
ສປປ ລາວ ແລະ ຢ້ຽມຢາມບາງສະຖານທີ່ທາງດ້ານວິທະຍາສາດ ແລະ ວັດທະນະທຳ ເປັນຕົ້ນສະຖາບັນສຶກ
ສາວຽກງານທາງດ້ານເຕັກນິກວິຊາຊີບແຫ່ງສິງກະໂປ, ອົງການວາງແຜນຈັດສັນແຜນຜັງຕົວເມືອງ,
ສວຍກ້ວຍໄມ້ແຫ່ງຊາດ ແລະ ທ່ຽວຊົມເກາະເຊັນໂຕຊາ. ນອກຈາກນີ້ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີລົງນາມສັນຍາວ່າດ້ວຍການຫລີກເວັ້ນການເກັບອາກອນຊ້ຳຊ້ອນ
ແລະ ສະກັດກັ້ນການຫລົບຫລີກການເສຍອາກອນລາຍໄດ້ລະຫວ່າງລັດ ຖະບານລາວກັບລັດຖະບານສິງກະໂປ
ແລະ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການພົວພັນຮ່ວມມືໃນຂົງເຂດເຕັກນິກ ແລະ
ການເຝິກອົບ ຮົມວິຊາຊີບລະຫວ່າງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວກັບພະແນກສຶກສາ
ITE Education Services ແຫ່ງສິງກະໂປ ເພື່ອເປັນການສົ່ງເສີມການຄ້າ ແລະ ການລົງທຶນ.
ໃນໄລຍະຢ້ຽມຢາມຄັ້ງນີ້ ຍັງໄດ້ມີຄະນະນັກທຸລະກິດຂອງລາວຕິດຕາມ ໂດຍໄດ້ມີການຈັດກອງປະຊຸມພົບປະກັບນັກທຸລະກິດສິງກະໂປ
ເພື່ອປຶກສາຫາລືເສີມຂະຫຍາຍທ່າແຮງດ້ານການຄ້າ ແລະ ການລົງທຶນຮ່ວມກັນໃນຕໍ່ໜ້າ.
ໃນໄລຍະຜ່ານມາ, ສປປ ລາວ ແລະ ສ ສິງກະໂປ
ໄດ້ມີການພົວພັນການຄ້ານຳກັນ ມີມູນຄ່າຫລາຍກວ່າ 35 ລ້ານໂດລາສະຫະລັດ. ສິນຄ້າການສົ່ງອອກຕົ້ນ
ຕໍໄປສິງກະໂປແມ່ນເຄື່ອງອຸດ ສາຫະກຳ ແລະ ຜະລິດຕະພັນໄມ້ ແລະ ສປປ ລາວ ໄດ້ນຳເຂົ້າພາ
ຫະນະ ແລະ ສິ້ນສ່ວນອາໄຫລ່ລົດ, ຢາປົວພະຍາດ ແລະ ເຄື່ອງໃຊ້ໄຟຟ້າ. ນອກນັ້ນ ສິງກະໂປຍັງມີການລົງທຶນຢູ່
ສປປ ລາວ ຈຳ ນວນ 80 ໂຄງການ ລວມມູນຄ່າ ຫລາຍກວ່າ 149 ລ້ານໂດລາສະ ຫະລັດ ໃນຂະແໜງການອຸດສາ
ຫະກຳ ແລະ ກະສິກຳ, ການກໍ່ ສ້າງ, ການບໍລິຫານ ແລະ ອື່ນໆ ເຊິ່ງຈັດຢູ່ໃນອັນດັບທີ
13 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ. ສຳລັບການທ່ອງທ່ຽວ, ພາຍຫລັງເປີດສາຍການບິນລະ
ຫວ່າງ ສປປ ລາວ ແລະ ສິງກະໂປ ໃນເດືອນພະຈິກ 2011 ເປັນ ຕົ້ນມາ ໄດ້ເຮັດໃຫ້ໂຕເລກນັກທ່ອງທ່ຽວຈາກສິງກະໂປມາທ່ອງທ່ຽວຢູ່
ສປປ ລາວ ໃນແຕ່ ລະປີເພີ່ມຂຶ້ນ, ສະເພາະປີ 2013 ຜ່ານມາ ຈຳນວນນັກທ່ອງທ່ຽວສິງກະໂປມີເຖິງ
12 ພັນກວ່າຄົນ ເພີ່ມຂຶ້ນ 19% ທຽບໃສ່ປີ 2012 ເຊິ່ງປະກອບສ່ວນເຮັດໃຫ້ປະຊາຊົນສອງຊາດມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ
ແລະ ກັນເປັນຢ່າງດີ ໂດຍສະເພາະດ້ານວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນລາວ.
ການຢ້ຽມຢາມຢ່າງເປັນທາງການຂອງນາຍົກລັດຖະມົນ
ຕີແຫ່ງ ສປປ ລາວ ທີ່ສາທາລະ ນະລັດ ສິງກະໂປ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ
ເຊິ່ງເປັນຂີດໝາຍອັນສຳຄັນໃຫ້ແກ່ການພົວພັນ ແລະ ຮ່ວມມືທີ່ດີລະຫວ່າງສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນເປັນກ້າວໆ.
No comments:
Post a Comment