ໃນໂອກາດດັ່ງກ່າວ,
ທ່ານ ດຣ ນາມ ວິຍະເກດ ທີ່ທັງເປັນຮອງປະທານຄະນະກຳມະການປະສານງານລະດັບຊາດ ວ່າດ້ວຍການເຊື່ອມໂຍງເສດຖະກິດກັບສາກົນໄດ້ຕີລາຄາສູງວ່າ:
ໂດຍປະຕິບັດນະໂຍບາຍການເຊື່ອມໂຍງເສດຖະກິດກັບສາ ກົນຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ຍື່ນຄຳຮ້ອງຂໍເຂົ້າເປັນສະມາຊິກຂອງອົງການການຄ້າໂລກໃນກາງປີ
1997
ແລະ ໄດ້ກາຍເປັນສະມາຊິກທີ 158 ຢ່າງເປັນທາງການໃນວັນທີ 2 ກຸມພາ 2013 ເຊິ່ງກໍ່ໄດ້ມີການ
ສະເຫຼີມສະຫຼອງຄົບຮອບ1 ປີ ທີ່ ສປປ ລາວ ໄດ້ເຂົ້າເປັນສະມາ ຊິກWTOພ້ອມນີ້, ກໍໄດ້ຍ້ອງຍໍຊົມເຊີຍບຸກຄົນ ແລະ ກົມກອງທີ່ຜົນງານປະກອບ ສ່ວນໃນວຽກງານດັ່ງກ່າວອັນເປັນການສະແດງເຖິງຜົນສຳເລັດໃນຄວາມພະຍາຍາມກະກຽມຂອງ ສປປ ລາວ ຕະຫຼອດໄລຍະ 15 ປີ ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍແມ່ນການນຳຜູ້ໜຶ່ງທີ່ໄດ້ປະກອບສ່ວນໃຫ້ແກ່ ການກະກຽມເຂົ້າເປັນສະມາຊິກ WTO ໃນໄລຍະທຳອິດ ກໍຄືໃນໄລຍະທີ່ທ່ານດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີວ່າການ ກະຊວງການຕ່າງປະເທດ.
ໃນຕອນທ້າຍ,
ທ່ານຮອງນາຍົກລັດຖະມົນຕີກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະ ແລະ ຊົມເຊີຍຕໍ່ໝາກຜົນທີ່ໄດ້ ຮັບຈາກການກະກຽມມາທັງໝົດຈົນສາມາດເຂົ້າເປັນສະມາຊິກ
WTO ໄດ້ອັນເປັນເງື່ອນໄຂສຳຄັນໜຶ່ງ ເພື່ອການເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ. ພ້ອມດຽວກັນນັ້ນ,
ກໍ່ໃຫ້ເອົາໃຈໃສ່ໃນການປັບປຸງບາງນິຕິກຳທີ່ບໍ່ສອດຄ່ອງກັບການເຊື່ອມໂຍງ ດັ່ງກ່າວ, ການສ້າງພະນັກງານ,
ການປັບປຸງການຈັດຕັ້ງ, ສຸມໃສ່ຢ່າງແຂງແຮງ ໃນການສ້າງຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ ແກ່ພາກທຸລະກິດລວມເຖິງພໍ່ແມ່ປະຊາຊົນເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຂະບວນຕໍ່ເນື່ອງ
ແລະ ໄດ້ຮັບຜົນ ປະໂຫຍດສູງສຸດຈາກການເຊື່ອມໂຍງກັບສາກົນຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ.

No comments:
Post a Comment